Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:51 - ພຣະຄຳພີສັກສິ

51 ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

51 ນັບ​ຈາກ​ເລືອດ​ຂອງ​ອາເບັນ​ຈົນ​ເຖິງ​ເລືອດ​ຂອງ​ເຊກາຣີຢາ, ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ວິຫານ. ເຮົາ​ບອກ​ພວກເຈົ້າ​ວ່າ, ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຮັບຜິດຊອບ​ສິ່ງ​ທັງໝົດ​ນີ້.

Uka jalj uñjjattʼäta Copia luraña




ລູກາ 11:51
9 Jak'a apnaqawi uñst'ayäwi  

ຕໍ່ມາ ນາງ​ກໍໄດ້​ລູກຊາຍ​ອີກ​ຜູ້ໜຶ່ງ; ລູກຊາຍ​ຜູ້​ນີ້​ມີ​ຊືວ່າ, “ອາເບັນ.” ລາວ​ເປັນ​ຄົນ​ລ້ຽງ​ສັດ ສ່ວນ​ກາອິນ​ນັ້ນ​ເປັນ​ພໍ່ນາ.


ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ ຊົນຊາດ​ຂອງ​ພວກເຂົາ​ບໍ່​ຍອມ​ເຊື່ອຟັງ​ເຮົາ ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ບໍ່​ຍອມ​ຖອດຖອນ​ບົດຮຽນ​ຈາກ​ການ​ທີ່​ພວກເຂົາ​ຖືກ​ລົງໂທດ. ຄວາມສັດຊື່​ໄດ້​ສູນຫາຍ​ໄປ​ຈາກ​ພວກເຂົາ​ສາ​ແລ້ວ. ບໍ່ມີ​ຜູ້ໃດ​ເລີຍ​ຢາກ​ເອີ່ຍ​ເຖິງ​ເລື່ອງນີ້​ອີກ​ຕໍ່ໄປ.”


ໃນ​ເດືອນ​ແປດ ຂອງ​ຣາຊການ​ປີ​ທີ​ສອງ ຂອງ​ເຈົ້າ​ດາຣິອຸດ​ຈັກກະພັດ​ແຫ່ງ​ເປີເຊຍ ພຣະເຈົ້າຢາເວ​ໄດ້​ມອບ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້ ໃຫ້​ຜູ້ທຳນວາຍ​ເຊກາຣີຢາ​ລູກຊາຍ​ຂອງ​ເບເຣກີຢາ​ແລະ​ຫລານຊາຍ​ຂອງ​ອິດໂດ​ວ່າ,


ດັ່ງນັ້ນ ໂທດກຳ​ສຳລັບ​ການ​ຂ້າ​ທຸກຄົນ​ທີ່​ບໍ່ມີ​ຄວາມຜິດ​ນັ້ນ ຈະ​ຕົກ​ຖືກ​ພວກເຈົ້າ ນັບ​ແຕ່​ການ​ຂ້າ​ອາເບັນ​ຜູ້​ບໍ່ມີ​ຄວາມຜິດ ຈົນເຖິງ​ການ​ຂ້າ​ເຊກາຣີຢາ ລູກຊາຍ​ຂອງ​ເບເຣກີຢາ ທີ່​ພວກເຈົ້າ​ໄດ້​ຂ້າ​ລະຫວ່າງ​ພຣະວິຫານ​ແລະ​ແທ່ນບູຊາ.


ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka