Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:8 - ພຣະຄຳພີສັກສິ

8 ບໍ່​ວ່າ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ກໍຕາມ ແລະ​ໄທ​ເມືອງ​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ກິນ​ຕາມ​ທີ່​ເຂົາ​ຈັດ​ຫາ​ໃຫ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 “ເມື່ອ​ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ໃດ​ກໍ​ຕາມ ແລະ ໄດ້​ຮັບ​ການຕ້ອນຮັບ, ຈົ່ງ​ກິນ​ຕາມ​ທີ່​ພວກເຂົາ​ຈັດຫາ​ໃຫ້​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 10:8
6 Jak'a apnaqawi uñst'ayäwi  

“ຜູ້​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ເມື່ອໃດ​ກໍຕາມ​ທີ່​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ​ໄທ​ເມືອງ​ນັ້ນ​ບໍ່​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ​ເວົ້າ​ວ່າ,


ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ນີ້ ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ ເພາະວ່າ ຜູ້ໃດ​ທີ່​ເປັນ​ນ້ອຍ​ກວ່າ​ໝູ່​ໃນ​ພວກເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ຜູ້​ໃຫຍ່.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.”


ຖ້າ​ຄົນ​ທີ່​ບໍ່​ເຊື່ອ​ຜູ້ໜຶ່ງ ເຊີນ​ພວກເຈົ້າ​ໄປ​ຮ່ວມ​ຮັບປະທານ​ອາຫານ ແລະ​ພວກເຈົ້າ​ກໍ​ເຕັມໃຈ​ໄປ ຈົ່ງ​ກິນ​ອາຫານ ຊຶ່ງ​ເຂົາ​ຈັດ​ໃຫ້​ມາ ແລະ​ວາງ​ຕໍ່ໜ້າ​ພວກເຈົ້າ ໂດຍ​ບໍ່​ຕ້ອງ​ຖາມ​ສິ່ງໃດ ເພາະ​ເຫັນແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ.


ໃນທຳນອງ​ດຽວກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ວ່າ, ຜູ້​ທີ່​ປະກາດ​ຂ່າວປະເສີດ ກໍ​ຄວນ​ໄດ້​ຮັບ​ການ​ລ້ຽງດູ ຈາກ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka