Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:22 - ພຣະຄຳພີສັກສິ

22 “ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 “ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.

Uka jalj uñjjattʼäta Copia luraña




ລູກາ 10:22
20 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ບໍ່ມີ​ຜູ້ໃດ​ໄດ້​ເຫັນ​ພຣະເຈົ້າ​ຈັກເທື່ອ, ແຕ່​ພຣະບຸດ​ອົງ​ດຽວ​ທີ່​ເປັນ​ພຣະເຈົ້າ ຊຶ່ງ​ຢູ່​ໃນ​ຊວງ​ເອິກ​ຂອງ​ພຣະບິດາເຈົ້າ ພຣະອົງ​ນັ້ນ​ແຫຼະ ໄດ້​ເຮັດ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະເຈົ້າ.


ເໝືອນ​ດັ່ງ​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ​ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ເຮົາ​ເຕັມໃຈ​ສະຫລະ​ຊີວິດ​ເພື່ອ​ຝູງແກະ​ຂອງເຮົາ.


ພຣະເຢຊູເຈົ້າ​ຮູ້​ວ່າ ພຣະບິດາເຈົ້າ​ໄດ້​ມອບ​ທຸກສິ່ງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພຣະອົງ ແລະ​ຮູ້​ວ່າ​ພຣະອົງ​ເອງ​ມາ​ຈາກ​ພຣະເຈົ້າ ແລະ ກຳລັງ​ຈະ​ກັບ​ເມືອ​ຫາ​ພຣະເຈົ້າ.


ທຸກສິ່ງ​ທີ່​ເປັນ​ຂອງ​ຂ້ານ້ອຍ ກໍ​ເປັນ​ຂອງ​ພຣະອົງ ແລະ​ທຸກສິ່ງ​ທີ່​ເປັນ​ຂອງ​ພຣະອົງ ກໍ​ເປັນ​ຂອງ​ຂ້ານ້ອຍ ແລະ​ສະຫງ່າຣາສີ​ຂອງ​ຂ້ານ້ອຍ​ກໍ​ມີ​ຜ່ານ​ທາງ​ພວກເຂົາ.


ດ້ວຍວ່າ, ພຣະອົງ​ໃຫ້​ພຣະບຸດ​ມີ​ສິດ​ອຳນາດ​ເໜືອ​ມະນຸດ​ທັງປວງ ເພື່ອ​ວ່າ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິຣັນດອນ​ແກ່​ທຸກຄົນ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພຣະບຸດ​ນັ້ນ.


ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ນາມຊື່​ຂອງ​ພຣະອົງ ເປັນ​ທີ່​ຮູ້ຈັກ​ແກ່​ພວກເຂົາ ແລະ​ຂ້ານ້ອຍ​ຈະ​ເຮັດ​ໃຫ້​ພວກເຂົາ​ຮູ້​ອີກ ເພື່ອ​ຄວາມຮັກ​ທີ່​ພຣະອົງ​ມີ​ຕໍ່​ຂ້ານ້ອຍ​ນັ້ນ​ຈະ​ຢູ່​ໃນ​ພວກເຂົາ ແລະ​ຂ້ານ້ອຍ​ກໍ​ຢູ່​ໃນ​ພວກເຂົາ​ເໝືອນກັນ.”


ບັດນີ້ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ມີ​ສະຫງ່າຣາສີ​ຢູ່​ຊ້ອງໜ້າ​ພຣະອົງ​ເຖີດ ຄື​ສະຫງ່າຣາສີ​ທີ່​ຂ້ານ້ອຍ​ໄດ້​ມີ​ກັບ​ພຣະອົງ​ກ່ອນ​ສ້າງ​ໂລກ​ນັ້ນ.


ພຣະບິດາ​ຮັກ​ພຣະບຸດ ແລະ​ມອບ​ທຸກສິ່ງ​ໄວ້​ໃນ​ກຳມື​ຂອງ​ພຣະບຸດ.


ແລ້ວ​ກໍ​ຈະ​ເປັນ​ຍຸກ​ສຸດທ້າຍ ຄື​ເມື່ອ​ພຣະຄຣິດ​ຈະ​ຊົງ​ມີໄຊ​ເໜືອ​ວິນຍານ​ທຸກ​ດວງ​ທີ່​ປົກຄອງ​ໂລກ ເໜືອ​ສິດ​ອຳນາດ ແລະ​ອານຸພາບ​ທັງ​ສິ້ນ ແລະ​ຈະ​ມອບ​ອານາຈັກ​ຖວາຍ​ແກ່​ພຣະບິດາເຈົ້າ.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ສູງ​ກວ່າ​ບັນດາ​ວິນຍານ​ທີ່​ຄອບຄອງ, ຜູ້​ມີ​ອຳນາດ, ຜູ້​ມີ​ຣິດເດດ, ຜູ້​ມີ​ອານຸພາບ ແລະ​ເໜືອ​ກວ່າ​ນາມຊື່​ທັງປວງ​ທີ່​ເຂົາ​ເອີ່ຍ​ຂຶ້ນ ບໍ່ແມ່ນ​ໃນ​ສະໄໝ​ນີ້​ເທົ່ານັ້ນ ແຕ່​ວ່າ​ໃນ​ສະໄໝ​ທີ່​ຈະ​ມາ​ເຖິງ​ດ້ວຍ.


ໄດ້​ຊົງ​ປາບ​ສິ່ງ​ທັງປວງ ໃຫ້​ຢູ່​ພາຍໃຕ້​ຕີນ​ຂອງ​ເພິ່ນ.” ໃນ​ການ​ທີ່​ພຣະອົງ​ໄດ້​ຊົງ​ມອບ​ສິ່ງ​ທັງປວງ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຊົງ​ປະ​ໄວ້ ນອກ​ເໜືອ​ຈາກ​ອຳນາດ​ຂອງ​ເພິ່ນ ແຕ່​ບັດນີ້ ພວກເຮົາ​ຍັງ​ບໍ່​ເຫັນ​ວ່າ​ສິ່ງ​ທັງປວງ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


ຜູ້ໃດ​ທີ່​ລ່ວງເກີນ ບໍ່​ດຳລົງ​ຢູ່​ໃນ​ຄຳສອນ​ຂອງ​ພຣະຄຣິດ ຜູ້​ນັ້ນ​ກໍ​ບໍ່ມີ​ພຣະເຈົ້າ ຜູ້ໃດ​ທີ່​ດຳລົງ​ຢູ່​ໃນ​ຄຳສັ່ງສອນ​ນີ້ ກໍ​ມີ​ທັງ​ພຣະບິດາເຈົ້າ​ແລະ​ພຣະບຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka