ລູກາ 10:16 - ພຣະຄຳພີສັກສິ16 “ຜູ້ໃດທີ່ຟັງພວກເຈົ້າ ກໍໄດ້ຟັງເຮົາ ຜູ້ໃດທີ່ບໍ່ຍອມຮັບພວກເຈົ້າ ກໍບໍ່ຍອມຮັບເຮົາ ແລະທັງບໍ່ຍອມຮັບຜູ້ທີ່ໄດ້ໃຊ້ເຮົາມາດ້ວຍ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 “ຜູ້ໃດກໍຕາມທີ່ຟັງພວກເຈົ້າກໍໄດ້ຟັງເຮົາ, ຜູ້ໃດທີ່ບໍ່ຍອມຮັບພວກເຈົ້າກໍບໍ່ຍອມຮັບເຮົາ, ຜູ້ໃດທີ່ບໍ່ຍອມຮັບເຮົາກໍບໍ່ຍອມຮັບພຣະອົງຜູ້ໃຊ້ເຮົາມາ”. Uka jalj uñjjattʼäta |
ແລ້ວໂມເຊກໍກ່າວວ່າ, “ແມ່ນພຣະເຈົ້າຢາເວທີ່ຈະໃຫ້ພວກເຈົ້າມີຊີ້ນກິນໃນຕອນແລງ ແລະຈະໃຫ້ມີເຂົ້າຈີ່ກິນຢ່າງບໍຣິບູນໃນຕອນເຊົ້າ ເພາະວ່າພຣະເຈົ້າຢາເວໄດ້ຍິນພວກເຈົ້າຈົ່ມຮ້າຍໃສ່ພຣະອົງຢ່າງຮຸນແຮງ. ເມື່ອພວກເຈົ້າຈົ່ມຮ້າຍຕໍ່ພວກເຮົາ ພວກເຮົາທັງສອງແມ່ນຜູ້ໃດ, ຄວາມຈົ່ມຮ້າຍຂອງພວກເຈົ້າບໍ່ໄດ້ຕໍ່ສູ້ພວກເຮົາ, ແຕ່ຕໍ່ສູ້ພຣະເຈົ້າຢາເວ.”
ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວຕໍ່ພວກປະໂຣຫິດວ່າ, “ລູກຍ່ອມໃຫ້ກຽດພໍ່ແມ່ຂອງຕົນ ແລະຄົນຮັບໃຊ້ຍ່ອມນັບຖືນາຍຂອງຕົນ. ເຮົາເປັນພໍ່ຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ໃຫ້ກຽດເຮົາ? ເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຈຶ່ງບໍ່ນັບຖືເຮົາ? ພວກເຈົ້າດູຖູກເຮົາ ແລະຍິ່ງໄປກວ່ານີ້ອີກ ພວກເຈົ້າຍັງຖາມວ່າ, ‘ພວກຂ້ານ້ອຍໝິ່ນປະໝາດພຣະນາມຂອງພຣະອົງຢ່າງໃດ?’