Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:41 - ພຣະຄຳພີສັກສິ

41 ແຕ່​ຈົ່ງ​ບໍລິຈາກ​ໃຫ້​ແກ່​ຄົນ​ຍາກຈົນ ຕາມ​ທີ່​ພວກເຈົ້າ​ມີ​ຢູ່​ຂ້າງ​ໃນ ແລະ​ທຸກສິ່ງ​ກໍ​ຈະ​ສະອາດ​ເສາະໃສ​ສຳລັບ​ພວກເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

41 ແຕ່​ບັດນີ້​ສິ່ງ​ທີ່​ມີ​ຢູ່​ພາຍໃນ​ພວກເຈົ້າ​ຈົ່ງ​ເຜື່ອແຜ່​ແກ່​ຄົນທຸກຍາກ ແລ້ວ​ທຸກສິ່ງ​ກໍ​ຈະ​ສະອາດ​ສຳລັບ​ເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 11:41
37 Jak'a apnaqawi uñst'ayäwi  

ລາວ​ໃຫ້​ທານ​ຢ່າງ​ເຜື່ອແຜ່​ແກ່​ຄົນ​ຂັດສົນ ແລະ​ຄວາມ​ເມດຕາ​ກໍ​ບໍ່ເຄີຍ​ລົດໜ້ອຍ​ລົງ ລາວ​ຈະ​ມີ​ອຳນາດ​ທັງ​ຈະ​ມີ​ຄົນ​ເຄົາຣົບ​ນັບຖື​ດ້ວຍ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຫ່ວງໃຍ​ນຳ​ຄົນ​ຈົນ ພຣະເຈົ້າຢາເວ​ຊ່ວຍເຫຼືອ​ພວກເຂົາ​ໃນ​ວັນ​ແຫ່ງ​ຄວາມ​ເດືອດຮ້ອນ.


ຜູ້​ທີ່​ຂົ່ມເຫັງ​ຄົນທຸກ​ກໍ​ດູຖູກ​ພຣະເຈົ້າ​ຜູ້​ຊົງສ້າງ​ເຂົາ​ມາ, ແຕ່​ຜູ້​ທີ່​ເມດຕາ​ເຂົາ​ກໍ​ໃຫ້ກຽດ​ພຣະເຈົ້າ.


ຈົ່ງ​ສັດຊື່​ແລະ​ທ່ຽງທຳ​ແລະ​ພຣະເຈົ້າ​ກໍ​ຈະ​ຍົກ​ບາບ​ໃຫ້, ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ແລະ​ສິ່ງ​ຊົ່ວຮ້າຍ​ຈະ​ບໍ່​ມາ​ຖືກ​ເຈົ້າ.


ໃຫ້ທານ​ແກ່​ຄົນທຸກ​ກໍ​ເທົ່າກັບ​ເອົາ​ໃຫ້​ພຣະເຈົ້າຢາເວ​ຢືມ ແລະ​ພຣະອົງ​ຈະ​ຈ່າຍ​ຄືນ​ໃຫ້​ແກ່​ຜູ້​ທີ່​ເຮັດ​ເຊັ່ນນັ້ນ.


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ດ້ວຍວ່າ, ຄົນ​ຍາກຈົນ​ມີ​ຢູ່​ກັບ​ພວກເຈົ້າ​ສະເໝີ​ ແຕ່​ຝ່າຍ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ​ສະເໝີ​ໄປ.


ເມື່ອ​ຜູ້ໃດ​ຂໍ​ສິ່ງໃດ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ ຢ່າ​ປິ່ນ​ຫລັງ​ໃສ່​ຜູ້​ທີ່​ຂໍ​ຢືມ​ນຳ​ເຈົ້າ ຈົ່ງ​ໃຫ້​ເຂົາ​ຢືມ.”


ເພາະ​ສິ່ງ​ນັ້ນ​ບໍ່ໄດ້​ເຂົ້າ​ໄປ​ໃນ​ຈິດໃຈ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ.” (ການ​ເວົ້າ​ເຊັ່ນ​ນີ້ ພຣະເຢຊູເຈົ້າ​ໝາຍຄວາມວ່າ ອາຫານ​ທຸກ​ຊະນິດ​ເປັນ​ຂອງ​ກິນ​ໄດ້.)


ຈົ່ງ​ຂາຍ​ສິ່ງ​ຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳລັບ​ຕົນ ແລະ​ສະສົມ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ໃນ​ສະຫວັນ ຊຶ່ງ​ໝົດ​ບໍ່​ເປັນ ບ່ອນ​ທີ່​ຂະໂມຍ​ເຂົ້າ​ໄປ​ບໍ່ໄດ້ ແລະ​ບ່ອນ​ທີ່​ມອດ​ກັດ​ກິນ​ບໍ່ໄດ້.


ຝ່າຍ​ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ‘ຈົ່ງ​ເຮັດ​ໃຫ້​ຕົນ​ມີ​ໝູ່​ເພື່ອນ​ດ້ວຍ​ຊັບສິນ​ອັນ​ບໍ່​ຍຸດຕິທຳ ເພື່ອ​ເວລາ​ຊັບ​ນັ້ນ​ເສຍ​ໄປ​ແລ້ວ ເຂົາ​ກໍ​ຈະ​ຮັບ​ຕ້ອນ​ພວກເຈົ້າ​ໄວ້ ໃນ​ບ່ອນ​ອາໄສ​ຢູ່​ອັນ​ຖາວອນ​ເປັນນິດ.


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ກໍ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ ຄື​ຈົ່ງ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ທຸກຈົນ ແລະ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”


ແລ້ວ​ຊັກຂ່າຍ​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ພຣະອົງເຈົ້າ ພຣະອົງເຈົ້າ​ເອີຍ, ເບິ່ງແມ! ຂ້ານ້ອຍ​ຂໍ​ມອບ​ເຂົ້າຂອງ​ທີ່​ມີ​ຢູ່ ໃຫ້​ແກ່​ຄົນ​ຍາກຈົນ​ເຄິ່ງ​ໜຶ່ງ ແລະ​ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ຜູ້ໃດ ຂ້ານ້ອຍ​ກໍ​ຂໍ​ສົ່ງ​ຄືນ​ໃຫ້​ລາວ​ສີ່​ເທົ່າ.”


ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, “ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ ຖືກ​ຊຳລະ​ແລ້ວ ຢ່າ​ຖື​ວ່າ​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.”


ພວກ​ສາວົກ​ຈຶ່ງ​ຕັດສິນໃຈ​ວ່າ ແຕ່ລະຄົນ​ໃນ​ພວກເພິ່ນ​ຄວນ​ບໍລິຈາກ​ຕາມ​ຄວາມ​ສາມາດ​ຂອງຕົນ ເພື່ອ​ສົ່ງ​ໄປ​ຊ່ວຍເຫລືອ​ພີ່ນ້ອງ​ທີ່​ເຊື່ອ ທີ່​ອາໄສ​ຢູ່​ໃນ​ແຂວງ​ຢູດາຍ.


“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ສຳລັບ​ຄົນ​ສະອາດ​ນັ້ນ ທຸກສິ່ງ​ກໍ​ສະອາດ​ເສາະໃສ ແຕ່​ສຳລັບ​ຄົນຊົ່ວຮ້າຍ​ແລະ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ບໍ່ມີ​ສິ່ງໃດ​ສະອາດ​ຈັກ​ຢ່າງ ແຕ່​ຈິດໃຈ ແລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ຖືກ​ຊົ່ວຮ້າຍ​ໄປ​ແລ້ວ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka