Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:11 - ພຣະຄຳພີສັກສິ

11 ‘ແມ່ນແຕ່​ຂີ້ຝຸ່ນ​ດິນ​ຂອງ​ເມືອງ​ນີ້ ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ປັດ​ອອກ​ຕໍ່ສູ້​ພວກເຈົ້າ; ແຕ່​ຈົ່ງ​ຈຳ​ໄວ້​ວ່າ ອານາຈັກ​ຂອງ​ພຣະເຈົ້າ​ມາ​ໃກ້​ພວກເຈົ້າ​ແລ້ວ’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ‘ແມ່ນ​ແຕ່​ຂີ້ຝຸ່ນ​ຂອງ​ເມືອງ​ນີ້​ທີ່​ຕິດ​ຕີນ​ຂອງ​ພວກເຮົາ ພວກເຮົາ​ກໍ​ຈະ​ເຊັດ​ອອກ​ເພື່ອ​ເປັນ​ການ​ເຕືອນ​ພວກເຈົ້າ. ແຕ່​ຈົ່ງ​ຈຳ​ໄວ້​ໃນ​ຂໍ້​ນີ້​ວ່າ: ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ’.

Uka jalj uñjjattʼäta Copia luraña




ລູກາ 10:11
16 Jak'a apnaqawi uñst'ayäwi  

ເຖິງ​ແມ່ນ​ວ່າ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໃນ​ທ່າມກາງ​ພວກເຂົາ.


ຖ້າ​ບ້ານ​ໃດ​ຫລື​ເມືອງ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຫລື​ບໍ່​ຟັງ​ພວກເຈົ້າ ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ​ດ້ວຍ.


ເວລາ​ເດີນທາງ​ໄປ​ນັ້ນ ຈົ່ງ​ປະກາດ​ວ່າ, ‘ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ’


“ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ສາ ເພາະວ່າ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”


ຖ້າ​ບ່ອນ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕີນ​ຂອງ​ພວກເຈົ້າ​ອອກ.”


ເມື່ອໃດ​ກໍຕາມ​ທີ່​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໜຶ່ງ ແລະ​ໄທ​ເມືອງ​ນັ້ນ​ບໍ່​ຍິນດີ​ຕ້ອນຮັບ​ພວກເຈົ້າ ຈົ່ງ​ອອກ​ໄປ​ທີ່​ກາງ​ຖະໜົນ​ຂອງ​ເມືອງ​ນັ້ນ ແລະ​ເວົ້າ​ວ່າ,


ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຢູ່​ໃນ​ເມືອງ​ນັ້ນ​ດີ​ພະຍາດ ແລະ​ປະກາດ​ແກ່​ຊາວ​ເມືອງ​ວ່າ, ‘ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ທ່ານ​ທັງຫລາຍ​ແລ້ວ.’


ເມືອງ​ໃດ ທີ່​ບໍ່​ຕ້ອນຮັບ​ພວກເຈົ້າ ຈົ່ງ​ໜີ​ຈາກ​ເມືອງ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ ເພື່ອ​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ.”


ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ, ຂ່າວ​ແຫ່ງ​ຄວາມ​ພົ້ນ​ນີ້​ໄດ້​ຖືກ​ສົ່ງ​ມາ ແມ່ນ​ສຳລັບ​ພວກເຮົາ​ນີ້​ເອງ.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ ເພື່ອ​ວ່າ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ນັ້ນ ຈະ​ບໍ່​ເກີດຂຶ້ນ​ກັບ​ພວກທ່ານ


ແຕ່​ໂປໂລ​ກັບ​ບາຣະນາບາ​ມີ​ໃຈ​ກ້າ​ກ່າວ​ອອກ​ໄປ​ວ່າ, “ຈຳເປັນ​ທີ່​ຈະ​ຕ້ອງ​ມາ​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ ສູ່​ທ່ານ​ທັງຫລາຍ​ຟັງ​ກ່ອນ, ແຕ່​ໃນ​ເມື່ອ​ພວກທ່ານ​ບໍ່​ຍອມ​ຮັບ​ເອົາ​ພຣະທຳ​ນັ້ນ ແລະ​ຖື​ວ່າ​ຕົນ​ບໍ່​ສົມຄວນ​ທີ່​ຈະ​ຮັບ​ຊີວິດ​ນິຣັນດອນ. ດັ່ງນັ້ນ ພວກເຮົາ​ກໍ​ຈະ​ໄປ​ຫາ​ຄົນຕ່າງຊາດ.


ສ່ວນ​ໂປໂລ​ກັບ​ບາຣະນາບາ​ກໍ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກ​ຕົນ​ອອກ ເພື່ອ​ເປັນ​ສັນຍານ​ແຫ່ງ​ການ​ຄັດຄ້ານ​ຕໍ່ສູ້​ພວກເຂົາ ແລ້ວ​ທ່ານ​ທັງສອງ​ກໍ​ເດີນທາງ​ໄປ​ທີ່​ເມືອງ​ອີໂກນີອົມ.


ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ນັ້ນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງເຮົາ​ອອກ​ຕະຫລອດ​ວັນ ເພື່ອ​ຄອຍ​ຮັບ​ໄພ່ພົນ​ຈຳພວກ​ໜຶ່ງ ທີ່​ດື້ດ້ານ​ແລະ​ບໍ່​ເຊື່ອຟັງ.”


ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ).


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka