Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:15 - ພຣະຄຳພີສັກສິ

15 ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຢາກ​ຈະ​ຍົກ​ຕົວ​ຂຶ້ນ​ໃຫ້​ສູງ​ພຽງ​ຟ້າ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງ​ໄຟ​ນະຣົກ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ສ່ວນ​ເຈົ້າ ເມືອງ​ກາເປນາອູມ, ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ສູງ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ.

Uka jalj uñjjattʼäta Copia luraña




ລູກາ 10:15
20 Jak'a apnaqawi uñst'ayäwi  

ພວກເຂົາ​ເວົ້າ​ວ່າ, “ບັດ​ນີ້ ຈົ່ງ​ພາກັນ​ສ້າງ​ເມືອງ​ກັບ​ທັງ​ໃຫ້​ມີ​ຫໍຄອຍ​ທີ່​ມີ​ຍອດ​ສູງ​ຈຸ​ຟ້າ​ສະຫວັນ ເພື່ອ​ພວກເຮົາ​ຈະ​ໄດ້​ສ້າງ​ຊື່ສຽງ​ໄວ້ ແລະ​ຈະ​ບໍ່​ຖືກ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກນີ້.”


ແດນ​ມໍຣະນາ​ກໍ​ຫິວ​ຢາກ​ກິນ​ພວກເຂົາ ແລະ​ອ້າ​ປາກ​ຂອງ​ມັນ​ອອກ​ກວ້າງ​ລໍຖ້າ​ຢູ່. ມັນ​ຈະ​ກືນກິນ​ພວກ​ຂຸນນາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຝູງ​ຄົນ​ສາມັນ​ທີ່​ຮ້ອງ​ສຽງດັງ​ຢ່າງ​ອຶກກະທຶກ.


ເຖິງ​ແມ່ນ​ວ່າ ນະຄອນ​ບາບີໂລນ​ປີນ​ຂຶ້ນ​ໄປ​ສູ່​ທ້ອງຟ້າ​ໄດ້ ແລະ​ສ້າງ​ປ້ອມ​ປ້ອງກັນ​ຢູ່​ທີ່ນັ້ນ​ໄດ້ ເຮົາ​ກໍ​ຍັງ​ຈະ​ສົ່ງ​ຄົນ​ໄປ​ທຳລາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ສົ່ງ​ເຈົ້າ​ລົງ​ໄປ​ຮ່ວມ​ກັບ​ຄົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ແດນ​ມໍຣະນາ​ແຕ່​ກ່ອນກີ້. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢູ່​ຮ່ວມ​ກັບ​ພວກ​ຄົນຕາຍ​ໃນ​ໂລກ​ໃຕ້​ດິນ​ທີ່​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ຕະຫລອດໄປ. ໃນທີ່ສຸດ ເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ແລະ​ບໍ່ມີ​ວັນ​ທີ່​ຈະ​ກັບຄືນ​ໄປ​ບ່ອນ​ຂອງ​ເຈົ້າ ໃນ​ດິນແດນ​ຂອງ​ຄົນ​ເປັນ.


ຕົ້ນໄມ້​ນັ້ນ​ແມ່ນ​ກະສັດ​ແຫ່ງ​ເອຢິບ​ແລະ​ປະຊາຊົນ​ທັງໝົດ​ຂອງ​ລາວ. ບໍ່ມີ​ຕົ້ນໄມ້​ກົກໃດ​ໃນ​ສວນ​ເອເດນ​ຈະ​ສູງ ແລະ​ປະທັບ​ໃຈ​ເທົ່າກັບ​ມັນ. ແຕ່​ບັດນີ້ ມັນ​ຈະ​ລົງ​ໄປ​ສູ່​ແດນ​ມໍຣະນາ​ດັ່ງ​ຕົ້ນໄມ້​ຕ່າງໆ​ໃນ​ສວນ​ເອເດນ​ຮ່ວມ​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນັ້ນແຫຼະ.


“ມະນຸດ​ເອີຍ ຈົ່ງ​ໄວ້ທຸກ​ໃຫ້​ປະຊາຊົນ​ທັງໝົດ​ຂອງ​ປະເທດ​ເອຢິບ. ຈົ່ງ​ສົ່ງ​ພວກເຂົາ​ລົງ​ໄປ​ກັບ​ຊົນຊາດ​ອື່ນໆ​ທີ່​ມີ​ອຳນາດ​ສູ່​ແດນ​ມໍຣະນາ.


ປະຊາຊົນ​ເອຢິບ​ຈະ​ລົ້ມ​ລົງ​ນຳ​ພວກ​ທີ່​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ. ດາບ​ມີ​ຕຽມພ້ອມ​ໄວ້​ແລ້ວ​ເພື່ອ​ຈະ​ຂ້າ​ພວກເຂົາ​ຖິ້ມ​ໝົດ.


ພວກເຂົາ​ບໍ່ໄດ້​ຖືກ​ຝັງ​ຢ່າງ​ມີ​ກຽດ​ດັ່ງ​ບັນດາ​ວິລະບູລຸດ​ຂອງ​ພວກເຂົາ​ໃນ​ສະໄໝ​ກ່ອນກີ້ ຜູ້​ທີ່​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ​ໂດຍ​ມີ​ອາວຸດ​ຕິດຕົວ​ຄົບຊຸດ ຄື​ດາບ​ຂອງ​ພວກເຂົາ​ຖືກ​ວາງ​ໄວ້​ທີ່​ກ້ອງ​ຫົວ ແລະ​ໂລ້​ຂອງ​ພວກເຂົາ ກໍ​ຖືກ​ວາງ​ໄວ້​ທີ່​ເທິງ​ຮ່າງກາຍ. ຄັ້ງໜຶ່ງ ວິລະບູລຸດ​ເຫຼົ່ານີ້​ໄດ້​ມີ​ອຳນາດ ພໍ​ທີ່​ຈະ​ເຮັດ​ໃຫ້​ໂລກ​ຄົນ​ເປັນ​ສະທ້ານ​ຢ້ານກົວ​ໄດ້.


ເຖິງ​ວ່າ​ເຈົ້າ​ນັ້ນ​ສ້າງ​ເຮືອນ​ຂອງເຈົ້າ​ຂຶ້ນມາ ສູງ​ເທົ່າ​ກັບ​ຮັງ​ຂອງ​ນົກອິນຊີ​ກໍຕາມ ເພື່ອ​ໃຫ້​ປາກົດ​ເຫັນ​ຄື​ວ່າ​ຢູ່​ທ່າມກາງ​ດວງດາວ ເຖິງ​ຢ່າງ​ນັ້ນ​ກໍຕາມ ເຮົາ​ຈະ​ດືງ​ເຈົ້າ​ລົງ​ໃຫ້​ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ພຽງ​ຟ້າ​ສະຫວັນ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງໄຟ​ນະຣົກ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ໄດ້​ຖືກ​ກະທຳ​ໃນ​ເມືອງ​ໂຊໂດມ​ແລ້ວ ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ຈົນເຖິງ​ທຸກ​ວັນນີ້.


ພຣະອົງ​ຍ້າຍ​ຈາກ​ເມືອງ​ນາຊາເຣັດ​ໄປ​ຢູ່​ກາເປນາອູມ ເມືອງ​ໜຶ່ງ​ທີ່​ແຄມ​ທະເລສາບ​ໃນ​ຂົງເຂດ​ເຊບູໂລນ ແລະ ເນັບທາລີ.


ຈາກ​ນັ້ນ ພວກເຈົ້າ​ຈະ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຄ້ຽວ​ຟັນ ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຕະຫລອດ​ທັງ​ຜູ້ທຳນວາຍ​ທຸກຄົນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ຈະ​ຖືກ​ຊັດຖິ້ມ​ອອກ​ໄປ.


ເມື່ອ​ຢູ່​ໃນ​ແດນ​ມໍຣະນາ ກໍ​ເປັນ​ທຸກ​ເວດທະນາ​ຫລາຍ ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ໄກ ແລະ​ເຫັນ​ລາຊາໂຣ​ຢູ່​ໃນ​ເອິກ​ຂອງທ່ານ.


ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka