Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:4 - ພຣະຄຳພີສັກສິ

4 ຢ່າ​ຖື​ຖົງ​ເງິນ ຫລື​ຖື​ຖົງເຄື່ອງ ຫລື​ຖື​ເກີບ​ໄປ​ນຳ ຢ່າ​ຢຸດ​ຄຳນັບ​ຜູ້ໃດ​ຕາມ​ທາງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຢ່າ​ຖື​ຖົງເງິນ ຫລື ຖົງເຄື່ອງ ຫລື ເກີບ​ໄປ​ນຳ ແລະ ຢ່າ​ແວ່​ທັກທາຍ​ຜູ້ໃດ​ຕາມ​ທາງ.

Uka jalj uñjjattʼäta Copia luraña




ລູກາ 10:4
13 Jak'a apnaqawi uñst'ayäwi  

ແລ້ວ​ຈຶ່ງ​ຈັດ​ອາຫານ​ມາ​ຕ້ອນຮັບ​ລາວ. ແຕ່​ລາວ​ໄດ້ເວົ້າ​ວ່າ, “ຂ້ອຍ​ຈະ​ບໍ່​ກິນ​ຈົນກວ່າ​ຂ້ອຍ​ຈະ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຂ້ອຍ​ໄດ້​ຮັບ​ມອບໝາຍ​ມາ​ນັ້ນ​ໃຫ້​ທ່ານ​ຟັງ​ສາ​ກ່ອນ.” ລາບານ​ເວົ້າ​ວ່າ “ເຊີນ​ເວົ້າ​ມາ​ເທາະ.”


ແຕ່​ລາວ​ຕອບ​ວ່າ, “ຢ່າ​ໜ່ວງໜ່ຽວ​ຂ້ອຍ​ໄວ້​ເທາະ ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້ອຍ​ເຮັດ​ສຳເລັດ​ໜ້າທີ່​ແລ້ວ ຈົ່ງ​ໃຫ້​ຂ້ອຍ​ກັບ​ເມືອ​ຫາ​ນາຍ​ສາ.”


ແລ້ວ​ນາງ​ກໍ​ບອກ​ໃຫ້​ຄົນ​ຮັບໃຊ້​ເອົາ​ອານ​ໃສ່​ຫລັງ​ລໍ ແລະ​ສັ່ງ​ວ່າ, “ຈົ່ງ​ບັງຄັບ​ລໍ​ໃຫ້​ໄປ​ໄວ​ເທົ່າທີ່ຈະ​ໄວ​ໄດ້ ຢ່າ​ໃຫ້​ມັນ​ແລ່ນ​ຊ້າ​ນອກຈາກ​ຂ້ອຍ​ຈະ​ສັ່ງ​ເຈົ້າ.”


ເພິ່ນ​ກ່າວ​ຕໍ່​ເກຮາຊິ​ວ່າ, “ໄວໆ! ຈົ່ງ​ຖື​ເອົາ​ໄມ້ເທົ້າ​ຂອງຂ້ອຍ ແລະ​ອອກ​ເດີນທາງ​ໄປ. ຖ້າ​ເຈົ້າ​ພົບ​ໃຜ​ກໍ​ຢ່າ​ຢຸດ​ຖາມ​ສະບາຍ ແລະ​ຖ້າ​ໃຜ​ຖາມ​ສະບາຍ​ເຈົ້າ​ກໍ​ຢ່າ​ເສຍ​ເວລາ​ຕອບ. ຈົ່ງ​ກົງ​ໄປ​ທີ່​ເຮືອນ​ແລະ​ວາງ​ໄມ້ເທົ້າ​ຂອງຂ້ອຍ​ໃສ່​ເທິງ​ເດັກ​ນັ້ນ.”


ຈົ່ງ​ໃຫ້​ສາຍຕາ​ເຈົ້າ​ຈ້ອງເບິ່ງ​ຊື່​ໜ້າ​ຄົນ ແນມ​ໄປ​ຢ່າງ​ຊື່​ກົງ​ດ້ວຍ​ຄວາມ​ໜັກແໜ້ນ.


ພຣະອົງ​ໄດ້​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ຄູ່ໆ ໂດຍ​ໃຫ້​ພວກເພິ່ນ​ມີ​ສິດ​ອຳນາດ​ເໜືອ​ບັນດາ​ຜີຊົ່ວຮ້າຍ


ແລ້ວ​ພຣະອົງ​ຊົງ​ຖາມ​ພວກ​ສາວົກ​ວ່າ, “ເມື່ອ​ເຮົາ​ໄດ້​ໃຊ້​ເຈົ້າ​ທັງຫລາຍ​ອອກ​ໄປ​ນັ້ນ ໂດຍ​ບໍ່ມີ​ຖົງ​ເງິນ ບໍ່ມີ​ຖົງເຄື່ອງ​ແລະ​ບໍ່ມີ​ເກີບ ພວກເຈົ້າ​ໄດ້​ຂາດເຂີນ​ສິ່ງໃດ​ແດ່?” ພວກເພິ່ນ​ຕອບ​ວ່າ, “ບໍ່ໄດ້​ຂາດເຂີນ​ສິ່ງໃດ​ເລີຍ.”


ດາວິດ​ຖາມ​ອາຮີເມເຫຼັກ​ວ່າ, “ທ່ານ​ມີ​ຫອກ​ຫລື​ດາບ ພໍ​ທີ່​ຈະ​ເອົາ​ໃຫ້​ຂ້າພະເຈົ້າ​ໃຊ້​ແດ່​ບໍ? ກະສັດ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ອອກ​ມາ​ຢ່າງຟ້າວຟັ່ງ​ໂພດ ເລີຍ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ເອົາ​ດາບ​ຫລື​ອາວຸດ​ໃດໆ​ຕິດຕົວ​ມາ​ນຳ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka