3 ຂໍໂຜດປະທານເຂົ້າຈີ່ປະຈຳວັນ ທີ່ພວກຂ້ານ້ອຍຕ້ອງການ
3 ຂໍໂຜດໃຫ້ອາຫານປະຈຳວັນແກ່ພວກຂ້ານ້ອຍໃນແຕ່ລະວັນ.
ຂໍຢ່າໃຫ້ຂ້ານ້ອຍເປັນຄົນຂີ້ຕົວະ ແລະຂໍຢ່າໃຫ້ຂ້ານ້ອຍເປັນຄົນຮັ່ງມີ ຫລືເປັນຄົນທຸກ. ສະນັ້ນ ໂຜດໃຫ້ຂ້ານ້ອຍມີອາຫານຕາມຄວາມເໝາະສົມ.
ແລ້ວພວກເຈົ້າກໍຈະປອດໄພ; ພວກເຈົ້າຈະໝັ້ນຄົງດັ່ງຢູ່ໃນປ້ອມປ້ອງກັນອັນເຂັ້ມແຂງ. ພວກເຈົ້າຈະມີອາຫານກິນ ແລະຈະມີນໍ້າດື່ມ.
ຂໍຊົງໂຜດປະທານເຂົ້າຈີ່ປະຈຳວັນ ໃຫ້ແກ່ຂ້ານ້ອຍທັງຫລາຍ ໃນກາລະວັນນີ້
ເຫດສະນັ້ນ ຢ່າກະວົນກະວາຍເຖິງມື້ອື່ນ ເພາະມື້ອື່ນຈະມີເລື່ອງກະວົນກະວາຍໃນໂຕມັນເອງ ຄວາມທຸກໃນວັນໃດກໍພໍແລ້ວສຳລັບວັນນັ້ນ.”
ຄົນຢິວໃນເມືອງນີ້ມີຈິດໃຈສູງສົ່ງ ຫລາຍກວ່າຄົນຢິວໃນເມືອງເທສະໂລນິກ, ພວກເຂົາມີໃຈເຫຼື້ອມໃສຫລາຍ ແລະຢາກຈະຟັງຖ້ອຍຄຳທີ່ໂປໂລກ່າວ ແລະພວກເຂົາສຶກສາພຣະຄຳພີທຸກໆວັນ ເພື່ອຢາກຮູ້ວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງແທ້ຫລືບໍ່.