Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:7 - ພຣະຄຳພີສັກສິ

7 ແຕ່​ພວກເພິ່ນ​ບໍ່ມີ​ລູກ ເພາະ​ນາງ​ເອລີຊາເບັດ​ເປັນ​ໝັນ ແລະ​ທັງສອງ​ກໍ​ເຖົ້າແກ່​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່​ພວກເພິ່ນ​ບໍ່​ມີ​ລູກ​ເພາະ​ນາງ​ເອລີຊາເບັດ​ເປັນໝັນ ແລະ ທັງ​ສອງ​ກໍ​ເຖົ້າແກ່​ແລ້ວ.

Uka jalj uñjjattʼäta Copia luraña




ລູກາ 1:7
16 Jak'a apnaqawi uñst'ayäwi  

ອັບຣາຮາມ​ກົ້ມຂາບ​ລົງ​ຍິ້ມ​ຢູ່​ໃນ​ໃຈ ແລະ​ເວົ້າ​ວ່າ, “ຄົນ​ອາຍຸ​ໜຶ່ງຮ້ອຍ​ປີ​ແລ້ວ ຈະ​ມີ​ລູກ​ໄດ້​ຈັ່ງ​ໃດ? ແລະ​ຊາຣາ​ກໍ​ອາຍຸ​ເກົ້າສິບ​ປີ​ແລ້ວ ນາງ​ຍັງ​ຈະ​ມີ​ລູກ​ໄດ້​ຢູ່​ບໍ?”


ອັບຣາຮາມ​ກັບ​ຊາຣາ​ຕ່າງ​ກໍ​ເຖົ້າແກ່​ແລ້ວ ແລະ​ຊາຣາ​ເອງ​ກໍ​ເຊົາ​ເປັນ​ປະຈຳເດືອນ​ແລ້ວ.


ຍ້ອນ​ນາງ​ເຣເບກາ​ບໍ່ມີ​ລູກ ອີຊາກ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ນາງ. ພຣະເຈົ້າຢາເວ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ລາວ ແລະ​ນາງ​ເຣເບກາ​ຈຶ່ງ​ຕັ້ງ​ທ້ອງ.


ສ່ວນ​ນາງ​ຣາເຊັນ​ບໍ່ມີ​ລູກ​ໃຫ້​ຢາໂຄບ​ຈັກ​ຄົນ. ດັ່ງນັ້ນ ນາງ​ຈຶ່ງ​ອິດສາ​ເອື້ອຍ​ຂອງຕົນ ແລະ​ເວົ້າ​ຕໍ່​ຢາໂຄບ​ວ່າ, “ເຈົ້າ​ຈະ​ໃຫ້​ຂ້ອຍ​ມີ​ລູກ ຫລື​ຈະ​ໃຫ້​ຂ້ອຍ​ຕາຍ.”


ມາບັດນີ້ ກະສັດ​ດາວິດ​ກໍ​ເຖົ້າແກ່​ຊະຣາ​ຫລາຍ​ແລ້ວ ເຖິງ​ແມ່ນ​ວ່າ ພວກ​ຄົນ​ຮັບໃຊ້​ຫົ່ມ​ຜ້າ​ໃຫ້​ເພິ່ນ​ຫລາຍ​ຜືນ​ກໍ​ຍັງ​ບໍ່​ອົບອຸ່ນ.


ເອລີຊາ​ຈຶ່ງ​ຖາມ​ເກຮາຊິ​ວ່າ, “ຖ້າດັ່ງນັ້ນ ຈະ​ໃຫ້​ຂ້ອຍ​ເຮັດ​ຫຍັງ​ແດ່​ເພື່ອ​ນາງ?” ລາວ​ຕອບ​ວ່າ, “ນາງ​ບໍ່ມີ​ລູກ ແລະ​ຜົວ​ຂອງ​ນາງ​ກໍ​ເຖົ້າແກ່​ແລ້ວ.”


ໃນ​ຄາວ​ທີ່​ເຮໂຣດ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ມີ​ປະໂຣຫິດ​ຜູ້ໜຶ່ງ ຢູ່​ໃນ​ໝວດ​ຂອງ​ປະໂຣຫິດ​ອາບີຢາ​ຊື່​ວ່າ ເຊກາຣີຢາ. ເມຍ​ຂອງ​ເພິ່ນ​ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ປະໂຣຫິດ​ອາໂຣນ​ເໝືອນກັນ​ຊື່​ວ່າ ເອລີຊາເບັດ.


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ວັນ​ໜຶ່ງ ເຊກາຣີຢາ​ກຳລັງ​ປະຕິບັດ​ໜ້າທີ່​ຂອງຕົນ​ຢູ່​ໃນ​ພຣະວິຫານ ເພາະ​ຖືກ​ຜຽນ​ໃນ​ໝວດ​ຂອງຕົນ.


ເຖິງ​ແມ່ນ​ວ່າ ອັບຣາຮາມ​ມີ​ອາຍຸ​ສັງຂານ​ປະມານ​ຮ້ອຍ​ປີ​ແລ້ວ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ບໍ່ໄດ້​ລົດນ້ອຍ​ຖອຍລົງ​ເລີຍ ເມື່ອ​ຄິດເຖິງ​ຮ່າງກາຍ​ຂອງຕົນ ທີ່​ປຽບ​ເໝືອນ​ຄື​ຕາຍ​ແລ້ວ ແລະ​ຄິດເຖິງ​ຊາຣາ​ເມຍ​ຂອງ​ເພິ່ນ​ທີ່​ເປັນ​ໝັນ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ມີ​ກຳລັງ​ໃຫ້​ບັງເກີດ​ເຊື້ອສາຍ ເມື່ອ​ອາຍຸ​ແກ່​ເກີນ​ແລ້ວ ແລະ​ນາງ​ຊາຣາ​ກໍ​ເປັນ​ໝັນ ແຕ່​ອັບຣາຮາມ​ກໍ​ຖື​ວ່າ ພຣະອົງ​ຜູ້​ຊົງ​ສັນຍາ​ນັ້ນ​ເປັນ​ຜູ້​ສັດຊື່.


ເອນການາ​ມີ​ເມຍ​ສອງ​ຄົນ ຄື​ນາງ​ຮັນນາ​ແລະ​ນາງ​ເປນິນນາ. ນາງ​ເປນິນນາ​ມີ​ລູກ, ແຕ່​ນາງ​ຮັນນາ​ບໍ່ມີ​ລູກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka