Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:80 - ພຣະຄຳພີສັກສິ

80 ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່​ຂຶ້ນ ແລະ​ຈິດ​ວິນຍານ​ກໍ​ມີ​ກຳລັງ​ທະວີ​ຂຶ້ນ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ພວກ​ອິດສະຣາເອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

80 ແລ້ວ​ເດັກນ້ອຍ​ຄົນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ຝ່າຍ​ວິນຍານ​ກໍ​ເຂັ້ມແຂງ, ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ປະຊາຊົນ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ລູກາ 1:80
11 Jak'a apnaqawi uñst'ayäwi  

ເມື່ອ​ລູກສິດ​ຂອງ​ໂຢຮັນ​ພວກ​ນັ້ນ​ກຳລັງ​ຈາກ​ໄປ ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ເຖິງ​ເລື່ອງ​ໂຢຮັນ​ແກ່​ປະຊາຊົນ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ເພື່ອ​ເບິ່ງ​ຫຍັງ? ເພື່ອ​ເບິ່ງ​ຕົ້ນອໍ້​ໄຫວ​ໄປມາ​ຕາມ​ກະແສ​ລົມ​ພັດ​ບໍ?


ໃນ​ເວລາ​ນັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ຕັ້ງຕົ້ນ​ເທດສະໜາ​ປ່າວ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແຂວງ​ຢູດາຍ​ວ່າ,


ເພິ່ນ​ຈະ​ເປັນ​ຜູ້​ຍິ່ງໃຫຍ່​ໃນ​ສາຍ​ພຣະເນດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພິ່ນ​ຈະ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫຼົ້າ​ປຸກ​ແຕ່​ຢ່າງ​ໃດ ແລະ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕັ້ງແຕ່​ຈາກ​ທ້ອງ​ແມ່​ມາ


ຝ່າຍ​ພຣະ​ກຸມມານ​ນັ້ນ ກໍ​ໃຫຍ່​ຂຶ້ນ​ແລະ​ແຂງແຮງ​ດີ ເຕັມ​ໄປ​ດ້ວຍ​ສະຕິປັນຍາ ແລະ​ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຊົງ​ສະຖິດ​ຢູ່​ນຳ​ພຣະອົງ.


ພຣະເຢຊູເຈົ້າ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນ​ດ້ານ​ສະຕິປັນຍາ ແລະ​ໃນ​ດ້ານ​ຮ່າງກາຍ ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະເຈົ້າ​ແລະ​ຕໍ່​ມະນຸດ​ດ້ວຍ.


ເຮົາ​ເອງ​ກໍ​ບໍ່​ຮູ້ຈັກ​ພຣະອົງ ແຕ່​ເພື່ອ​ໃຫ້​ທ່ານ​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ອິດສະຣາເອນ ເຮົາ​ຈຶ່ງ​ໄດ້​ມາ​ໃຫ້​ຮັບ​ບັບຕິສະມາ​ໃນ​ນໍ້າ.”


ເພາະ​ລາວ​ໄດ້​ໂຕ້ຕອບ​ກັບ​ພວກ​ຢິວ​ຢ່າງ​ແຂງແຮງ​ຕໍ່ໜ້າ​ຄົນ​ທັງຫລາຍ ໂດຍ​ອ້າງ​ຂໍ້​ພຣະຄຳພີ​ທີ່​ພິສູດ​ໃຫ້​ເຫັນ​ວ່າ ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ.


ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາງ​ຮັນນາ ແລະ​ນາງ​ໄດ້​ມີ​ລູກຊາຍ​ຕື່ມ​ອີກ​ສາມ​ຄົນ​ແລະ​ລູກສາວ​ສອງ​ຄົນ. ສ່ວນ​ເດັກຊາຍ​ຊາມູເອນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ​ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka