Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:8 - ພຣະຄຳພີສັກສິ

8 ເຮົາ​ບອກ​ພວກເຈົ້າ​ວ່າ, ເຖິງ​ແມ່ນ​ຜູ້​ນັ້ນ ຈະ​ບໍ່​ລຸກ​ຂຶ້ນ​ເອົາ​ເຂົ້າຈີ່​ໃຫ້ ເພາະ​ການ​ເປັນ​ເພື່ອນ​ກັນ​ກໍຕາມ, ແຕ່​ເພາະ​ການ​ໝັ່ນ​ຂໍ​ຂອງ​ຜູ້​ເປັນ​ເພື່ອນ​ນັ້ນ ລາວ​ກໍ​ຈະ​ລຸກ​ຂຶ້ນ​ເອົາ​ໃຫ້​ຕາມ​ທີ່​ເພື່ອນ​ຕ້ອງການ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເຮົາ​ບອກ​ພວກເຈົ້າ​ວ່າ, ເຖິງ​ແມ່ນ​ວ່າ​ລາວ​ຈະ​ບໍ່​ຍອມ​ລຸກຂຶ້ນ ແລະ ເອົາ​ເຂົ້າຈີ່​ໃຫ້​ພວກເຈົ້າ​ເພາະ​ເຫັນ​ແກ່​ຄວາມ​ເປັນ​ເພື່ອນ​ກັນ, ແຕ່​ເພາະ​ຄວາມກ້າ​ທີ່​ບໍ່​ມີ​ຄວາມອາຍ​ຂອງ​ພວກເຈົ້າ, ລາວ​ກໍ​ຈະ​ລຸກຂຶ້ນ ແລະ ເອົາ​ໃຫ້​ຕາມ​ທີ່​ພວກເຈົ້າ​ຕ້ອງການ​ແນ່ນອນ.

Uka jalj uñjjattʼäta Copia luraña




ລູກາ 11:8
10 Jak'a apnaqawi uñst'ayäwi  

ຊາຍ​ຜູ້ນັ້ນ​ເວົ້າ​ວ່າ, “ປ່ອຍ​ຂ້ອຍ​ແມ ເພາະ​ຕາເວັນ​ຈວນ​ຈະ​ຂຶ້ນ​ແລ້ວ.” ແຕ່​ຢາໂຄບ​ຕອບ​ວ່າ, “ຂ້ອຍ​ຈະ​ບໍ່​ປ່ອຍ​ເຈົ້າ​ໄປ ຈົນກວ່າ​ເຈົ້າ​ຈະ​ອວຍພອນ​ຂ້ອຍ.”


ຝ່າຍ​ມິດ​ສະຫາຍ​ທີ່​ຢູ່​ຂ້າງ​ໃນ ຈະ​ຕອບ​ອອກ​ມາ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເທາະ ປະຕູ​ກໍ​ອັດ​ແລ້ວ ແລະ​ພວກ​ລູກ​ຂອງເຮົາ ກໍ​ນອນ​ຢູ່​ກັບ​ເຮົາ​ໝົດ​ແລ້ວ ເຮົາ​ລຸກ​ຂຶ້ນ​ເອົາ​ໃຫ້​ເຈົ້າ​ບໍ່ໄດ້​ດອກ.’


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໂດຍ​ເຫັນ​ແກ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ໂດຍ​ເຫັນ​ແກ່​ຄວາມຮັກ ຊຶ່ງ​ພຣະວິນຍານ​ປະທານ​ໃຫ້ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຮ່ວມ​ກັບ​ເຮົາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ຮ້ອນຮົນ​ເພື່ອ​ເຮົາ​ດ້ວຍ.


ເຮົາ​ໄດ້​ພາວັນນາ​ອະທິຖານ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ​ເຖິງ​ສາມ​ເທື່ອ ກ່ຽວກັບ​ເລື່ອງ​ນີ້ ເພື່ອ​ຂໍ​ໃຫ້​ພຣະອົງ​ເອົາ​ໜີໄປ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ.


ເອປາ​ຟາ ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ເພິ່ນ​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ໂດຍ​ຂໍ​ພຣະເຈົ້າ​ບັນດານ​ໃຫ້​ພວກເຈົ້າ​ຕັ້ງໝັ້ນ​ຢູ່ ເປັນ​ຜູ້​ໃຫຍ່​ຄົບຖ້ວນ ແລະ​ເປັນ​ຜູ້​ທີ່​ມີ​ຄວາມ​ໝັ້ນໃຈ ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ເມຍ​ຂອງ​ແຊມຊັນ​ຈຶ່ງ​ຮ້ອງໄຫ້​ເພາະ​ເລື່ອງນີ້​ຢູ່​ຕະຫລອດ​ເຈັດ​ວັນ ທີ່​ມີ​ງານກິນລ້ຽງ. ແຕ່​ພໍ​ຮອດ​ວັນ​ທີ​ເຈັດ​ແຊມຊັນ​ຈຶ່ງ​ບອກ​ຄຳຕອບ​ແກ່​ນາງ ຍ້ອນ​ວ່າ​ນາງ​ເປັນ​ຄົນ​ຊູຊີ​ຫລາຍ. ແລ້ວ​ນາງ​ກໍ​ນຳ​ເອົາ​ຄຳຕອບ​ນັ້ນ​ໄປ​ບອກ​ຊາວ​ຟີລິດສະຕິນ.


ນາງ​ຮັນນາ​ພາວັນນາ​ອະທິຖານ​ຕໍ່ໜ້າ​ພຣະເຈົ້າຢາເວ​ເປັນ​ເວລາ​ຍາວນານ ສ່ວນ​ເອລີ​ນັ້ນ​ກໍ​ເຝົ້າ​ສັງເກດ​ເບິ່ງ​ປາກ​ຂອງ​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka