Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:2 - ພຣະຄຳພີສັກສິ

2 ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ພາວັນນາ​ອະທິຖານ​ນັ້ນ ຈົ່ງ​ເວົ້າ​ດັ່ງນີ້: ‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ ເປັນ​ທີ່​ເຄົາຣົບ​ບູຊາ ຂໍ​ໃຫ້​ຣາຊອານາຈັກ​ຂອງ​ພຣະອົງ​ ມາ​ຕັ້ງ​ຢູ່​ເທິງ​ໂລກນີ້​ເຖິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ອະທິຖານ ຈົ່ງ​ກ່າວ​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ, ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່,

Uka jalj uñjjattʼäta Copia luraña




ລູກາ 11:2
45 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ເຂົາ ແລະ​ເຮັດ​ຕາມ​ທີ່​ເຂົາ​ຮ້ອງຂໍ​ດ້ວຍ​ເທີ້ນ ເພື່ອ​ວ່າ​ປະຊາຊົນ​ທົ່ວໂລກ​ຈະ​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ ແລະ​ຢຳເກງ​ພຣະອົງ, ເໝືອນດັ່ງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້ ແມ່ນ​ບ່ອນ​ທີ່​ຮ້ອງຂໍ​ອອກ​ນາມຊື່​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ບັດນີ້ ຂໍ​ພຣະອົງ​ຊ່ວຍ​ກູ້​ເອົາ​ພວກ​ຂ້ານ້ອຍ​ຈາກ​ຊາວ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ຕ່າງໆ​ໃນ​ໂລກ​ຈະ​ຮູ້​ວ່າ ພຣະອົງ​ຊົງ​ເປັນ​ພຣະເຈົ້າຢາເວ​ອົງດຽວ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ.”


ແລະ​ພາວັນນາ​ອະທິຖານ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ປົກຄອງ​ຢູ່​ເທິງ​ສະຫວັນ ເໜືອ​ບັນດາ​ປະຊາຊາດ​ທັງໝົດ​ໃນ​ໂລກ. ພຣະອົງ​ຊົງຣິດອຳນາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງ​ບໍ່ມີ​ຜູ້ໃດ​ຕໍ່ຕ້ານ​ພຣະອົງ​ໄດ້.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ ພວກ​ເທວະດາ​ຜູ້​ແຂງແຮງ​ແລະ​ມີ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຜູ້​ທີ່​ຍອມ​ຟັງ​ສິ່ງ​ທີ່​ພຣະອົງ​ຊົງ​ກ່າວ.


ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ຣິດທານຸພາບ​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງເທິງ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ທົ່ວ​ເທິງ​ແຜ່ນດິນ​ໂລກ.


ພຣະເຈົ້າຢາເວ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ພຣະເຈົ້າຢາເວ​ປະທັບ​ເທິງ​ພຣະ​ບັນລັງ ຢູ່​ໃນ​ສະຫວັນ ພຣະອົງ​ເຝົ້າເບິ່ງ​ມະນຸດ​ທຸກແຫ່ງ​ທຸກຫົນ ແລະ​ທັງ​ຮູ້ວ່າ​ຄົນ​ກຳລັງ​ເຮັດ​ຫຍັງ​ຢູ່​ດ້ວຍ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ປາກົດ​ທີ່​ຟ້າ​ສະຫວັນ​ເບື້ອງ​ເທິງ ແລະ​ພຣະ​ສະຫງ່າຣາສີ​ປາກົດ​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.


ຄິດ​ກ່ອນ​ຈຶ່ງ​ເວົ້າ ແລະ​ຢ່າ​ຟ້າວ​ຕັດສິນໃຈ​ເຮັດ​ຄຳ​ສາບານ​ໃດໆ​ກັບ​ພຣະເຈົ້າ. ພຣະເຈົ້າ​ຢູ່​ເທິງ​ຟ້າສະຫວັນ​ແລະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ສະນັ້ນ ຢ່າ​ເວົ້າ​ເກີນກວ່າ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ເວົ້າ.


ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ອັບຣາຮາມ​ແລະ​ຢາໂຄບ ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່​ຍອມ​ຮັບຮູ້​ພວກ​ຂ້ານ້ອຍ; ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ ນາມຊື່​ຂອງ​ພຣະອົງ​ແມ່ນ​ພຣະຜູ້ໄຖ່​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ມາ.


ເມື່ອ​ເຮົາ​ສຳແດງ​ໃຫ້​ຊົນຊາດ​ທັງຫລາຍ ເຫັນ​ຄວາມ​ສັກສິດ​ຂອງ​ນາມ​ອັນ​ຍິ່ງໃຫຍ່​ຂອງເຮົາ​ແລ້ວ ຄື​ນາມ​ທີ່​ພວກເຈົ້າ​ໄດ້​ດູຖູກ​ໃນ​ທ່າມກາງ​ພວກເຂົາ; ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເຮົາ​ຈະ​ໃຊ້​ພວກເຈົ້າ​ເພື່ອ​ສະແດງ​ຕໍ່ໜ້າ​ຊົນຊາດ​ທັງຫລາຍ​ຮູ້ວ່າ​ເຮົາ​ບໍຣິສຸດ.


ແຕ່​ມີ​ພຣະເຈົ້າ​ອົງ​ໜຶ່ງ ເທິງ​ສະຫວັນ ທີ່​ເປີດເຜີຍ​ຄວາມ​ເລິກລັບ​ທັງຫລາຍ. ພຣະອົງ​ໄດ້​ບອກ​ພະຣາຊາ​ຂອງ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ບັດນີ້ ຂ້ານ້ອຍ​ຈະ​ບອກ​ຄວາມຝັນ ແລະ​ນິມິດ​ທີ່​ທ່ານ​ມີ​ຂະນະທີ່​ທ່ານ​ໄດ້​ນອນ​ຫລັບ​ຢູ່ນັ້ນ.


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ໄດ້​ຮັບ​ອຳນາດ​ແຫ່ງ​ກະສັດ ແລະ​ຈະ​ຮັກສາ​ອຳນາດ​ນັ້ນ​ໄວ້​ໄດ້​ຕະຫລອດໄປ.”


ອຳນາດ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ທັງໝົດ​ໃນ​ແຜ່ນດິນ​ໂລກ​ນັ້ນ ຈະ​ຖືກ​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະເຈົ້າ​ອົງ​ສູງສຸດ. ອຳນາດ​ແຫ່ງ​ກະສັດ​ຂອງ​ພວກເຂົາ​ຈະ​ບໍ່​ສິ້ນສຸດ​ໄປ ແລະ​ບັນດາ​ຜູ້ປົກຄອງ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ພວກເຂົາ.


ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.


ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.


ສ່ວນ​ການ​ຖວາຍ​ຕາມໃຈ​ສັດທາ​ນັ້ນ ພວກເຈົ້າ​ຖວາຍ​ສັດ​ທີ່​ເປັນ​ໝັນ ຫລື​ຕົນ​ໂຕ​ທີ່​ບໍ່​ສົມບູນ​ໄດ້, ແຕ່​ສຳລັບ​ການ​ຖວາຍ​ເພື່ອ​ແກ້​ບະບົນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໄດ້.


ທະເລ​ມີ​ນໍ້າ​ເຕັມ​ຢູ່​ສັນໃດ ແຜ່ນດິນ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບຮູ້ ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ.


“ທຸກຄົນ​ທີ່​ຮັບ​ເຮົາ​ຕໍ່ໜ້າ​ມະນຸດ ເຮົາ​ກໍ​ຈະ​ຮັບ​ຜູ້ນັ້ນ​ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ​ໃນ​ສະຫວັນ​ເໝືອນກັນ.


“ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ສາ ເພາະວ່າ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”


ໃນທຳນອງ​ດຽວກັນ​ນີ້​ແຫຼະ ຈົ່ງ​ໃຫ້​ແສງ​ສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ຄຸນງາມ​ຄວາມດີ​ທີ່​ພວກເຈົ້າ​ເຮັດ ແລະ​ພວກເຂົາ​ຈະ​ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.”


ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ສະຖານທີ່​ແຫ່ງ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ຈົບ​ແລ້ວ ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍໂຜດ​ສອນ​ພວກ​ຂ້ານ້ອຍ​ໃຫ້​ພາວັນນາ​ອະທິຖານ ເໝືອນ​ດັ່ງ​ໂຢຮັນ​ໄດ້​ສອນ​ພວກ​ສິດ​ຂອງ​ເພິ່ນ​ແດ່ທ້ອນ.”


ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ.


ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.


ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ​ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ດ້ວຍ​ເທີ້ນ.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ຈາກ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຊົງ​ໂຜດ​ປະທານ​ພຣະຄຸນ​ແລະ​ສັນຕິສຸກ​ແກ່​ພວກເຈົ້າ​ເທີ້ນ.


ຂໍ​ໃຫ້​ພຣະ​ກຽດຕິຍົດ ຈົ່ງ​ມີ​ແກ່​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ​ສືບໆໄປ​ເປັນນິດ ອາແມນ.


ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກໂລຊາຍ ຜູ້​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດ. ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.


ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ຄຣິສຕະຈັກ​ຊາວ​ເທສະໂລນິກ ທີ່​ເປັນ​ຂອງ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ມີ​ຢູ່​ກັບ​ພີ່ນ້ອງ​ທັງຫລາຍ​ເທີ້ນ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ ເໝືອນ​ສຽງ​ນໍ້າ​ນອງ​ຕົກຕາດ ແລະ​ເໝືອນ​ຟ້າຮ້ອງ​ສຽງ​ແຮງກ້າ​ວ່າ, “ຮາເລລູຢາ ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຣິດທານຸພາບ​ອັນ​ສູງສຸດ ໄດ້​ຊົງ​ຂຶ້ນ​ສະເຫວີຍ​ຣາດ​ແລ້ວ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka