Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:25 - ພຣະຄຳພີສັກສິ

25 ຄັ້ງ​ໜຶ່ງ ມີ​ທຳບັນດິດ​ຄົນ​ໜຶ່ງ ໄດ້​ຢືນ​ຂຶ້ນ​ເພື່ອ​ທົດລອງ​ພຣະເຢຊູເຈົ້າ ລາວ​ຖາມ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ຄັ້ງ​ໜຶ່ງ ມີ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ຄົນ​ໜຶ່ງ​ໄດ້​ຢືນ​ຂຶ້ນ​ທົດລອງ​ພຣະເຢຊູເຈົ້າ​ໂດຍ​ຖາມ​ວ່າ, “ອາຈານ​ເອີຍ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”

Uka jalj uñjjattʼäta Copia luraña




ລູກາ 10:25
13 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່ໄປ ກໍ​ມີ​ຊາຍ​ຄົນ​ໜຶ່ງ ແລ່ນ​ມາ​ຫາ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ​ຖາມ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ປະຕິບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໂດຍ​ຢ້ອນ​ຖາມ​ຄືນ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້ຄຳສັ່ງ​ໄວ້​ຢ່າງ​ໃດ?”


ມີ​ທຳມະຈານ​ຄົນ​ໜຶ່ງ ໄດ້​ເຂົ້າ​ມາ​ເຖິງ​ໃນ​ຂະນະທີ່​ພຣະເຢຊູເຈົ້າ ແລະ​ພວກ​ຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່ ລາວ​ໄດ້ຍິນ​ພຣະອົງ​ຕອບ​ພວກເຂົາ​ໄດ້​ດີ. ສະນັ້ນ ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ກົດບັນຍັດ​ຂໍ້​ໃດ​ສຳຄັນ​ທີ່ສຸດ ກວ່າ​ຂໍ້​ບັນຍັດ​ທັງໝົດ?”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ‘ຜູ້ທຳນວາຍ ແລະ​ກະສັດ​ຫລາຍ​ຄົນ ຢາກ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ ແຕ່​ພວກເຂົາ​ບໍ່ໄດ້​ເຫັນ ແລະ​ຢາກ​ໄດ້ຍິນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ ແຕ່​ພວກເຂົາ​ບໍ່ໄດ້ຍິນ.”’


ພຣະເຢຊູເຈົ້າ​ຕອບ​ລາວ​ແບບ​ຖາມ​ຄືນ​ວ່າ, “ກົດບັນຍັດ​ມີ​ຂຽນ​ໄວ້​ວ່າ​ຢ່າງ​ໃດ? ເມື່ອ​ທ່ານ​ອ່ານ​ແລ້ວ ເຂົ້າໃຈ​ຢ່າງ​ໃດ?”


ມີ​ເຈົ້ານາຍ​ຜູ້ໜຶ່ງ​ທູນ​ຖາມ​ພຣະອົງ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວ​ໃດ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ​ມາ​ເປັນ​ມໍຣະດົກ.”


ແຕ່​ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ໄດ້​ຂັດຂວາງ​ພຣະ​ປະສົງ​ຂອງ​ພຣະເຈົ້າ ທີ່​ມີ​ສຳລັບ​ພວກເຂົາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ.)


ພວກເຂົາ​ເວົ້າ​ຢ່າງ​ນີ້​ເພື່ອ​ຫາ​ເຫດ​ຟ້ອງ​ພຣະເຢຊູເຈົ້າ, ແຕ່​ພຣະອົງ​ກົ້ມ​ລົງ​ໃຊ້​ນິ້ວ​ມື​ຂຽນ​ລົງ​ທີ່​ພື້ນດິນ.


ເພາະວ່າ ຖ້າ​ການ​ຮັບ​ມໍຣະດົກ​ມີ​ມາ​ໂດຍ​ທາງ​ກົດບັນຍັດ ກໍ​ບໍ່ແມ່ນ​ໂດຍ​ທາງ​ພຣະສັນຍາ​ອີກ​ຕໍ່ໄປ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ມໍຣະດົກ​ນັ້ນ ໃຫ້​ແກ່​ອັບຣາຮາມ​ໂດຍ​ທາງ​ພຣະສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka