Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:16 - ພຣະຄຳພີສັກສິ

16 ແລ້ວ​ພຣະເຢຊູເຈົ້າ ກໍ​ໃຊ້​ຄຳອຸປະມາ​ຂໍ້​ນີ້​ໃຫ້​ພວກເຂົາ​ຟັງ​ວ່າ, “ເສດຖີ​ຄົນ​ໜຶ່ງ ມີ​ທີ່ດິນ ຊຶ່ງ​ເກີດຜົນລະປູກ​ໄດ້​ດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ແລະ ພຣະອົງ​ໄດ້​ບອກ​ຄຳອຸປະມາ​ນີ້​ແກ່​ພວກເຂົາ​ວ່າ, “ທີ່​ດິນ​ຂອງ​ເສດຖີ​ຄົນ​ໜຶ່ງ​ໄດ້​ໃຫ້​ຜົນລະປູກ​ຢ່າງ​ອຸດົມສົມບູນ.

Uka jalj uñjjattʼäta Copia luraña




ລູກາ 12:16
13 Jak'a apnaqawi uñst'ayäwi  

ແຕ່​ຄົນ​ຂີ້ລັກ ແລະ​ບໍ່ມີ​ພຣະເຈົ້າ​ກໍ​ຍັງ​ມີ​ສັນຕິສຸກ, ແມ່ນ​ວ່າ​ພະ​ຂອງ​ເຂົາ​ຄື​ກຳລັງ​ຂອງ​ເຂົາເອງ.


ພຣະອົງ​ອາດ​ປ່ອຍ​ພວກເຂົາ​ໃຫ້​ມີ​ຊີວິດ​ຢູ່​ຢ່າງ​ປອດໄພ ແຕ່​ພຣະອົງ​ເຝົ້າ​ແນມເບິ່ງ​ພວກເຂົາ​ທຸກ​ເວລາ​ບໍ່​ຂາດ.


ຝ່າຍ​ຄົນຊົ່ວຮ້າຍ​ນັ້ນ​ກໍ​ເປັນ​ຢ່າງນີ້​ແຫລະ ພວກເຂົາ​ມັ່ງຄັ່ງ​ສົມບູນ​ແລະ​ມີ​ຫລາຍ​ຂຶ້ນ​ເລື້ອຍໆ.


ເພາະ​ຂ້ານ້ອຍ​ໄດ້​ອິດສາ​ຄົນ​ຈອງຫອງ ເມື່ອ​ຂ້ານ້ອຍ​ເຫັນ​ວ່າ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ​ແກ່​ຄົນຊົ່ວຮ້າຍ​ນັ້ນ.


ນາງ​ກັບ​ພວກ​ນ້ອງສາວ​ຂອງ​ນາງ​ຕ່າງ​ກໍ​ອວດຕົວ ຍ້ອນ​ພວກເຂົາ​ມີຢູ່​ມີກິນ​ຢ່າງ​ຫລວງຫລາຍ​ແລະ​ສະໜຸກ​ສຸກ​ສະບາຍ​ທັງ​ຢູ່​ຢ່າງ​ສະຫງົບສຸກ ແຕ່​ພວກເຂົາ​ບໍ່ໄດ້​ເບິ່ງແຍງ​ຄົນ​ຍາກຈົນ​ແລະ​ຄົນ​ຂັດສົນ.


ນາງ​ບໍ່​ຮູ້​ເລີຍ​ວ່າ ເຮົາ​ເປັນ​ຜູ້​ເອົາ​ເຂົ້າ​ສາລີ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ເງິນຄຳ​ທັງໝົດ ຊຶ່ງ​ນາງ​ໃຊ້​ຂາບໄຫວ້​ພະບາອານ​ນັ້ນ​ໃຫ້​ແກ່​ນາງ.


ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ​ພືດ​ຈຶ່ງ​ເກີດຜົນ: ເມັດ​ໜຶ່ງ​ໄດ້​ຮ້ອຍ​ຕໍ່, ເມັດ​ໜຶ່ງ​ໄດ້​ຫົກສິບ​ຕໍ່ ແລະ​ເມັດ​ໜຶ່ງ​ໄດ້​ສາມສິບ​ຕໍ່.


ເພື່ອ​ວ່າ​ເຈົ້າ​ທັງຫລາຍ​ຈະ​ກາຍເປັນ​ບຸດ​ແຫ່ງ​ພຣະບິດາເຈົ້າ ຜູ້​ຊົງ​ສະຖິດ​ໃນ​ສະຫວັນ ເພາະ​ພຣະອົງ​ບັນດານ​ໃຫ້​ແສງ​ຕາເວັນ​ຂອງ​ພຣະອົງ​ສ່ອງ​ໃສ່​ທັງ​ຄົນຊົ່ວ​ແລະ​ຄົນ​ດີ​ເໝືອນກັນ ແລະ​ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນ​ທີ່​ຊອບທຳ​ແລະ​ບໍ່​ຊອບທຳ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”


ເສດຖີ​ຄົນ​ນີ້​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວ​ໃດ​ດີ ເພາະ​ເຮົາ​ບໍ່ມີ​ບ່ອນ​ພຽງພໍ ເພື່ອ​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້?’


ແຕ່​ເຖິງ​ປານນັ້ນ ພຣະອົງ​ບໍ່ໄດ້​ໃຫ້​ຂາດ​ພະຍານ​ເຖິງ​ເລື່ອງ​ພຣະອົງ ໂດຍ​ກິດຈະການ​ອັນ​ດີ​ຂອງ​ພຣະອົງ ຄື​ໄດ້​ບັນດານ​ຝົນ​ໃຫ້​ຕົກ​ຈາກ​ທ້ອງຟ້າ ແລະ​ໃຫ້​ມີ​ຜົນລະປູກ​ຕາມ​ລະດູການ, ຈຶ່ງ​ໂຜດ​ໃຫ້​ອາຫານ​ການກິນ​ແກ່​ພວກທ່ານ ແລະ​ໃຫ້​ຈິດໃຈ​ອີ່ມເຕັມ​ດ້ວຍ​ຄວາມສຸກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka