Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 10:1 - ພຣະຄຳພີສັກສິ

1 ຫລັງຈາກ​ເຫດການ​ເຫຼົ່ານີ້​ແລ້ວ ອົງ​ພຣະຜູ້​ເປັນເຈົ້າ​ກໍໄດ້​ເລືອກ​ເອົາ​ເຈັດສິບສອງ ຄົນ​ຕື່ມ​ອີກ ແລະ​ໃຊ້​ພວກເພິ່ນ​ອອກ​ໄປ​ເປັນ​ໝູ່ ໝູ່​ລະ​ສອງ​ຄົນ ເພື່ອ​ໄປ​ກ່ອນ​ໜ້າ​ພຣະອົງ​ໃນ​ທຸກ​ເມືອງ​ແລະ​ທຸກ​ບ້ານ ທີ່​ພຣະອົງ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຕໍ່ມາ​ອົງພຣະຜູ້ເປັນເຈົ້າ​ແຕ່ງຕັ້ງ​ອີກ​ເຈັດສິບສອງ​ຄົນ ແລະ ສົ່ງ​ພວກເພິ່ນ​ອອກໄປ​ເປັນ​ຄູ່​ລ່ວງໜ້າ​ພຣະອົງ​ໄປ​ຍັງ​ທຸກ​ເມືອງ ແລະ ທຸກ​ບ່ອນ​ທີ່​ພຣະອົງ​ກຳລັງ​ຈະ​ໄປ.

Uka jalj uñjjattʼäta Copia luraña




ລູກາ 10:1
14 Jak'a apnaqawi uñst'ayäwi  

ບັນດາ​ຜູ້ນຳ​ຊາວ​ອິດສະຣາເອນ​ເຈັດສິບ​ຄົນ​ກໍ​ຢູ່​ທີ່​ນັ້ນ ແລະ​ຢາອາຊານີຢາ​ລູກຊາຍ​ຂອງ​ຊາຟານ​ກໍ​ຮ່ວມ​ຢູ່​ດ້ວຍ, ແຕ່ລະຄົນ​ກຳລັງ​ຖື​ຖາດ​ເຜົາບູຊາ​ເຄື່ອງຫອມ​ທີ່​ກຳລັງ​ລຸກໄໝ້​ຢູ່ ແລະ​ຄວັນ​ກໍ​ກຳລັງ​ຟົ້ງ​ຂຶ້ນ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ນັດ​ປະຊຸມ​ຫົວໜ້າ​ເຈັດສິບ​ຄົນ​ທີ່​ປະຊາຊົນ​ເຄົາຣົບ​ນັບຖື ແລະ​ພາ​ພວກເຂົາ​ມາ​ຫາ​ເຮົາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ພວກເຂົາ​ໃຫ້​ຢືນ​ຢູ່​ໃກ້​ເຈົ້າ.


ເພິ່ນ​ຈະ​ອອກ​ໜ້າ​ກ່ອນ ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ເຂັ້ມແຂງ​ແລະ​ອົງ​ອາດ ເໝືອນ​ດັ່ງ​ຜູ້ທຳນວາຍ​ເອລີຢາ ເພິ່ນ​ຈະ​ນຳ​ພໍ່​ກັບ​ລູກ​ໃຫ້​ຄືນ​ດີ​ກັນ ເພິ່ນ​ຈະ​ນຳ​ຄົນ​ດື້ດ້ານ​ກັບ​ໃຫ້​ມີ​ປັນຍາ​ຢ່າງ​ຄົນ​ສິນທຳ​ ເພິ່ນ​ຈະ​ຕຽມ​ປະຊາຊົນ​ໄວ້​ພ້ອມ​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ.”


ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ


ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”


ແລະ ໃຊ້​ພວກເຂົາ​ໄປ​ພົບ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຖາມ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ຄອງຄອຍ​ຖ້າ​ຜູ້​ອື່ນ​ອີກ?”


ພຣະອົງ​ໄດ້​ໃຊ້​ຜູ້ຮັບໃຊ້​ໄປ​ກ່ອນ​ໜ້າ​ພຣະອົງ ພວກເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ໜຶ່ງ​ຂອງ​ຊາວ​ຊາມາເຣຍ ເພື່ອ​ຈັດຕຽມ​ທຸກສິ່ງ​ໄວ້​ສຳລັບ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka