Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:53 - ພຣະຄຳພີສັກສິ

53 ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ​ໄປ​ແລ້ວ ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ກໍ​ເລີ່ມຕົ້ນ​ໂຈມຕີ​ຕໍ່ຕ້ານ​ພຣະອົງ​ຢ່າງ​ໜັກ ແລະ​ຖາມ​ພຣະອົງ​ເຖິງ​ຫລາຍສິ່ງ​ຫລາຍຢ່າງ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

53 ເມື່ອ​ພຣະເຢຊູເຈົ້າ​ອອກໄປ​ຂ້າງນອກ, ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ກໍ​ເລີ່ມ​ຕໍ່ຕ້ານ​ພຣະອົງ​ຢ່າງ​ຮຸນແຮງ ແລະ ເລີ່ມ​ພາກັນ​ຕັ້ງ​ຄຳຖາມ​ໃສ່​ພຣະອົງ,

Uka jalj uñjjattʼäta Copia luraña




ລູກາ 11:53
11 Jak'a apnaqawi uñst'ayäwi  

ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ຂ້ານ້ອຍ​ໄດ້ຍິນ​ຫລາຍໆ​ຄົນ​ຊີ່ມ​ໃສ່​ກັນ​ວ່າ, “ຄວາມ​ຕົກໃຈ​ຢ້ານກົວ​ມີ​ຢູ່​ທົ່ວ​ທຸກແຫ່ງ ຈົ່ງ​ຮີບ​ລາຍງານ​ສະພາບ​ການ​ໃໝ່​ໃຫ້​ເຈົ້າໜ້າທີ່​ຟັງ.” ແມ່ນແຕ່​ໝູ່ເພື່ອນ​ຜູ້​ໃກ້ຊິດ​ກໍ​ລໍເບິ່ງ​ຂ້ານ້ອຍ​ລົ້ມ. ພວກເຂົາ​ເວົ້າ​ວ່າ, “ບາງທີ​ການ​ທີ່​ພວກເຮົາ​ເວົ້າ​ໂຈມຕີ​ລາວ ອາດ​ເຮັດ​ໃຫ້​ພວກເຮົາ​ຈັບ​ລາວ​ມາ​ແກ້ແຄ້ນ​ກໍໄດ້.”


“ວິບັດ​ແກ່​ເຈົ້າ ພວກ​ທຳບັນດິດ​ເອີຍ ພວກເຈົ້າ​ໄດ້​ເອົາ​ກະແຈ ທີ່​ໄຂ​ໄປ​ສູ່​ຄວາມ​ຮູ້​ໄວ້ ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ ແລະ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ​ນັ້ນ ພວກເຈົ້າ​ຊໍ້າພັດ​ຂັດຂວາງ​ໄວ້.”


ໂດຍ​ຫວັງ​ຊອກ​ຈັບ​ຜິດ​ພຣະອົງ​ໃນ​ຖ້ອຍຄຳ​ໃດໜຶ່ງ ທີ່​ພຣະອົງ​ກ່າວ​ອອກ​ມາ.


ພວກເຂົາ​ຈຶ່ງ​ຕິດຕາມ​ເບິ່ງ​ພຣະອົງ ແລະ​ໃຊ້​ຄົນ​ສອດແນມ​ໃຫ້​ປອມຕົວ​ເໝືອນ​ເປັນ​ຄົນ​ສັດຊື່ ເພື່ອ​ຫວັງ​ຈະ​ຈັບ​ຜິດ​ໃນ​ຖ້ອຍຄຳ​ຂອງ​ພຣະອົງ ເພື່ອ​ຈະ​ມອບ​ພຣະອົງ​ໄວ້​ໃນ​ອຳນາດ ແລະ ອາດຍາສິດ​ຂອງ​ຜູ້ປົກຄອງ.


ຍັງ​ມີ​ພວກ​ຊາດູກາຍ​ບາງຄົນ​ມາ​ຫາ​ພຣະອົງ ແມ່ນ​ພວກ​ນີ້​ທີ່​ຖື​ວ່າ ຄົນ​ຈະ​ບໍ່​ເປັນ​ຄືນ​ມາ​ຈາກ​ຕາຍ ພວກເຂົາ​ຖາມ​ພຣະອົງ​ວ່າ,


“ຝ່າຍ​ຂ້ານ້ອຍ​ເອງ​ກໍ​ເຄີຍ​ຄິດ​ຢູ່​ໃນ​ໃຈ​ວ່າ, ຕ້ອງ​ເຮັດ​ທຸກ​ວິທີ​ທາງ ເພື່ອ​ຂັດຂວາງ​ພຣະນາມ​ຂອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ.


ບໍ່​ເຮັດ​ການ​ອັນ​ບໍ່​ສຸພາບ ບໍ່​ຄິດເຫັນ​ປະໂຫຍດ​ສ່ວນຕົວ​ແຕ່​ຝ່າຍ​ດຽວ ບໍ່ມີ​ໃຈ​ຮ້າຍ​ງ່າຍ ບໍ່​ມັກ​ຈົດຈຳ​ຄວາມຜິດ


ຈົນ​ວ່າ​ເຮົາ​ໄດ້​ເຕືອນ​ຕີໂຕ ໃຫ້​ຊ່ວຍ​ພວກເຈົ້າ​ເຮັດ​ການ​ກຸສົນ​ນັ້ນ​ໃຫ້​ສຳເລັດ ຕາມ​ທີ່​ຕົນ​ໄດ້​ລົງ​ມື​ເຮັດ​ໄວ້​ກ່ອນ​ແລ້ວ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka