Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 11:13 - ພຣະຄຳພີສັກສິ

13 ດ້ວຍເຫດນັ້ນ ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເຫດສະນັ້ນ ເຖິງແມ່ນວ່າ​ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງ​ຕົນ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຈະ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ບັນດາ​ຜູ້​ທີ່​ຂໍ​ຈາກ​ພຣະອົງ​ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ!”

Uka jalj uñjjattʼäta Copia luraña




ລູກາ 11:13
30 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ຂ້ານ້ອຍ​ຊົ່ວຊ້າ​ຕັ້ງແຕ່​ມື້​ທີ່​ໄດ້​ເກີດ​ມາ, ແຕ່​ຢູ່​ໃນ​ທ້ອງ​ແມ່​ກໍ​ມີ​ບາບ​ຢູ່​ແລ້ວ.


ຈົ່ງ​ຟັງ​ເມື່ອ​ເຮົາ​ກ່າວ​ຕັກເຕືອນ​ເຈົ້າ, ເຮົາ​ຈະ​ເທ​ຄວາມຄິດ​ອັນ​ດີ​ໃຫ້​ແກ່​ເຈົ້າ ແລະ​ແຈກຢາຍ​ຖ້ອຍຄຳ​ຂອງເຮົາ​ໃຫ້​ແກ່​ເຈົ້າ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໂຕ້ຕອບ​ຄືນ​ໄປ​ວ່າ, “ຍິງ​ຜູ້ໜຶ່ງ​ລືມໄລ​ລູກ​ທີ່​ຕົນ​ຄອດ​ໄດ້​ຫລື​ບໍ່? ເຖິງ​ວ່າ​ແມ່​ຈະ​ລືມໄລ​ລູກ​ຂອງຕົນ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ລືມໄລ​ພວກເຈົ້າ​ຈັກເທື່ອ.”


ເຮົາ​ຈະ​ເອົາ​ຈິດວິນຍານ​ຂອງເຮົາ​ໃສ່​ໃຫ້​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຕ່າງໆ ພ້ອມທັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ທີ່​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ.


ແລ້ວ​ເຮົາ​ຈະ​ເທ​ວິນຍານ​ຂອງເຮົາ​ແກ່​ຄົນ​ທັງປວງ ລູກ​ຊາຍ​ຍິງ​ພວກເຈົ້າ​ຈະ​ປະກາດ​ພຣະທຳ​ຂອງເຮົາ​ໄດ້; ສ່ວນ​ຜູ້ເຖົ້າ​ຈະ​ຝັນ​ເຫັນ​ສິ່ງ​ຕ່າງໆນາໆ ແລະ​ຊາຍໜຸ່ມ​ຍິງສາວ​ກໍ​ຈະ​ເຫັນ​ນິມິດ​ຕ່າງໆ.


ໃນທຳນອງ​ດຽວກັນ​ນີ້​ແຫຼະ ຈົ່ງ​ໃຫ້​ແສງ​ສະຫວ່າງ​ທີ່​ຢູ່​ໃນ​ພວກເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່ໜ້າ​ຄົນ​ທັງຫລາຍ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ຄຸນງາມ​ຄວາມດີ​ທີ່​ພວກເຈົ້າ​ເຮັດ ແລະ​ພວກເຂົາ​ຈະ​ສັນລະເສີນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ທີ່​ສະຖິດ​ຢູ່​ໃນ​ສະຫວັນ.”


ເພື່ອ​ວ່າ​ເຈົ້າ​ທັງຫລາຍ​ຈະ​ກາຍເປັນ​ບຸດ​ແຫ່ງ​ພຣະບິດາເຈົ້າ ຜູ້​ຊົງ​ສະຖິດ​ໃນ​ສະຫວັນ ເພາະ​ພຣະອົງ​ບັນດານ​ໃຫ້​ແສງ​ຕາເວັນ​ຂອງ​ພຣະອົງ​ສ່ອງ​ໃສ່​ທັງ​ຄົນຊົ່ວ​ແລະ​ຄົນ​ດີ​ເໝືອນກັນ ແລະ​ໃຫ້​ຝົນ​ຕົກ​ໃສ່​ທັງ​ຄົນ​ທີ່​ຊອບທຳ​ແລະ​ບໍ່​ຊອບທຳ.


ຖ້າ​ເຈົ້າ​ຍົກໂທດ​ຄວາມຜິດ​ຂອງ​ຄົນອື່ນ​ທີ່​ໄດ້​ເຮັດ​ຕໍ່​ເຈົ້າ ພຣະບິດາ​ຂອງ​ເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກ​ຄວາມຜິດ​ຂອງ​ເຈົ້າ​ເໝືອນກັນ.


ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ​ຢູ່​ຕາມ​ທົ່ງຫຍ້າ ຊຶ່ງ​ເປັນ​ຢູ່​ໃນ​ມື້ນີ້ ແລະ​ມື້ອື່ນ​ກໍ​ຈະ​ຖືກ​ຕັດ​ຖິ້ມ​ເຜົາ​ໄຟ​ເສຍ ພຣະເຈົ້າ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ? ໂອ ຜູ້​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ.”


ສິ່ງ​ທັງໝົດ​ເຫຼົ່ານີ້​ແຫຼະ ທີ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຊອກ​ຫາ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້​ແລ້ວ.


ດ້ວຍເຫດນັ້ນ ພວກເຈົ້າ​ທີ່​ເປັນ​ຄົນຊົ່ວ​ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເອົາ​ຂອງ​ດີ​ໃຫ້​ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ຫລື​ຈະ​ເອົາ​ແມງງອດ​ໃຫ້ ເມື່ອ​ລູກ​ຂໍ​ໄຂ່?


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ພາວັນນາ​ອະທິຖານ​ນັ້ນ ຈົ່ງ​ເວົ້າ​ດັ່ງນີ້: ‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ ເປັນ​ທີ່​ເຄົາຣົບ​ບູຊາ ຂໍ​ໃຫ້​ຣາຊອານາຈັກ​ຂອງ​ພຣະອົງ​ ມາ​ຕັ້ງ​ຢູ່​ເທິງ​ໂລກນີ້​ເຖິດ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”


ເປໂຕ​ກ່າວ​ແກ່​ພວກເຂົາ​ວ່າ, “ແຕ່ລະຄົນ​ໃນ​ພວກທ່ານ ຕ້ອງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ວ່າ​ບາບກຳ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ​ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງ​ປະທານ​ຈາກ​ພຣະເຈົ້າ ຄື​ພຣະວິນຍານ​ບໍຣິສຸດເຈົ້າ.


ຖ້າ​ຫາກ​ວ່າ​ໂດຍ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ໄດ້​ຄອບງຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ອີກ ຄົນ​ຈຳນວນ​ຫລາຍ​ທີ່​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ​ຮັບ​ຂອງ​ປະທານ​ຄື​ຄວາມ​ຊອບທຳ ກໍ​ຈະ​ດຳລົງ​ຊີວິດ​ແລະ​ຄອບຄອງ​ໂດຍ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ.


ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ ຄື​ໃນ​ສັນດານ​ມະນຸດ​ນັ້ນ ບໍ່ມີ​ການ​ດີ​ຈັກ​ຢ່າງ​ຢູ່​ນຳ. ເຖິງ​ແມ່ນ​ວ່າ ການ​ຢາກ​ເຮັດ​ດີ​ມີ​ຢູ່​ໃນ​ຕົວ​ເຮົາ, ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka