Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:18 - ພຣະຄຳພີສັກສິ

18 ຖ້າ​ອານາຈັກ​ຂອງ​ມານຊາຕານ​ແບ່ງ​ກຸ່ມ​ຕໍ່ສູ້​ກັນແລະກັນ ອານາຈັກ​ນັ້ນ​ຈະ​ຕັ້ງ​ຢູ່​ໄດ້​ຢ່າງ​ໃດ? ພວກເຈົ້າ​ກ່າວຫາ​ວ່າ ເຮົາ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້ ເພາະ​ເບເອນເຊບູນ​ໃຫ້​ຣິດອຳນາດ​ແກ່​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຖ້າ​ມານຊາຕານ​ແຕກແຍກ​ຕໍ່ສູ້​ກັນ​ເອງ, ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນຄົງ​ຢູ່​ໄດ້​ຢ່າງໃດ? ເຮົາ​ເວົ້າ​ຢ່າງ​ນີ້​ເພາະ​ເຈົ້າ​ເວົ້າ​ວ່າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໂດຍ​ເບເອນເຊບູນ.

Uka jalj uñjjattʼäta Copia luraña




ລູກາ 11:18
7 Jak'a apnaqawi uñst'ayäwi  

ໃຫ້​ສິດ​ສະເໝີ​ກັບ​ຄູ ແລະ​ຂ້ອຍໃຊ້​ສະເໝີ​ກັບ​ນາຍ​ຂອງຕົນ​ກໍ​ພໍ​ແລ້ວ ຖ້າ​ຄົນ​ເອີ້ນ​ຫົວໜ້າ​ຄອບຄົວ​ວ່າ, ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ກໍ​ຈະ​ຖືກ​ປະນາມ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.”


ຖ້າ​ມານຊາຕານ​ຂັບໄລ່​ມານຊາຕານ​ອອກ​ເອງ ມັນ​ກໍ​ແຕກແຍກ​ກັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ ແລ້ວ​ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນ​ໄດ້​ຢ່າງ​ໃດ?


ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ແຕ່​ປະຊາຊົນ​ບາງຄົນ​ເວົ້າ​ວ່າ, “ແມ່ນ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ທີ່​ໃຫ້​ອຳນາດ​ແກ່​ຄົນ​ນີ້ ຂັບໄລ່​ຜີມານຮ້າຍ​ອອກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka