Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:15 - ພຣະຄຳພີສັກສິ

15 ແຕ່​ປະຊາຊົນ​ບາງຄົນ​ເວົ້າ​ວ່າ, “ແມ່ນ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ທີ່​ໃຫ້​ອຳນາດ​ແກ່​ຄົນ​ນີ້ ຂັບໄລ່​ຜີມານຮ້າຍ​ອອກ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ບາງຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ໂດຍ ອຳນາດ​ເບເອນເຊບູນ​ນາຍ​ຂອງ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.

Uka jalj uñjjattʼäta Copia luraña




ລູກາ 11:15
11 Jak'a apnaqawi uñst'ayäwi  

ໃຫ້​ສິດ​ສະເໝີ​ກັບ​ຄູ ແລະ​ຂ້ອຍໃຊ້​ສະເໝີ​ກັບ​ນາຍ​ຂອງຕົນ​ກໍ​ພໍ​ແລ້ວ ຖ້າ​ຄົນ​ເອີ້ນ​ຫົວໜ້າ​ຄອບຄົວ​ວ່າ, ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ກໍ​ຈະ​ຖືກ​ປະນາມ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.”


ຕໍ່ມາ ໄດ້​ມີ​ບາງຄົນ​ນຳ​ຊາຍ​ຜູ້ໜຶ່ງ​ທີ່​ຕາບອດ​ແລະ​ປາກ​ກືກ ຍ້ອນ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຊາຍ​ຄົນ​ນັ້ນ​ໃຫ້​ສາມາດ​ເວົ້າ​ແລະ​ເຫັນ​ຮຸ່ງ​ໄດ້.


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ແມ່ນ​ນາຍ​ຜີມານຮ້າຍ ທີ່​ໃຫ້​ຣິດອຳນາດ​ແກ່​ລາວ​ຂັບໄລ່​ຜີມານຮ້າຍ​ອອກ.”


ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ເວົ້າ​ວ່າ, “ຜີມານຮ້າຍ​ສິງ​ລາວ​ຢູ່ ແລະ​ລາວ​ກຳລັງ​ເປັນ​ບ້າ ຟັງ​ລາວ​ເຮັດ​ຫຍັງ?”


ປະຊາຊົນ​ຕອບ​ວ່າ, “ເຈົ້າ​ມີ​ຜີມານຮ້າຍ​ສິງ​ຢູ່ ແມ່ນ​ຜູ້ໃດ​ຊອກ​ຫາ​ຈະ​ຂ້າ​ເຈົ້າ?”


ພວກ​ຢິວ​ໄດ້ຕອບ​ພຣະອົງ​ວ່າ, “ພວກເຮົາ​ເວົ້າ​ຖືກຕ້ອງ​ແລ້ວ ທີ່​ວ່າ​ເຈົ້າ​ເປັນ​ຊາວ​ຊາມາເຣຍ ແລະ​ມີ​ຜີມານຮ້າຍ​ສິງ​ຢູ່.”


ພວກ​ຢິວ​ເວົ້າ​ຕໍ່​ພຣະອົງ​ວ່າ, “ດຽວ​ນີ້​ພວກເຮົາ​ຮູ້​ຄັກ​ແລ້ວ​ວ່າ ຜີມານຮ້າຍ​ສິງ​ເຈົ້າ​ຢູ່ ອັບຣາຮາມ​ຕາຍໄປ​ແລ້ວ ແລະ​ພວກ​ຜູ້ທຳນວາຍ​ກໍ​ຕາຍໄປ​ແລ້ວ​ເໝືອນກັນ ແຕ່​ເຈົ້າ​ຊໍ້າພັດ​ເວົ້າ​ວ່າ, ‘ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ເຈົ້າ​ຈະ​ບໍ່​ພົບ​ຄວາມ​ຕາຍ​ຈັກເທື່ອ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka