Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:5 - ພຣະຄຳພີສັກສິ

5 ໃນ​ຄາວ​ທີ່​ເຮໂຣດ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ມີ​ປະໂຣຫິດ​ຜູ້ໜຶ່ງ ຢູ່​ໃນ​ໝວດ​ຂອງ​ປະໂຣຫິດ​ອາບີຢາ​ຊື່​ວ່າ ເຊກາຣີຢາ. ເມຍ​ຂອງ​ເພິ່ນ​ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ປະໂຣຫິດ​ອາໂຣນ​ເໝືອນກັນ​ຊື່​ວ່າ ເອລີຊາເບັດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ​ແຫ່ງ​ຢູດາຍ ມີ​ປະໂລຫິດ​ຄົນ​ໜຶ່ງ​ຊື່​ວ່າ ເຊກາຣີຢາ ຢູ່​ໃນ​ສັງ​ກັດ​ຂອງ​ປະໂລຫິດ​ອາບີຢາ, ເມຍ​ຂອງ​ເພິ່ນ​ຊື່ ເອລີຊາເບັດ ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ເໝືອນ​ກັນ.

Uka jalj uñjjattʼäta Copia luraña




ລູກາ 1:5
7 Jak'a apnaqawi uñst'ayäwi  

ຄົນ​ເຫຼົ່ານີ້​ໄດ້​ຖືກ​ຈົດ​ຊື່​ໄວ້​ຕາມ​ໜ້າທີ່ ຊຶ່ງ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ເຮັດ​ໜ້າທີ່​ຊຶ່ງ​ອາໂຣນ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ວາງ​ໄວ້; ເພື່ອ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ເພິ່ນ​ວ່າ, “ເຊກາຣີຢາ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ ເອລີຊາເບັດ​ເມຍ​ຂອງ​ເຈົ້າ ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເຈົ້າ ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ໂຢຮັນ.


ພາຍລຸນມາ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ​ນາງ​ບໍ່ໄດ້​ອອກ​ຈາກ​ເຮືອນ​ໄປ​ໃສ​ເລີຍ ເປັນ​ເວລາ​ຫ້າ​ເດືອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka