Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:11 - ພຣະຄຳພີສັກສິ

11 “ເມື່ອ​ພວກເຂົາ​ນຳ​ພວກເຈົ້າ​ໄປ​ສອບສວນ​ໃນ​ທຳມະສາລາ ຫລື​ຕໍ່ໜ້າ​ບັນດາ​ຜູ້​ປົກຄອງ ຫລື​ຜູ້​ມີ​ສິດ​ອຳນາດ ຢ່າ​ສູ່​ຄິດ​ກະວົນ​ກະວາຍ​ວ່າ ຈະ​ປ້ອງກັນ​ຕົວ​ເອງ​ຢ່າງ​ໃດ ຫລື​ຈະ​ເວົ້າ​ຢ່າງ​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 “ເມື່ອ​ພວກເຈົ້າ​ຖືກ​ນຳ​ເຂົ້າໄປ​ຢູ່​ຕໍ່ໜ້າ​ທຳມະສາລາ, ບັນດາ​ຜູ້ປົກຄອງ ຫລື ຜູ້​ມີ​ສິດອຳນາດ, ຢ່າ​ຄິດ​ກະວົນກະວາຍ​ວ່າ​ພວກເຈົ້າ​ຈະ​ປ້ອງກັນ​ຕົນ​ເອງ​ຢ່າງໃດ ຫລື ຈະ​ເວົ້າ​ສິ່ງໃດ,

Uka jalj uñjjattʼäta Copia luraña




ລູກາ 12:11
14 Jak'a apnaqawi uñst'ayäwi  

ບັດນີ້​ໂມເຊ​ເອີຍ ເຈົ້າ​ຈົ່ງ​ໄປ ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ ແລະ​ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”


ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ພວກ​ຜູ້​ມີ​ປັນຍາ ແລະ​ທຳມະຈານ​ທັງຫລາຍ​ມາ​ຫາ​ພວກເຈົ້າ, ເພື່ອ​ພວກເຈົ້າ​ຈະ​ຂ້າ​ບາງຄົນ​ແດ່, ຄຶງ​ບາງຄົນ​ທີ່​ໄມ້ກາງແຂນ​ແດ່, ຂ້ຽນຕີ​ບາງຄົນ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ​ແດ່ ແລະ​ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ​ແດ່.


“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ ບໍ່​ໃຫ້​ກະວົນ​ກະວາຍ​ເຖິງ​ເລື່ອງ​ອາຫານ​ສຳລັບ​ຊີວິດ​ຕົນ​ວ່າ, ຈະ​ກິນ​ຫຍັງ ຈະ​ດື່ມ​ຫຍັງ ຫລື​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ​ສຳລັບ​ຮ່າງກາຍ ຊີວິດ​ສຳຄັນ​ກວ່າ​ອາຫານ ແລະ​ຮ່າງກາຍ​ກໍ​ສຳຄັນ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່ແມ່ນ​ບໍ?


ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນ​ກະວາຍ ແລ້ວ​ຕໍ່​ອາຍຸ​ໃຫ້​ມີ​ຊີວິດ​ຍືນຍາວ​ໄດ້​ອີກ​ຈັກ​ໜ້ອຍໜຶ່ງ?”


“ເປັນ​ດ້ວຍເຫດໃດ ຈຶ່ງ​ກະວົນ​ກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ? ຈົ່ງ​ເບິ່ງ​ດອກໄມ້​ປ່າ​ນັ້ນ​ແມ ມັນ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງ​ໃດ ມັນ​ບໍ່ໄດ້​ເຮັດ​ວຽກ ບໍ່ໄດ້​ຕໍ່າ​ຜ້າ​ເຮັດ​ເຄື່ອງ​ນຸ່ງ​ສຳລັບ​ມັນ​ເອງ.


“ດັ່ງນັ້ນ ຢ່າ​ກະວົນ​ກະວາຍ​ເລີຍ​ວ່າ, ‘ຈະ​ກິນ​ຫຍັງ? ຈະ​ດື່ມ​ຫຍັງ? ແລະ​ຈະ​ນຸ່ງ​ຫົ່ມ​ຫຍັງ?’


ເຫດສະນັ້ນ ຢ່າ​ກະວົນ​ກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ຈະ​ມີ​ເລື່ອງ​ກະວົນ​ກະວາຍ​ໃນໂຕ​ມັນເອງ ຄວາມທຸກ​ໃນ​ວັນໃດ​ກໍ​ພໍ​ແລ້ວ​ສຳລັບ​ວັນນັ້ນ.”


ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ ຢ່າ​ກະວົນ​ກະວາຍ​ເຖິງ​ຊີວິດ​ຂອງຕົນ​ວ່າ ຈະ​ກິນ​ຫຍັງ ແລະ​ເຖິງ​ຮ່າງກາຍ​ຂອງຕົນ​ວ່າ ຈະ​ນຸ່ງຫົ່ມ​ຫຍັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka