Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:13 - ພຣະຄຳພີສັກສິ

13 “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ເມືອງ​ເບັດສາອີດາ​ກໍ​ເຊັ່ນດຽວ​ກັນ ວິບັດ​ສຳລັບ​ເຈົ້າ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ເມືອງ​ຂອງ​ເຈົ້າ ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ ແລະ ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ເຫຼົ່ານີ້​ກໍ​ຄົງ​ຈະ​ນັ່ງ​ລົງ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໃຊ້​ຂີ້ເທົ່າ​ໂຮຍ​ຫົວ​ແຕ່​ດົນນານ​ມາ​ແລ້ວ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.

Uka jalj uñjjattʼäta Copia luraña




ລູກາ 10:13
17 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ອັບອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ ຂ້ານ້ອຍ​ເສຍໃຈ ຈຶ່ງ​ນັ່ງ​ທີ່​ຂີ້ຝຸ່ນ​ດິນ​ແລະ​ຂີ້ເຖົ່າ.”


ເພື່ອ​ໃຫ້​ພວກ​ທີ່​ໄວ້ທຸກ​ທີ່​ເທິງ​ພູເຂົາ​ຊີໂອນ ໄດ້​ຊົມຊື່ນ​ຍິນດີ​ແທນ​ທີ່​ຈະ​ໂສກເສົ້າ; ພວກເຂົາ​ຈະ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ໃດ ແທນ​ທີ່​ຈະ​ເສົ້າໂສກ​ເສຍໃຈ​ຢູ່​ເລື້ອຍໆ. ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ພຣະເຈົ້າຢາເວ​ໄດ້​ປູກ​ໄວ້​ເອງ ພວກເຂົາ​ທຸກຄົນ​ຈະ​ກະທຳ​ແຕ່​ສິ່ງ​ທີ່​ຖືກຕ້ອງ ແລະ​ພຣະເຈົ້າ​ກໍ​ຈະ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ ສຳລັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ມາ​ນັ້ນ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ຂ້າພະເຈົ້າ​ຕັ້ງໜ້າ​ພາວັນນາ​ອະທິຖານ​ຂໍ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ຖືສິນ​ອົດອາຫານ, ນຸ່ງ​ເສື້ອ​ຜ້າ​ກະສອບເຂົ້າ ແລະ​ນັ່ງ​ໃນ​ຂີ້ເຖົ່າ​ໄຟ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຕີເຣ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຈັບ​ເອົາ​ຄົນ​ທັງ​ຊາດ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ເອໂດມ ແລະ​ບໍ່ໄດ້​ຖື​ຮັກສາ​ສັນຍາ​ມິດຕະພາບ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້.


ຄຳສັ່ງສອນ​ເຫຼົ່ານັ້ນ ມາ​ຈາກ​ການ​ໜ້າຊື່​ໃຈຄົດ​ຂອງ​ຄົນ​ຂີ້ຕົວະ ຄື​ຄົນ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ​ຖືກ​ໝາຍ​ໄວ້​ດ້ວຍ​ເຫຼັກ​ແດງ​ເຜົາ​ໄໝ້​ຢູ່.


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka