Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:9 - ພຣະຄຳພີສັກສິ

9 ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ເມືອງ​ນັ້ນ​ດີ​ພະຍາດ ແລະ​ປະກາດ​ແກ່​ຊາວ​ເມືອງ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ທ່ານ​ທັງຫລາຍ​ແລ້ວ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຈົ່ງ​ຮັກສາ​ຄົນເຈັບປ່ວຍ​ຢູ່​ໃນ​ເມືອງ​ນັ້ນ ແລະ ບອກ​ພວກເຂົາ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ພວກເຈົ້າ​ແລ້ວ’.

Uka jalj uñjjattʼäta Copia luraña




ລູກາ 10:9
15 Jak'a apnaqawi uñst'ayäwi  

ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


“ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ສາ ເພາະວ່າ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພາະວ່າ​ຣາຊອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ.”


ພຣະເຢຊູເຈົ້າ​ກ່າວ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ຈະ​ປຽບ​ຄື​ຫຍັງ? ຫລື​ຈະ​ໃຊ້​ຄຳອຸປະມາ​ຢ່າງ​ໃດ​ເພື່ອ​ອະທິບາຍ​ເຖິງ​ອານາຈັກ​ນີ້?


ພວກເພິ່ນ​ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ຫລາຍ​ໂຕ ແລະ​ໄດ້​ເອົາ​ນໍ້າມັນ​ຊາໂລມ​ທາ​ພວກເຂົາ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ.


ເມື່ອໃດ​ກໍຕາມ​ທີ່​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ​ໄທ​ເມືອງ​ນັ້ນ​ບໍ່​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ​ເວົ້າ​ວ່າ,


‘ແມ່ນແຕ່​ຂີ້ຝຸ່ນ​ດິນ​ຂອງ​ເມືອງ​ນີ້ ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ປັດ​ອອກ​ຕໍ່ສູ້​ພວກເຈົ້າ; ແຕ່​ຈົ່ງ​ຈຳ​ໄວ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ມາ​ໃກ້​ພວກເຈົ້າ​ແລ້ວ’


ແລ້ວ​ພຣະອົງ​ກໍ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ດີ​ພະຍາດ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່ໄດ້​ບັງເກີດ​ໃໝ່ ຜູ້ນັ້ນ​ຈະ​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.”


ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.


ດັ່ງນັ້ນ ທ່ານ​ທັງຫລາຍ​ຈົ່ງ​ຮູ້​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ກໍ​ໄດ້ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ພວກເຂົາ​ຈະ​ຮັບ​ຟັງ.” [


ເພິ່ນ​ໄດ້​ປະກາດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ໄດ້​ສັ່ງສອນ​ເລື່ອງ​ກ່ຽວກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ ແກ່​ທຸກຄົນ​ດ້ວຍ​ຄວາມ​ກ້າຫານ ແລະ​ຢ່າງ​ເປີດເຜີຍ​ໂດຍ​ບໍ່ມີ​ຜູ້ໃດ​ຂັດຂວາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka