Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:19 - ພຣະຄຳພີສັກສິ

19 ເບິ່ງແມ! ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ສິດ​ອຳນາດ​ຢຽບ​ງູ ແລະ​ແມງງອດ ແລະ​ໃຫ້​ມີ​ຣິດອຳນາດ​ເໜືອ​ກຳລັງ​ຂອງ​ສັດຕູ ແລະ​ບໍ່ມີ​ສິ່ງໃດ ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ເຮົາ​ໄດ້​ໃຫ້​ສິດອຳນາດ​ແກ່​ພວກເຈົ້າ​ທີ່​ຈະ​ຢຽບ​ງູ ແລະ ແມງງອດ ແລະ ໃຫ້​ມີ​ໄຊຊະນະ​ເໜືອ​ອຳນາດ​ທັງໝົດ​ຂອງ​ສັດຕູ ແລະ ບໍ່​ມີ​ສິ່ງໃດ​ຈະ​ເຮັດ​ອັນຕະລາຍ​ແກ່​ພວກເຈົ້າ​ໄດ້.

Uka jalj uñjjattʼäta Copia luraña




ລູກາ 10:19
12 Jak'a apnaqawi uñst'ayäwi  

ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ສ່ວນ​ເຮົາ​ຈະ​ວາງ​ພາລະ​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”’


ເຈົ້າ​ຈະ​ເອົາ​ຊະນະ​ສິງ​ໂຕ​ຮ້າຍ​ແລະ​ງູພິດ​ທັງຫລາຍ ໂດຍ​ຢຽບຢໍ່າ​ມັນ​ລົງ​ຢູ່​ໃຕ້​ຕີນ​ເຈົ້າ.


ແມ່ນແຕ່​ເດັກອ່ອນນ້ອຍ​ກໍ​ບໍ່ມີ​ອັນຕະລາຍ ເມື່ອ​ພວກເຂົາ​ຫລິ້ນ​ຢູ່​ໃກ້​ກັບ​ງູ​ມີ​ພິດ.


ແຕ່​ມະນຸດ​ເອີຍ ເຈົ້າ​ບໍ່​ຕ້ອງ​ຢ້ານ​ພວກເຂົາ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ນັ້ນ​ເລີຍ. ພວກເຂົາ​ຈະ​ທ້າທາຍ ແລະ​ດູຖູກ​ຢຽບຫຍາມ​ເຈົ້າ ດັ່ງ​ກັບ​ວ່າ​ເຈົ້າ​ຢູ່​ທ່າມກາງ​ແມງງອດ. ເຖິງ​ປານນັ້ນ​ກໍຕາມ ຢ່າສູ່ຢ້ານ​ຄົນ​ກະບົດ​ເຫຼົ່ານັ້ນ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ເລີຍ.


ພວກເຂົາ​ຈະ​ຈັບ​ງູ ຫລື​ດື່ມ​ຂອງ​ມີ​ພິດ​ຢ່າງ​ໜຶ່ງ​ຢ່າງ​ໃດ ສິ່ງ​ເຫຼົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກເຂົາ ເມື່ອ​ພວກເຂົາ​ວາງ​ມື​ໃສ່​ຄົນ​ປ່ວຍ ແລະ​ຄົນ​ປ່ວຍ​ນັ້ນ​ກໍ​ຈະ​ຫາຍ​ດີ.”


ຫລື​ຈະ​ເອົາ​ແມງງອດ​ໃຫ້ ເມື່ອ​ລູກ​ຂໍ​ໄຂ່?


ແຕ່​ໂປໂລ​ສັ່ນ​ງູ​ໂຕ​ນັ້ນ​ໃຫ້​ຕົກ​ໃສ່​ໄຟ ແລະ​ຕົນເອງ​ກໍ​ບໍ່​ເປັນ​ອັນຕະລາຍ​ແຕ່​ປະການ​ໃດ.


ແລະ​ຍັງ​ອີກ​ບໍ່​ດົນ​ພຣະເຈົ້າ​ແຫ່ງ​ສັນຕິສຸກ​ຂອງ​ພວກເຮົາ ຈະ​ປາບ​ມານຊາຕານ​ໃຫ້​ໝຸ່ນ​ທະລາຍ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພວກເຈົ້າ. ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ຖ້າ​ຜູ້ໃດ​ພະຍາຍາມ​ເຮັດ​ຮ້າຍ​ໃຫ້​ພະຍານ​ທັງສອງ​ນັ້ນ ໄຟ​ຈະ​ອອກ​ມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ​ເຜົາຜານ​ສັດຕູ​ຂອງ​ພວກເພິ່ນ​ເສຍ. ຖ້າ​ຜູ້ໃດ​ທີ່​ຢາກ​ທຳຮ້າຍ​ພວກເພິ່ນ ຜູ້ນັ້ນ​ກໍ​ຕ້ອງ​ຕາຍ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka