Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:44 - ພຣະຄຳພີສັກສິ

44 ວິບັດ​ແກ່​ພວກເຈົ້າ ພວກເຈົ້າ​ເປັນ​ດັ່ງ​ບ່ອນ​ຝັງສົບ ທີ່​ຄົນ​ບໍ່​ສັງເກດ​ຮູ້​ເຫັນ ເປັນ​ບ່ອນ​ທີ່​ຄົນ​ທັງຫລາຍ​ຢຽບ​ໄປມາ ໂດຍ​ບໍ່​ຮູ້​ວ່າ​ມີ​ຫຍັງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

44 “ວິບັດ​ແກ່​ພວກເຈົ້າ ເພາະ​ພວກເຈົ້າ​ເປັນ​ເໝືອນ​ຂຸມຝັງສົບ​ທີ່​ບໍ່​ມີ​ເຄື່ອງໝາຍ​ໄວ້, ເຊິ່ງ​ຄົນ​ທັງຫລາຍ​ຍ່າງ​ຢຽບ​ໄປ​ມາ​ໂດຍ​ບໍ່​ຮູ້​ວ່າ​ເປັນ​ຂຸມຝັງສົບ”.

Uka jalj uñjjattʼäta Copia luraña




ລູກາ 11:44
7 Jak'a apnaqawi uñst'ayäwi  

ສິ່ງ​ທີ່​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ເປັນ​ທີ່​ວາງໃຈ​ບໍ່ໄດ້​ເລີຍ ພວກເຂົາ​ຄິດ​ແຕ່​ຫາທາງ​ທຳລາຍ​ເທົ່ານັ້ນ ຄື​ເວົ້າ​ປະຈົບ​ປະແຈງ​ແລະ​ເອາະເຊາະ​ດີ ແຕ່​ເຕັມ​ໄປ​ດ້ວຍ​ຄຳຫລອກລວງ ໃຫ້​ເຖິງ​ຕາຍ​ທັງສິ້ນ.


ໃນ​ຂະນະທີ່​ພວກເຂົາ​ຂຶ້ນ​ແລະ​ລົງ​ພູ ໄປ​ທົ່ວ​ດິນແດນ​ນັ້ນ ທຸກ​ເທື່ອ​ທີ່​ພວກເຂົາ​ໄດ້​ພົບ​ກະດູກ​ຂອງ​ຄົນ ພວກເຂົາ​ຈະ​ປັກຫລັກ​ເປັນ​ເຄື່ອງໝາຍ​ໄວ້​ຢູ່​ໃກ້ໆ ເພື່ອ​ວ່າ​ພວກ​ທີ່​ຂຸດ​ຂຸມ​ຝັງ​ຈະ​ໄດ້​ມາ​ນຳ​ເອົາ​ກະດູກ​ນັ້ນ ໄປ​ຝັງ​ໄວ້​ໃນ​ຮ່ອມພູ​ຂອງ​ກອງທັບ​ໂກກ.


ພຣະເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ໃນ​ຖານະ​ເປັນ​ຜູ້ທຳນວາຍ ເພື່ອ​ເຕືອນ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ແຕ່​ບ່ອນໃດ​ກໍດີ​ທີ່​ຂ້າພະເຈົ້າ​ໄປ ພວກເຈົ້າ​ຊອກຫາ​ດັກຈັບ​ຂ້າພະເຈົ້າ​ດັ່ງ​ດັກຈັບ​ນົກ. ແມ່ນແຕ່​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າ​ເອງ ປະຊາຊົນ​ກໍ​ເປັນ​ສັດຕູ​ກັບ​ຜູ້ທຳນວາຍ.


ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ຄົນ​ທີ່​ຖືກ​ຂ້າ​ຕາຍ ຫລື​ຕາຍ​ຕາມ​ທຳມະດາ​ນອກ​ຫໍເຕັນ ຫລື​ຖ້າ​ຫາກ​ມີ​ຄົນໜຶ່ງ​ຄົນໃດ​ຈັບບາຍ​ກະດູກ​ຫລື​ຂຸມຝັງສົບ ຜູ້ນັ້ນ​ຈະ​ເປັນ​ມົນທິນ​ຢູ່​ເຈັດ​ວັນ.


ເມັດ​ນັ້ນ​ນ້ອຍ​ກວ່າ​ເມັດ​ທັງຫລາຍ ແຕ່​ເມື່ອ​ງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່​ກວ່າ​ຜັກ​ຊະນິດ​ອື່ນໆ, ມັນ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ຈົນ​ວ່າ​ຝູງ​ນົກ​ມາ​ຈັບ ແລະ​ເຮັດ​ຮັງ​ໃສ່​ງ່າ​ຂອງ​ມັນ​ໄດ້.”


ດັ່ງນັ້ນ ໂປໂລ​ຈຶ່ງ​ກ່າວ​ຕໍ່​ມະຫາ​ປະໂຣຫິດ​ວ່າ, “ພຣະເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ ເຈົ້າ​ນັ່ງ​ພິພາກສາ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ຕົບ​ປາກ​ເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka