Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:3 - ພຣະຄຳພີສັກສິ

3 ຈົ່ງ​ໄປ​ສາ ເຮົາ​ໃຊ້​ພວກເຈົ້າ​ໄປ​ເໝືອນ​ດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຈົ່ງ​ໄປ! ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນດັ່ງ​ລູກແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ.

Uka jalj uñjjattʼäta Copia luraña




ລູກາ 10:3
14 Jak'a apnaqawi uñst'ayäwi  

ໂຜດ​ຊ່ວຍກູ້​ເອົາ​ຂ້ານ້ອຍ​ຈາກ​ຝູງ​ສິງ​ນີ້​ແດ່ ແລະ​ປ້ອງກັນ​ຂ້ານ້ອຍ​ຈາກ​ຝູງງົວ​ປ່າ.


ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


“ຈົ່ງ​ລະວັງ​ຜູ້​ປະກາດ​ພຣະຄຳ​ປອມ​ເຂົ້າ​ມາ​ຫາ​ພວກເຈົ້າ ເບິ່ງ​ພາຍ​ນອກ​ເຂົາ​ອ່ອນໂຍນ​ຄື​ໂຕ​ແກະ, ແຕ່​ພາຍ​ໃນ​ແລ້ວ​ເຂົາ​ໂຫດຮ້າຍ​ຄື​ໝາໄນ.


ຢ່າ​ຖື​ຖົງ​ເງິນ ຫລື​ຖື​ຖົງເຄື່ອງ ຫລື​ຖື​ເກີບ​ໄປ​ນຳ ຢ່າ​ຢຸດ​ຄຳນັບ​ຜູ້ໃດ​ຕາມ​ທາງ.


ຜູ້​ຮັບຈ້າງ ຄື​ຜູ້​ທີ່​ບໍ່ແມ່ນ​ຄົນ​ລ້ຽງແກະ ແລະ​ທັງ​ບໍ່​ເປັນ​ເຈົ້າ​ຂອງ​ແກະ ເມື່ອ​ເຫັນ​ໝາໄນ​ມາ ລາວ​ກໍ​ປະຖິ້ມ​ຝູງແກະ ແລະ​ແລ່ນ​ປົບໜີໄປ ໝາໄນ​ຈຶ່ງ​ກັດ ແລະ​ຍາດ​ເອົາ​ຝູງແກະ​ເຮັດ​ໃຫ້​ເຂົາ​ແຕກຊະ​ກັນ​ໄປ.


ຈົ່ງ​ລະນຶກເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ, ‘ຂ້ອຍໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ.’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ ພວກເຂົາ​ຈະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ​ເໝືອນກັນ, ຖ້າ​ພວກເຂົາ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພວກເຈົ້າ​ເໝືອນກັນ.


ພວກເຈົ້າ​ຈະ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ ແລະ​ເວລາ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ ການ​ກະທຳ​ຂອງຕົນ​ຢ່າງ​ນັ້ນ ເປັນ​ການ​ຖວາຍ​ກຽດ​ແກ່​ພຣະເຈົ້າ.


ຂ້າພະເຈົ້າ​ຮູ້​ວ່າ ຫລັງຈາກ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ຝູງ​ໝາໄນ​ທີ່​ຮ້າຍກາດ​ເຂົ້າ​ມາ​ໃນ​ທ່າມກາງ​ພວກທ່ານ ແລະ​ມັນ​ຈະ​ບໍ່​ໄວ້​ຊີວິດ​ຂອງ​ຝູງແກະ​ນັ້ນ​ເລີຍ.


ເພາະວ່າ ຝ່າຍ​ເຮົາ​ຈະ​ສຳແດງ​ໃຫ້​ລາວ​ເຫັນ​ວ່າ ລາວ​ຕ້ອງ​ທົນທຸກ​ລຳບາກ​ຫລາຍ​ເທົ່າ​ໃດ ເພາະ​ນາມຊື່​ຂອງເຮົາ.”


ແລະ​ຂໍ​ໜັງສື​ແນະນຳ​ຕົວ​ໄປ​ທີ່​ທຳມະສາລາ​ໃນ​ເມືອງ​ດາມັສກັດ ເພື່ອ​ວ່າ​ຖ້າ​ພົບ​ຜູ້ໃດ​ບໍ່​ວ່າ​ຍິງ ຫລື​ຊາຍ​ກໍຕາມ​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ລາວ​ກໍ​ຈະ​ຈັບ​ພວກເຂົາ​ມັດ​ໄວ້ ແລ້ວ​ນຳ​ມາ​ທີ່​ນະຄອນ​ເຢຣູຊາເລັມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka