Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:21 - ພຣະຄຳພີສັກສິ

21 ໃນ​ເວລາ​ໂມງ​ນັ້ນ ພຣະເຢຊູເຈົ້າ​ຊົງ​ມີ​ຄວາມ​ຊື່ນຊົມ​ຍີນດີ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ຂ້ານ້ອຍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ຊົງ​ປົກບັງ​ສິ່ງ​ເຫຼົ່ານີ້​ໄວ້ ຈາກ​ຜູ້​ມີ​ປັນຍາ ແລະ​ຜູ້​ສະຫລາດ, ແຕ່​ໄດ້​ຊົງ​ສຳແດງ​ໃຫ້​ແກ່​ພວກ​ເດັກນ້ອຍ​ຮູ້ ຂ້າແດ່​ພຣະບິດາເຈົ້າ ພຣະອົງ​ຊົງ​ເຫັນ​ຊອບ​ດັ່ງນັ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ເຕັມລົ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຄົນ​ສະຫລາດ ແລະ ນັກ​ຮຽນຮູ້, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ. ພຣະບິດາເຈົ້າ​ເອີຍ, ແມ່ນ​ແລ້ວ ເພາະ​ນີ້​ຄື​ສິ່ງ​ທີ່​ພຣະອົງ​ຍິນດີ​ຈະ​ເຮັດ.

Uka jalj uñjjattʼäta Copia luraña




ລູກາ 10:21
29 Jak'a apnaqawi uñst'ayäwi  

ແຜ່ນດິນ​ໂລກ​ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ ກໍ​ເປັນ​ຂອງ​ພຣະເຈົ້າຢາເວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ທີ່​ອາໄສ​ຢູ່ ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ.


ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.


ພຣະອົງ​ໃຫ້​ປາກ​ຂອງ​ເດັກນ້ອຍ​ແລະ​ເດັກອ່ອນ​ທັງຫລາຍ​ສົ່ງ​ສຽງ​ສັນລະເສີນ. ເພື່ອ​ເຮັດ​ໃຫ້​ພວກ​ສັດຕູ​ຂອງ​ພຣະອົງ ແລະ​ພວກ​ທີ່​ກະທຳ​ການ​ແກ້ແຄ້ນ ມິດງຽບ​ໄປ.


ສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ສະດຸ້ງ​ຕື່ນ​ຕົກໃຈ ດ້ວຍ​ການ​ງຶດງໍ້​ແລ້ວ​ງຶດງໍ້​ອີກ​ໂດຍ​ບໍ່ໄດ້​ຄາດຝັນ. ຄົນສະຫລາດ​ຈະ​ກາຍເປັນ​ຄົນໂງ່ ແລະ​ຄວາມ​ຫລັກແຫລມ​ທຸກຢ່າງ​ຂອງ​ພວກເຂົາ​ກໍ​ຈະ​ບໍ່ມີ​ປະໂຫຍດ.”


ທາງຫລວງ​ສາຍ​ໜຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ມາ ທີ່​ມີ​ຊື່​ວ່າ, “ທາງ​ແຫ່ງ​ຄວາມ​ບໍຣິສຸດ” ອັນ​ແທ້ຈິງ. ຈະ​ບໍ່ມີ​ຄົນບາບ​ເດີນ​ໄປ​ໃນ​ທາງ​ນັ້ນ​ເລີຍ ແມ່ນແຕ່​ຄົນໂງ່​ກໍ​ຈະ​ບໍ່​ຫລົງ​ໃນ​ທາງ​ນັ້ນ.


ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ສະຫວັນ​ເປັນ​ບັນລັງ​ຂອງເຮົາ ແລະ​ແຜ່ນດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ. ແລ້ວ​ພວກເຈົ້າ​ຈະ​ສ້າງ​ຫໍໂຮງ​ຊະນິດ​ໃດ​ສຳລັບ​ເຮົາ ຈະ​ສ້າງ​ວັງ​ຊະນິດ​ໃດ​ໃຫ້​ເຮົາ​ຢູ່?


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ


ພຣະເຢຊູເຈົ້າ​ກ່າວ​ກັບ​ເປໂຕ​ວ່າ, “ຊີໂມນ​ບາຣະ​ໂຢນາ​ເອີຍ ເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ບໍ່ແມ່ນ​ມະນຸດ​ທີ່​ເປີດເຜີຍ​ຄວາມຈິງ​ນີ້​ໃຫ້​ເຈົ້າ​ຮູ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ໄດ້ຍິນ​ຄຳ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ນັ້ນ​ບໍ?” ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໄດ້ຍິນ​ແລ້ວ ພວກເຈົ້າ​ບໍ່ເຄີຍ​ອ່ານ​ຈັກເທື່ອ​ບໍ​ໃນ​ຄຳ​ທີ່​ວ່າ, ‘ພຣະອົງ​ຊົງ​ຈັດ​ໃຫ້​ຄຳ​ສັນລະເສີນ​ອັນ​ແທ້ຈິງ ອອກ​ມາ​ຈາກ​ປາກ​ຂອງ​ເດັກນ້ອຍ​ອ່ອນ ແລະ​ຜູ້​ທີ່​ຍັງ​ກິນ​ນໍ້ານົມ​ຢູ່.”’


ພໍ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ຢ່າງ​ຫລວງຫລາຍ​ມາ​ຫາ​ຕົນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ?


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ຮັບ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ເດັກນ້ອຍ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ນັ້ນ​ຈັກເທື່ອ.”


ເມື່ອ​ພົບ​ແລ້ວ ລາວ​ກໍ​ດີໃຈ​ທີ່ສຸດ ຈຶ່ງ​ຍົກ​ແກະ​ນັ້ນ​ໃສ່​ບ່າ​ຂອງຕົນ


ເມື່ອ​ພົບ​ແລ້ວ ນາງ​ກໍ​ເອີ້ນ​ບັນດາ​ມິດ​ສະຫາຍ ແລະ​ເພື່ອນບ້ານ​ຂອງຕົນ​ມາ ແລະ​ເວົ້າ​ວ່າ ‘ຂ້ອຍ​ດີໃຈ​ຫລາຍ ເພາະ​ຂ້ອຍ​ໄດ້​ພົບ​ເງິນ​ຫລຽນ​ຂອງຂ້ອຍ​ທີ່​ເສຍ​ໄປ ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ຂ້ອຍ​ເທີ້ນ.’


ດັ່ງນັ້ນ ພວກເຂົາ​ຈຶ່ງ​ກື່ງ​ກ້ອນຫີນ​ອອກ ຝ່າຍ​ພຣະເຢຊູເຈົ້າ​ກໍ​ເງີຍ​ໜ້າ​ຂຶ້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ທີ່​ພຣະອົງ​ຟັງ​ຂ້ານ້ອຍ.


ແຕ່​ຖ້າ​ຂ່າວປະເສີດ​ທີ່​ພວກເຮົາ​ປະກາດ​ນັ້ນ, ຖືກ​ປົກບັງ​ໄວ້​ກໍ​ຖືກ​ປົກບັງ​ໄວ້​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ພຣະອົງ​ໄດ້​ຊົງ​ຄາດໝາຍ​ພວກເຮົາ​ໄວ້​ກ່ອນ ດ້ວຍ​ຄວາມຮັກ ໃຫ້​ເປັນ​ບຸດ​ຂອງ​ພຣະອົງ ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຕາມ​ທີ່​ຊອບພຣະໄທ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka