Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 12:1 - ພຣະຄຳພີສັກສິ

1 ໃນ​ຂະນະ​ນັ້ນ ປະຊາຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ໝື່ນໆ ຈົນ​ຍ່າງ​ບຽດ​ກັນ ພຣະເຢຊູເຈົ້າ​ຕັ້ງຕົ້ນ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ​ໃຫ້​ດີ ຄື​ຄວາມ​ໜ້າຊື່​ໃຈຄົດ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ຂະນະ​ດຽວກັນ​ນັ້ນ, ເມື່ອ​ປະຊາຊົນ​ຫລາຍ​ພັນ​ຄົນ​ມາ​ເຕົ້າໂຮມ​ກັນ ຈົນ​ພວກເຂົາ​ບຽດ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ຄື​ຄວາມ​ໜ້າຊື່ໃຈຄົດ.

Uka jalj uñjjattʼäta Copia luraña




ລູກາ 12:1
18 Jak'a apnaqawi uñst'ayäwi  

ຝ່າຍ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ໃຫ້​ນາຍ​ທະຫານ​ປະຈຳຕົວ​ຂອງ​ເພິ່ນ ເປັນ​ຜູ້ເຝົ້າຍາມ​ປະຕູ​ເມືອງ. ນາຍ​ທະຫານ​ຜູ້​ນີ້​ຖືກ​ປະຊາຊົນ​ຢຽບ​ຕາຍ ຊຶ່ງ​ເປັນ​ໄປ​ຕາມ​ທີ່​ເອລີຊາ​ໄດ້​ບອກ​ໄວ້​ກ່ອນ ຕອນ​ທີ່​ກະສັດ​ໄປ​ຫາ​ເພິ່ນ​ນັ້ນ.


ຄົນຊົ່ວຊ້າ​ນັ້ນ​ຈະ​ມີ​ໄຊຊະນະ​ຢູ່​ຊົ່ວຄາວ ພວກເຂົາ​ຈະ​ພົບ​ຄວາມສຸກ​ໃນ​ໄລຍະ​ສັ້ນໆ​ເທົ່ານັ້ນ.


ຄົນ​ບໍ່​ເຊື່ອຖື​ພຣະເຈົ້າ​ນັ້ນ​ມີ​ຄວາມຫວັງ​ຫຍັງແດ່? ໃນ​ໂມງ​ທີ່​ພຣະເຈົ້າ​ຖາມ​ເອົາ​ຊີວິດ​ຂອງ​ພວກເຂົາ?


ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ສືບຕໍ່​ໃຈ​ໂມໂຫ ແມ່ນແຕ່​ຖືກ​ໂທດທັນ ກໍ​ບໍ່​ພາວັນນາ​ອະທິຖານ​ຂໍ​ໃຫ້​ຊ່ວຍ.


ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ທີ່​ເຮັດ​ບາບ ກຳລັງ​ຢ້ານກົວ​ຈົນ​ຕົວ​ສັ່ນເຊັນ. ພວກເຂົາ​ເວົ້າ​ວ່າ, “ການຕັດສິນ​ຂອງ​ພຣະເຈົ້າ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ. ມີ​ຜູ້ໃດ​ແດ່​ໃນ​ພວກເຮົາ​ທີ່​ມີ​ຊີວິດ​ລອດ​ຢູ່​ໄດ້​ໃນ​ໄຟ​ເຊັ່ນນັ້ນ?”


ວິບັດ​ແກ່​ພວກເຈົ້າ ພວກເຈົ້າ​ເປັນ​ດັ່ງ​ບ່ອນ​ຝັງສົບ ທີ່​ຄົນ​ບໍ່​ສັງເກດ​ຮູ້​ເຫັນ ເປັນ​ບ່ອນ​ທີ່​ຄົນ​ທັງຫລາຍ​ຢຽບ​ໄປມາ ໂດຍ​ບໍ່​ຮູ້​ວ່າ​ມີ​ຫຍັງ.”


ພວກ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ເຈົ້າ​ທັງຫລາຍ​ຮູ້ຈັກ​ສັງເກດ​ຄວາມ​ເປັນ​ໄປ​ຂອງ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ ແຕ່​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ສັງເກດ​ຄວາມ​ເປັນ​ໄປ​ຂອງ​ສະໄໝ​ນີ້​ບໍ່ໄດ້?”


ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.


ແຕ່​ຊື່ສຽງ​ຂອງ​ພຣະເຢຊູເຈົ້າ ກໍໄດ້​ຊ່າລື​ໄປ​ອີກ​ທົ່ວ​ທຸກ​ແຫ່ງ ແລະ​ປະຊາຊົນ​ກໍ​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ພຣະອົງ ແລະ​ຮັບ​ການ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຕ່າງໆ​ຂອງ​ພວກ​ຕົນ​ໃຫ້​ຫາຍ​ດີ.


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ​ລົງ​ມາ​ແຕ່​ພູ​ແລ້ວ ກໍ​ຢຸດ​ຢືນ​ຢູ່​ທີ່​ຮາບພຽງ​ແຫ່ງ​ໜຶ່ງ ໃນ​ບ່ອນ​ນັ້ນ ມີ​ລູກສິດ​ຂອງ​ພຣະອົງ​ຫລາຍ​ຄົນ​ພ້ອມ​ດ້ວຍ​ປະຊາຊົນ​ຈຳນວນ​ຫລວງຫລາຍ ທີ່​ມາ​ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຈາກ​ຝັ່ງ​ທະເລ​ຂອງ​ເມືອງ​ຕີເຣ​ກັບ​ເມືອງ​ຊີໂດນ,


ຫລັງຈາກ​ຮັບ​ຟັງ​ແລ້ວ ທ່ານ​ເຫຼົ່ານີ້​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ, ແລ້ວ​ພວກເຂົາ​ກໍ​ກ່າວ​ແກ່​ໂປໂລ​ວ່າ, “ອ້າຍ​ເອີຍ ເຈົ້າ​ກໍ​ເຫັນ​ຊາວ​ຢິວ​ຫລາຍ​ໝື່ນ​ຄົນ​ໄດ້​ວາງໃຈເຊື່ອ ແລະ​ຄົນ​ພວກ​ນີ້​ກໍ​ຮ້ອນຮົນ​ໃຈ​ໃນ​ການ​ທີ່​ເຊື່ອຖື​ກົດບັນຍັດ​ຢ່າງ​ເຄັ່ງຄັດ.


ເລື່ອງ​ທີ່​ເຮົາ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ເຮົາ​ໄດ້​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ເປັນ​ເລື່ອງ​ສຳຄັນ​ທີ່ສຸດ​ຄື​ວ່າ, ພຣະຄຣິດ​ຊົງ​ສິ້ນພຣະຊົນ​ແທນ​ຄວາມ​ຜິດບາບ​ຂອງ​ເຮົາ​ທັງຫລາຍ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ,


ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka