ລູກາ 1:51 - ພຣະຄຳພີສັກສິ51 ເມື່ອພຣະຫັດອັນຊົງຣິດ ຂອງພຣະອົງຢຽດອອກ ຄົນຈອງຫອງ ແລະແຜນການ ຂອງພວກເຂົາກໍແຕກຊະ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່51 ພຣະອົງກະທຳການຍິ່ງໃຫຍ່ດ້ວຍແຂນຂອງພຣະອົງ, ພຣະອົງເຮັດໃຫ້ຄົນທີ່ມີໃຈອວດອ້າງຈອງຫອງກະຈັດກະຈາຍໄປ. Uka jalj uñjjattʼäta |
ກິ່ນຫອມຫວນຂອງເຄື່ອງຖວາຍນີ້ເປັນທີ່ພໍໃຈພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍຊົງກ່າວວ່າ, “ເຮົາຈະບໍ່ໃຫ້ແຜ່ນດິນໂລກຕົກຢູ່ໃຕ້ຄຳສາບແຊ່ງອີກຈັກເທື່ອ ຍ້ອນສິ່ງທີ່ມະນຸດກະທຳ; ເຮົາຮູ້ວ່າ ແຕ່ເວລາມະນຸດຍັງນ້ອຍ ຄວາມຄິດຂອງເຂົາກໍຊົ່ວຢູ່ແລ້ວ. ເຮົາຈະບໍ່ທຳລາຍສິ່ງທີ່ມີຊີວິດ ເໝືອນດັ່ງທີ່ເຮົາໄດ້ທຳລາຍໃນຄັ້ງນີ້ອີກຈັກເທື່ອ.
ອົງພຣະຜູ້ເປັນເຈົ້າຢູ່ໃສ? ຄືອົງທີ່ໄດ້ໃຊ້ຣິດອຳນາດອັນຍິ່ງໃຫຍ່ເຮັດການອັດສະຈັນຜ່ານທາງໂມເຊນັ້ນ ໂດຍໄດ້ແຍກນໍ້າທະເລອອກ ແລະນຳປະຊາຊົນຂອງພຣະອົງຜ່ານບ່ອນທີ່ມີນໍ້າເລິກໄປ ຊຶ່ງເປັນການນຳຊື່ສຽງອັນຕະຫລອດໄປມາສູ່ພຣະອົງ.” ໂດຍມີອົງພຣະຜູ້ເປັນເຈົ້ານຳພາ ພວກເຂົາບໍ່ໄດ້ສະດຸດລົ້ມ, ແຕ່ເດີນຕໍ່ໄປຢ່າງໝັ້ນຄົງດັ່ງມ້າ.
ມີພຣະເຈົ້າອົງໃດອີກທີ່ກ້າໄປເອົາປະຊາຊົນຈາກຊາດອື່ນ ແລະເອົາມາຫລໍ່ຫລອມໃຫ້ເປັນປະຊາຊົນຂອງຕົນ ເໝືອນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃນປະເທດເອຢິບ? ຕໍ່ໜ້າຕໍ່ຕາຂອງພວກເຈົ້າ ພຣະອົງໄດ້ໃຊ້ຣິດອຳນາດກັບພະລັງອັນຍິ່ງໃຫຍ່ແລະຣິດເດດຂອງພຣະອົງ; ພຣະອົງໄດ້ໃຫ້ໂຣກລະບາດກັບສົງຄາມເກີດຂຶ້ນ, ເຮັດສິ່ງອັດສະຈັນກັບໝາຍສຳຄັນຕ່າງໆ ແລະເຮັດໃຫ້ສິ່ງອັນໜ້າຢ້ານກົວຍິ່ງເກີດຂຶ້ນ.