Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:59 - ພຣະຄຳພີສັກສິ

59 ເມື່ອ​ເດັກນ້ອຍ​ຄົບ​ແປດ​ວັນ​ແລ້ວ ພວກເພິ່ນ​ກໍ​ເຮັດ​ພິທີຕັດ​ໃຫ້​ ແລະ​ຕັ້ງ​ຊື່​ໃຫ້​ວ່າ, ເຊກາຣີຢາ ຕາມ​ຊື່​ຂອງ​ພໍ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

59 ໃນ​ວັນ​ທີ​ແປດ ພວກເພິ່ນ​ກໍ​ໃຫ້​ເດັກນ້ອຍ​ນັ້ນ​ຮັບ​ພິທີຕັດ ແລະ ພວກເພິ່ນ​ກຳລັງ​ຈະ​ຕັ້ງ​ຊື່​ໃຫ້​ເດັກນ້ອຍ​ນັ້ນ​ວ່າ​ເຊກາຣີຢາ​ຕາມ​ຊື່​ຂອງ​ພໍ່,

Uka jalj uñjjattʼäta Copia luraña




ລູກາ 1:59
6 Jak'a apnaqawi uñst'ayäwi  

ຜູ້ຊາຍ​ທຸກຄົນ​ເມື່ອ​ເຂົາ​ອາຍຸ​ໄດ້​ແປດ​ວັນ. ໃຫ້​ເຮັດ​ພິທີຕັດ ລວມ​ທັງ​ຄົນ​ຮັບໃຊ້​ຜູ້​ທີ່​ເກີດ​ໃນ​ຄອບຄົວ​ຂອງ​ເຈົ້າ ແລະ​ຜູ້​ທີ່​ຖືກ​ຊື້​ມາ​ຈາກ​ຊາວ​ຕ່າງດ້າວ. ການ​ກະທຳ​ເຊັ່ນນີ້ ຈະ​ສະແດງ​ເຖິງ​ພັນທະສັນຍາ​ລະຫວ່າງ​ເຈົ້າ​ກັບ​ເຮົາ.


ໃນ​ມື້​ທີ​ແປດ ເດັກນ້ອຍ​ຜູ້​ນີ້​ຈະ​ຕ້ອງ​ຮັບ​ພິທີຕັດ.


ອາທິດ​ໜຶ່ງ​ຕໍ່ມາ ເມື່ອ​ເຖິງ​ກຳນົດ​ຕ້ອງ​ຮັບ​ພິທີຕັດ ພວກເພິ່ນ​ຈຶ່ງ​ໃສ່​ຊື່​ກຸມມານ​ນັ້ນ​ວ່າ ເຢຊູ ຕາມ​ທີ່​ເທວະດາ​ໄດ້​ບອກ​ໄວ້ ກ່ອນ​ທີ່​ນາງ​ມາຣີ​ບໍ່​ທັນ​ໄດ້​ຕັ້ງ​ທ້ອງ​ເທື່ອນັ້ນ.


ແລ້ວ​ພຣະເຈົ້າ​ກໍ​ໃຫ້​ອັບຣາຮາມ​ເຮັດ​ພິທີຕັດ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ. ດັ່ງນັ້ນ ອັບຣາຮາມ​ຜູ້​ເປັນ​ພໍ່ ຈຶ່ງ​ເຮັດ​ພິທີຕັດ​ໃຫ້​ອີຊາກ​ໃນ​ວັນ​ທີ​ແປດ ຫລັງຈາກ​ທີ່​ລາວ​ໄດ້​ເກີດ​ມາ ອີຊາກ​ໄດ້​ເຮັດ​ພິທີຕັດ​ໃຫ້​ຢາໂຄບ ແລະ​ຢາໂຄບ​ໄດ້​ເຮັດ​ພິທີຕັດ​ໃຫ້​ລູກຊາຍ​ສິບສອງ​ຄົນ​ຂອງຕົນ ຄື​ບັນພະບຸລຸດ​ແຫ່ງ​ເຊື້ອຊາດ​ຂອງ​ພວກເຮົາ.


ຄື​ເມື່ອ​ເຮົາ​ເກີດ​ມາ​ໄດ້​ແປດ​ວັນ ເຮົາ​ກໍໄດ້​ຮັບ​ພິທີຕັດ ເຮົາ​ເປັນ​ຄົນ​ອິດສະຣາເອນ ໃນ​ຕະກຸນ​ເບັນຢາມິນ, ເປັນ​ຄົນ​ເຮັບເຣີ ເກີດ​ຈາກ​ຊາວ​ເຮັບເຣີ ໃນ​ດ້ານ​ກົດບັນຍັດ ເຮົາ​ກໍ​ຢູ່​ໃນ​ຄະນະ​ຟາຣີຊາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka