Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:14 - ພຣະຄຳພີສັກສິ

14 ແຕ່​ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ຕີເຣ​ແລະ​ຊີໂດນ ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ແຕ່​ໃນ​ວັນ​ພິພາກສາ​ນັ້ນ ໂທດ​ຂອງ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 10:14
10 Jak'a apnaqawi uñst'ayäwi  

ເມືອງ​ຕີເຣ, ເມືອງ​ຊີໂດນ ແລະ​ທົ່ວ​ທັງ​ປະເທດ​ຟີລິດສະຕິນ​ເອີຍ ພວກເຈົ້າ​ຢາກ​ຈະ​ເຮັດ​ຫຍັງ​ກັບ​ເຮົາ? ພວກເຈົ້າ​ພະຍາຍາມ​ແກ້ແຄ້ນ​ເຮົາ​ຊັ້ນບໍ? ຖ້າ​ພວກເຈົ້າ​ຄິດ​ແກ້ແຄ້ນ​ເຮົາ ເຮົາ​ກໍ​ຈະ​ຕອບໂຕ້​ຄືນ​ໃນທັນທີ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຕີເຣ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຈັບ​ເອົາ​ຄົນ​ທັງ​ຊາດ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ເອໂດມ ແລະ​ບໍ່ໄດ້​ຖື​ຮັກສາ​ສັນຍາ​ມິດຕະພາບ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້.


“ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກນີ້ ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ຮູ້ຈັກ​ດີ ແລະ​ເອົາໃຈໃສ່. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຈົ້າ ຍ້ອນ​ການບາບ​ອັນ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ໃນ​ວັນ​ພິພາກສາ ໂທດ​ຂອງ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ຈະ​ທົນ​ງ່າຍ​ກວ່າ​ໂທດ​ຂອງ​ປະຊາຊົນ​ໃນ​ເມືອງ​ນັ້ນ.”


ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ


ການ​ຕັດສິນ​ລົງໂທດ​ເປັນ​ດັ່ງນີ້: ຄື​ວ່າ ຄວາມ​ສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະນຸດ​ໄດ້​ຮັກ​ຄວາມມືດ​ຫລາຍກວ່າ​ຮັກ​ຄວາມ​ສະຫວ່າງ ເພາະ​ການ​ກະທຳ​ຂອງ​ພວກເຂົາ​ຊົ່ວ.


ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.


ເຖິງ​ແມ່ນ​ວ່າ ເຈົ້າ​ທັງຫລາຍ​ມີ​ກົດບັນຍັດ​ທີ່​ຈາລຶກ​ໄວ້ ແລະ​ໄດ້​ຮັບ​ພິທີຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະເມີດ​ຕໍ່​ກົດບັນຍັດ​ນັ້ນ ຝ່າຍ​ຄົນ​ທຳມະດາ​ສາມັນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ, ພວກເຂົາ​ກໍ​ຍັງ​ຖື​ຮັກສາ​ກົດບັນຍັດ​ຢູ່ ພວກເຂົາ​ນັ້ນ​ແຫຼະ ຈະ​ກ່າວໂທດ​ໃສ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka