60 ແຕ່ແມ່ເວົ້າວ່າ, “ບໍ່ແມ່ນ ລາວຈະຕ້ອງມີຊື່ວ່າ ໂຢຮັນ.”
60 ແຕ່ແມ່ຂອງເດັກນ້ອຍໄດ້ທ້ວງຂຶ້ນວ່າ, “ບໍ່ໄດ້! ລາວຕ້ອງມີຊື່ວ່າໂຢຮັນ”.
ແລະໃຊ້ຜູ້ທຳນວາຍນາທານໃຫ້ຕັ້ງຊື່ເດັກນີ້ວ່າ, ເຢດີດີຢາ ເພາະເຫັນແກ່ພຣະເຈົ້າຢາເວ.
ຕໍ່ມາ ເມຍຂອງຂ້າພະເຈົ້າກໍໄດ້ຖືພາແລະເກີດລູກຊາຍຜູ້ໜຶ່ງ. ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໃສ່ຊື່ເດັກນັ້ນວ່າ ‘ລົງມືປຸ້ນທັນທີ ໄດ້ຂອງປຸ້ນມາໄວ.’
ແຕ່ໂຢເຊັບບໍ່ໄດ້ສົມສູ່ກັບນາງ ຈົນກວ່ານາງໄດ້ເກີດລູກຊາຍ ແລ້ວໂຢເຊັບຈຶ່ງໃສ່ຊື່ເດັກທີ່ເກີດມານັ້ນວ່າ, ເຢຊູ.
ແຕ່ເທວະດາຕົນນັ້ນກ່າວແກ່ເພິ່ນວ່າ, “ເຊກາຣີຢາເອີຍ ຢ່າຢ້ານເລີຍ ພຣະເຈົ້າໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ແລະ ເອລີຊາເບັດເມຍຂອງເຈົ້າ ຈະເກີດລູກຊາຍຄົນໜຶ່ງໃຫ້ເຈົ້າ ເຈົ້າຈົ່ງໃສ່ຊື່ໃຫ້ລາວວ່າ ໂຢຮັນ.
ພວກເຂົາຈຶ່ງເວົ້າແກ່ນາງວ່າ, “ແຕ່ເຈົ້າບໍ່ມີຍາດຕິພີ່ນ້ອງຈັກຄົນທີ່ໃສ່ຊື່ນັ້ນ.”
ເຊກາຣີຢາຂໍໃຫ້ເຂົາເອົາກະດານມາ ແລ້ວເພິ່ນຂຽນວ່າ, “ຊື່ຂອງລາວແມ່ນໂຢຮັນ.” ແລ້ວທຸກຄົນຕ່າງກໍປະຫລາດໃຈ