Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:2 - ພຣະຄຳພີສັກສິ

2 ພຣະອົງ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຂົ້າ​ທີ່​ຈະ​ກ່ຽວ​ກໍ​ມີ​ຫລາຍ​ແທ້ ແຕ່​ຄົນງານ​ມີ​ໜ້ອຍ​ຢູ່ ເພາະ​ສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ຜູ້​ເປັນ​ເຈົ້າ​ຂອງ​ນາ ໃຫ້​ນຳ​ຄົນງານ​ມາ​ໃນ​ການ​ເກັບກ່ຽວ​ຂອງຕົນ​ເສຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ການ​ເກັບກ່ຽວ​ກໍ​ມີ​ຫລາຍ, ແຕ່​ຄົນງານ​ກໍ​ຍັງ​ມີ​ໜ້ອຍ​ຢູ່. ເຫດສະນັ້ນ, ຈົ່ງ​ຂໍ​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ການ​ເກັບກ່ຽວ, ເພື່ອ​ໃຫ້​ສົ່ງ​ຄົນງານ​ມາ​ໃນ​ທົ່ງນາ​ແຫ່ງ​ການ​ເກັບກ່ຽວ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ລູກາ 10:2
48 Jak'a apnaqawi uñst'ayäwi  

ແລ້ວ​ເອລີຢາ​ກໍ​ກ່າວ​ຕໍ່ໄປ​ວ່າ, “ຂ້າພະເຈົ້າ​ຜູ້ດຽວ​ທີ່​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ຍັງເຫລືອ​ຢູ່, ແຕ່​ສ່ວນ​ພວກ​ຜູ້ທຳນວາຍ​ຂອງ​ພະບາອານ​ນັ້ນ​ມີ​ສີ່ຮ້ອຍ​ຫ້າສິບ​ຄົນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ອອກ​ຄຳສັ່ງ​ບັນຊາ ແລະ​ບັນດາ​ຜູ້ຍິງ​ກໍ​ນຳ​ໄປ​ປະກາດ​ວ່າ


ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ພວກ​ຜູ້ປົກຄອງ​ທີ່​ເຊື່ອຟັງ​ເຮົາ ແລະ​ເຂົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ສະຕິປັນຍາ ແລະ​ຄວາມ​ເຂົ້າໃຈ.


ເຄາະກຳ​ເປັນ​ຂອງ​ຄົນລ້ຽງແກະ​ທີ່​ບໍ່​ມີ​ຄ່າ​ເສຍ​ແລ້ວ ລາວ​ໄດ້​ປະຖິ້ມ​ຝູງແກະ​ຂອງ​ລາວ. ເສິກ​ສົງຄາມ​ຈະ​ທຳລາຍ​ອຳນາດ​ຂອງ​ລາວ​ລົງ. ແຂນ​ຂອງ​ລາວ​ຈະ​ລີບ​ເຂົ້າ​ແລະ​ຕາ​ກໍ້າ​ຂວາ​ຂອງ​ລາວ​ກໍ​ຈະ​ບອດ​ດ້ວຍ.”


ບັນດາ​ເຈົ້າຂອງ​ໄດ້​ຂ້າ​ແກະ​ເຫຼົ່ານັ້ນ ແລະ​ໜີໄປ​ໂດຍ​ບໍ່ໄດ້​ຮັບ​ໂທດ. ພວກເຂົາ​ຂາຍ​ຊີ້ນ ແລະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະເຈົ້າຢາເວ ພວກເຮົາ​ຕ່າງ​ກໍ​ຮັ່ງມີ’ ແມ່ນແຕ່​ຜູ້ລ້ຽງແກະ​ເອງ​ກໍ​ຍັງ​ບໍ່​ເມດຕາ​ສົງສານ​ຝູງແກະ​ນັ້ນ.” (


ເຮົາ​ຈະ​ລົງ​ມາ​ກ່າວ​ແກ່​ເຈົ້າ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ເອົາ​ພຣະວິນຍານ​ບາງສ່ວນ ທີ່​ເຮົາ​ໄດ້​ປະທານ​ໃຫ້​ເຈົ້າ ແລະ​ມອບ​ໃຫ້​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຊ່ວຍ​ເຈົ້າ​ຮັບຜິດຊອບ​ປະຊາຊົນ​ເຫຼົ່ານີ້ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ພາລະ​ນີ້​ຜູ້​ດຽວ.


ໂມເຊ​ໄດ້ຕອບ​ວ່າ, “ເຈົ້າ​ມາ​ອິດສາ​ຜົນປະໂຫຍດ​ຂອງຂ້ອຍ​ເຮັດ​ຫຍັງ? ຂ້ອຍ​ຢາກ​ໃຫ້​ປະຊາຊົນ​ທຸກໆ​ຄົນ​ຂອງ​ພຣະອົງ​ເປັນ​ຜູ້ທຳນວາຍ ແລະ​ຂໍໃຫ້​ພຣະເຈົ້າຢາເວ​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ເທີ້ນ.”


“ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ພໍ່​ເຮືອນ​ຜູ້ໜຶ່ງ​ອອກ​ໄປ​ແຕ່​ເຊົ້າໆ ເພື່ອ​ຈ້າງ​ຄົນ​ມາ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ຂອງຕົນ.


ປຽບ​ເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ເດີນທາງ​ໄກ ເພິ່ນ​ອອກ​ຈາກ​ເຮືອນ​ຂອງ​ເພິ່ນ ແລະ​ໄດ້​ມອບ​ອຳນາດ​ປ່ອຍ​ໃຫ້​ບັນດາ​ຄົນ​ຮັບໃຊ້ ຮັບຜິດຊອບ​ເຮັດ​ວຽກ​ຂອງ​ໃຜ​ລາວ ແລະ​ສັ່ງ​ຄົນ​ເຝົ້າຍາມ​ເຮືອນ​ໄວ້​ໃຫ້​ດີ.


ແລ້ວ​ພຣະອົງ​ກໍໄດ້​ສັ່ງ​ພວກເພິ່ນ​ວ່າ, “ເຈົ້າ​ທັງຫລາຍ​ຈົ່ງ​ອອກໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດສະໂລກ​ທັງໝົດ.


ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]


ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ມາ​ແລ້ວ ພຣະອົງ​ກໍ​ໃຫ້​ຣິດເດດ ແລະ​ສິດ​ອຳນາດ​ແກ່​ພວກເພິ່ນ ເພື່ອ​ຂັບໄລ່​ຜີມານຮ້າຍ​ທຸກ​ໂຕ ແລະ​ເພື່ອ​ຮັກສາ​ພະຍາດ​ໂຣຄາ​ຕ່າງໆ.


ຝ່າຍ​ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ເນື່ອງ​ຈາກ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ໜີໄປ​ທີ່​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ໂດຍ​ປະກາດ​ພຣະທຳ​ໃຫ້​ແຕ່​ຊາວ​ຢິວ​ເທົ່ານັ້ນ.


ຂະນະທີ່​ພວກ​ພີ່ນ້ອງ​ກຳລັງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖືສິນ​ອົດອາຫານ​ຢູ່​ນັ້ນ ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ບອກ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຄັດ​ເອົາ​ບາຣະນາບາ​ກັບ​ໂຊໂລ​ໄວ້​ໃຫ້​ເຮົາ ສຳລັບ​ພາລະກິດ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ​ນັ້ນ.”


ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, ‘ຈົ່ງ​ອອກໄປ ເພາະ​ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ໄກ ຫາ​ຄົນຕ່າງຊາດ.”’


ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ຕ່າງ​ກໍໄດ້​ປະກາດ​ຂ່າວປະເສີດ​ຕາມ​ບ່ອນ​ຕ່າງໆ.


ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້​ປະກາດ​ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ​ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ຍ້ອນ​ວ່າ ພວກເຮົາ​ເປັນ​ຜູ້​ທີ່​ຮ່ວມ​ງານ​ກັບ​ພຣະອົງ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ເໝືອນກັນ​ວ່າ ຢ່າ​ໃຫ້​ພຣະຄຸນ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ເປັນ​ສິ່ງ​ໄຮ້​ປະໂຫຍດ.


ສ່ວນ​ຄົນອື່ນໆ ຕ່າງ​ກໍ​ຫ່ວງ​ນຳ​ແຕ່​ທຸລະ​ສ່ວນຕົວ​ຂອງຕົນ ບໍ່​ຫ່ວງ​ນຳ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ເຮົາ​ຄິດ​ເຫັນ​ວ່າ ມີ​ຄວາມ​ຈຳເປັນ​ທີ່​ຈະ​ໃຊ້​ເອປາໂຟດີໂຕ ນ້ອງຊາຍ​ຂອງເຮົາ​ໄປ​ຫາ​ພວກເຈົ້າ ເພິ່ນ​ເປັນ​ຜູ້​ຮ່ວມ​ງານ ແລະ​ເປັນ​ຜູ້​ສູ້ຮົບ​ຄຽງບ່າ​ຄຽງໄຫລ່​ກັບ​ເຮົາ ເພິ່ນ​ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ຊ່ວຍເຫລືອ​ເກື້ອກຸນ​ເຮົາ​ໃນ​ຍາມ​ຂັດສົນ.


ເພາະ​ເພິ່ນ​ໄດ້​ສ່ຽງ​ຊີວິດ​ເກືອບ​ຕາຍ ເພື່ອ​ພາລະກິດ​ຂອງ​ພຣະຄຣິດ ທັງ​ໄດ້​ສ່ຽງ​ຊີວິດ​ເຮັດ​ໜ້າທີ່​ບົວລະບັດ​ຮັບໃຊ້​ເຮົາ​ຕາງ​ພວກເຈົ້າ​ທີ່​ບໍ່​ອາດ​ເຮັດ​ໄດ້.


ເພື່ອ​ການ​ນີ້​ແຫຼະ, ເຮົາ​ຈຶ່ງ​ທົນ​ການ​ໜັກໜ່ວງ​ດ້ວຍ​ອົດສາ​ສູ້ ຕາມ​ພຣະ​ກຳລັງ​ຂອງ​ພຣະອົງ ຜູ້​ຊົງ​ໂຜດ​ກະທຳ​ດ້ວຍ​ຣິດອຳນາດ​ໃນ​ຕົວ​ເຮົາ​ຢູ່.


ເອປາ​ຟາ ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ເພິ່ນ​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ໂດຍ​ຂໍ​ພຣະເຈົ້າ​ບັນດານ​ໃຫ້​ພວກເຈົ້າ​ຕັ້ງໝັ້ນ​ຢູ່ ເປັນ​ຜູ້​ໃຫຍ່​ຄົບຖ້ວນ ແລະ​ເປັນ​ຜູ້​ທີ່​ມີ​ຄວາມ​ໝັ້ນໃຈ ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ຮັບຮູ້ ຜູ້​ທີ່​ເຮັດ​ການ​ງານ​ຢ່າງ​ໜັກໜ່ວງ​ໃນ​ທ່າມກາງ​ພວກເຈົ້າ ຄື​ຜູ້​ທີ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ ແລະ​ເປັນ​ຜູ້​ສອນ​ພວກເຈົ້າ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ດ້ວຍ. ເພື່ອ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໄດ້​ແຜ່​ຂະຫຍາຍ​ໄປ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ ດັ່ງ​ທີ່​ໄດ້​ເປັນ​ໄປ​ແລ້ວ​ໃນ​ທ່າມກາງ​ພວກເຈົ້າ​ນັ້ນ.


ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.


ແຕ່​ເຈົ້າ​ຈົ່ງ​ລະວັງ​ຕົນເອງ​ໃຫ້​ດີ​ໃນ​ທຸກ​ສະພາບ​ການ, ຈົ່ງ​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ ແລະ​ຈົ່ງ​ເຮັດ​ໜ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ ຈົ່ງ​ປະຕິບັດ​ໜ້າທີ່​ການ​ຂອງ​ເຈົ້າ​ນັ້ນ​ໃຫ້​ສຳເລັດ.


ຈາກ ໂປໂລ ຜູ້​ຖືກ​ຄຸກ​ຢູ່ ເພື່ອ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ. ເຖິງ ຟີເລໂມນ ເພື່ອນ​ຮ່ວມງານ​ທີ່ຮັກ​ຂອງ​ພວກເຮົາ


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ​ໃນ​ຄຣິສຕະຈັກ​ເມືອງ​ເອເຟໂຊ​ວ່າ, ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຈາກ​ຜູ້​ທີ່​ຖື​ດາວ​ເຈັດ​ດວງ​ໃນ​ມື​ຂວາ ແລະ​ຜູ້​ທີ່​ຍ່າງ​ໄປມາ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka