Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:52 - ພຣະຄຳພີສັກສິ

52 ພຣະອົງ​ຊົງ​ປົດ​ຜູ້ປົກຄອງ​ຜູ້​ມີ​ອຳນາດ ລົງ​ຈາກ​ບ່ອນ​ນັ່ງ ແລະ​ໄດ້​ຊົງ​ຍົກ​ຜູ້​ຕໍ່າຕ້ອຍ​ຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

52 ພຣະອົງ​ໄດ້​ປົດ​ບັນດາ​ຜູ້ປົກຄອງ​ລົງ​ຈາກ​ບັນລັງ​ຂອງ​ພວກເຂົາ ແຕ່​ໄດ້​ຍົກ​ຄົນ​ຕ່ຳຕ້ອຍ​ຂຶ້ນ.

Uka jalj uñjjattʼäta Copia luraña




ລູກາ 1:52
14 Jak'a apnaqawi uñst'ayäwi  

ຕົ້ນໄມ້​ທຸກ​ຕົ້ນ​ທີ່​ນັ້ນ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ. ເຮົາ​ໄດ້​ຕັດ​ຕົ້ນ​ສູງ​ລົງ ແລະ​ເຮັດ​ໃຫ້​ຕົ້ນ​ຕໍ່າ​ສູງ​ຂຶ້ນ. ເຮົາ​ເຮັດ​ໃຫ້​ຕົ້ນໄມ້​ໃບຂຽວ​ຫ່ຽວແຫ້ງ​ຕາຍໄປ ເຮັດ​ໃຫ້​ຕົ້ນໄມ້​ຫ່ຽວແຫ້ງ​ໄປ​ມີ​ໃບຂຽວ​ຂຶ້ນໃໝ່. ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ. ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ທຸກປະການ.”’


“ວັນ​ໜຶ່ງ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຮົາ​ຈະ​ສ້າງ​ຫໍເຕັນ​ຂອງ​ດາວິດ​ຂຶ້ນ​ໃໝ່ ຄື​ເປັນ​ດັ່ງ​ເຮືອນ​ຫລັງ​ໜຶ່ງ​ທີ່​ຮົກຮ້າງ​ເພພັງ​ນັ້ນ. ເຮົາ​ຈະ​ສ້ອມແປງ​ກຳແພງ​ອີກ​ໃໝ່ ໃຫ້​ເປັນ​ດັ່ງ​ທີ່​ເຄີຍ​ເປັນ​ມາ​ແຕ່​ດົນນານ​ແລ້ວ.


ລາວ​ບໍ່ແມ່ນ​ຊ່າງໄມ້​ລູກຊາຍ​ຂອງ​ມາຣີ ແລະ​ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ນັ້ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ?” ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ.


ເພາະວ່າ, ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ ຈະ​ຕ້ອງ​ຖືກ​ຖອຍລົງ ແລະ​ຜູ້​ທີ່​ຖ່ອມຕົວ​ລົງ ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ.”


ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ນີ້​ແຫຼະ ເມື່ອ​ກັບ​ລົງ​ໄປ​ທີ່​ເຮືອນ​ຂອງຕົນ​ກໍ​ຊົງ​ນັບ​ວ່າ ລາວ​ຊອບທຳ​ຫລາຍກວ່າ​ຄົນອື່ນ​ນັ້ນ ເພາະວ່າ​ທຸກຄົນ​ທີ່​ຍົກ​ຕົວ​ຂຶ້ນ​ຈະ​ຖືກ​ຖອຍ​ລົງ ແຕ່​ຜູ້ໃດ​ທີ່​ຖ່ອມຕົວ​ລົງ​ຈະ​ຖືກ​ຍົກ​ຂຶ້ນ.”


ຈົ່ງ​ຖ່ອມຕົວ​ລົງ​ຊ້ອງ​ພຣະພັກ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະອົງ​ຈະ​ຊົງ​ຍົກ​ພວກເຈົ້າ​ຂຶ້ນ.


ຄັນທະນູ​ທະຫານ​ຜູ້​ເກັ່ງກ້າ​ກໍ​ຫັກ​ທັບ​ລົງ ແຕ່​ຜູ້​ທີ່​ອ່ອນແອ​ຊໍ້າ​ມີ​ແຮງ​ຂຶ້ນ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka