Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:7 - ພຣະຄຳພີສັກສິ

7 ຝ່າຍ​ມິດ​ສະຫາຍ​ທີ່​ຢູ່​ຂ້າງ​ໃນ ຈະ​ຕອບ​ອອກ​ມາ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເທາະ ປະຕູ​ກໍ​ອັດ​ແລ້ວ ແລະ​ພວກ​ລູກ​ຂອງເຮົາ ກໍ​ນອນ​ຢູ່​ກັບ​ເຮົາ​ໝົດ​ແລ້ວ ເຮົາ​ລຸກ​ຂຶ້ນ​ເອົາ​ໃຫ້​ເຈົ້າ​ບໍ່ໄດ້​ດອກ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 “ແລ້ວ​ຄົນ​ທີ່​ຢູ່​ໃນ​ເຮືອນ​ກໍ​ຈະ​ຕອບ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເລີຍ. ປະຕູ​ກໍ​ອັດ​ແລ້ວ ແລະ ພວກລູກ​ຂອງ​ເຮົາ​ກໍ​ນອນ​ຢູ່​ກັບ​ເຮົາ​ເທິງ​ຕຽງ. ເຮົາ​ລຸກ​ຂຶ້ນ​ໄປ​ເອົາ​ສິ່ງໃດ​ໃຫ້​ເຈົ້າ​ບໍ່​ໄດ້​ດອກ’.

Uka jalj uñjjattʼäta Copia luraña




ລູກາ 11:7
7 Jak'a apnaqawi uñst'ayäwi  

ນ້ອງ​ແກ້​ເສື້ອຜ້າ​ຂອງນ້ອງ​ອອກ​ແລ້ວເດ ເຫດໃດ​ນ້ອງ​ຈຶ່ງ​ຕ້ອງ​ນຸ່ງ​ເສື້ອ​ນ້ອງ​ຄືນ​ອີກ? ນ້ອງ​ຫາ​ກໍ​ລ້າງ​ຕີນ​ໃຫ້​ສະອາດ​ຕຽມ​ເຂົ້າ​ນອນ ເຫດໃດ​ນ້ອງ​ຈຶ່ງ​ຕ້ອງ​ເຮັດ​ໃຫ້​ຕີນ​ນ້ອງ​ເປື້ອນ​ອີກ?


ແລະ​ໃນ​ຂະນະທີ່​ພວກເຂົາ​ອອກ​ໄປ​ຊື້​ນໍ້າມັນ​ນັ້ນ ເຈົ້າບ່າວ​ກໍ​ມາ​ຮອດ ແລະ​ຜູ້​ທີ່​ຕຽມພ້ອມ​ຢູ່​ແລ້ວ​ກໍ​ເຂົ້າ​ໄປ​ກັບ​ເຈົ້າບ່າວ​ໃນ​ງານກິນລ້ຽງ​ສົມຣົດ ແລະ​ປະຕູ​ກໍ​ອັດ.


ເພາະ​ເພື່ອນ​ຄົນ​ໜຶ່ງ​ຂອງເຮົາ​ຫາ​ກໍ​ເດີນທາງ​ມາ​ແວ່ ແລະ​ເຮົາ​ບໍ່ມີ​ຫຍັງ​ຈະ​ສູ່​ລາວ​ກິນ.’


ເຮົາ​ບອກ​ພວກເຈົ້າ​ວ່າ, ເຖິງ​ແມ່ນ​ຜູ້​ນັ້ນ ຈະ​ບໍ່​ລຸກ​ຂຶ້ນ​ເອົາ​ເຂົ້າຈີ່​ໃຫ້ ເພາະ​ການ​ເປັນ​ເພື່ອນ​ກັນ​ກໍຕາມ, ແຕ່​ເພາະ​ການ​ໝັ່ນ​ຂໍ​ຂອງ​ຜູ້​ເປັນ​ເພື່ອນ​ນັ້ນ ລາວ​ກໍ​ຈະ​ລຸກ​ຂຶ້ນ​ເອົາ​ໃຫ້​ຕາມ​ທີ່​ເພື່ອນ​ຕ້ອງການ.


ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’


ດັ່ງນັ້ນ, ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ໄປ​ກັບ​ພວກເຂົາ ເມື່ອ​ພຣະອົງ​ເກືອບ​ຈະ​ເຖິງ​ເຮືອນ​ແລ້ວ ນາຍ​ທະຫານ​ໄດ້​ໃຊ້​ພວກ​ໝູ່ເພື່ອນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຢ່າ​ໃຫ້​ເປັນ​ການ​ລຳບາກ​ແກ່​ທ່ານ​ເອງ​ເລີຍ ເພາະວ່າ ຂ້ານ້ອຍ​ເປັນ​ຄົນ​ບໍ່​ສົມຄວນ ທີ່​ທ່ານ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ,


ແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ລົບກວນ​ເຮົາ​ອີກ ເພາະ​ຮອຍ​ບາດແຜ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຕາປະທັບ​ຊີ້​ໃຫ້​ເຫັນ​ວ່າ, ເຮົາ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka