Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:43 - ພຣະຄຳພີສັກສິ

43 ເປັນຫຍັງ​ເຫດການ​ອັນ​ຍິ່ງໃຫຍ່​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ຂ້ານ້ອຍ​ນໍ ຄື​ແມ່​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ມາ​ຢ້ຽມຢາມ​ຂ້ານ້ອຍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

43 ແຕ່​ດ້ວຍ​ເຫດ​ໃດ​ຂ້ານ້ອຍ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຫລາຍ​ເຊັ່ນ​ນີ້ ທີ່​ແມ່​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ຂ້ານ້ອຍ?

Uka jalj uñjjattʼäta Copia luraña




ລູກາ 1:43
15 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຂ້ານ້ອຍ ວ່າ, “ຈົ່ງ​ນັ່ງ​ທີ່​ກໍ້າ​ຂວາມື​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ມອບ​ເຫຼົ່າ​ສັດຕູ ໃຫ້​ກົ້ມ​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.”


ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ.


ແຕ່​ໂຢຮັນ​ໄດ້​ຄັດຄ້ານ​ພຣະເຢຊູເຈົ້າ ແລະ​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຮັບ​ບັບຕິສະມາ​ຈາກ​ທ່ານ ແລ້ວ​ທ່ານ​ຊໍ້າ​ພັດ​ມາ​ຫາ​ຂ້ານ້ອຍ​ບໍ?”


ຈຶ່ງ​ເວົ້າ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ໄດ້​ຮັບ​ພຣະພອນ​ຫລາຍ​ທີ່ສຸດ​ກວ່າ​ຍິງ​ທຸກຄົນ ຕະຫລອດ​ທັງ​ລູກ​ທີ່​ຈະ​ເກີດ​ມາ​ນັ້ນ​ດ້ວຍ


ດ້ວຍວ່າ, ພໍ​ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ນາງ​ຖາມ​ສະບາຍ​ດີ ລູກ​ຢູ່​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ໄດ້​ດິ້ນ​ດ້ວຍ​ຄວາມ​ຍິນດີ.


ເພາະວ່າ​ໃນວັນນີ້ ອົງ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ອົງ​ໜຶ່ງ ຄື​ພຣະຄຣິດ​ໄດ້​ມາ​ບັງເກີດ​ຢູ່​ໃນ​ເມືອງ​ຂອງ​ດາວິດ ສຳລັບ​ເຈົ້າ​ທັງຫລາຍ


ເພາະສະນັ້ນ ຂ້ານ້ອຍ​ຈຶ່ງ​ເຫັນ​ວ່າ ຕົນເອງ​ເປັນ​ຜູ້​ບໍ່​ສົມຄວນ ທີ່​ຈະ​ໄປ​ຫາ​ທ່ານ​ດ້ວຍ​ຕົນເອງ ຂໍ​ທ່ານ​ພຽງແຕ່​ສັ່ງ​ຄຳ​ດຽວ​ເທົ່ານັ້ນ ແລະ​ຄົນ​ຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ.


ພວກເຈົ້າ​ເອີ້ນ​ເຮົາ​ວ່າ ພຣະອາຈານ ແລະ​ພຣະອົງເຈົ້າ ພວກເຈົ້າ​ເອີ້ນ​ຖືກຕ້ອງ​ແລ້ວ ເພາະ​ເຮົາ​ເປັນ​ຢ່າງ​ນັ້ນ​ແທ້.


ໂທມາ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.”


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ


ນາງຣຸດ​ກົ້ມ​ລົງ​ກັບ​ພື້ນດິນ​ແລະ​ຂາບ​ໂບອາດ ແລ້ວ​ນາງ​ກໍ​ເວົ້າ​ຕໍ່​ໂບອາດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນຫ່ວງ​ຂ້ານ້ອຍ​ຫລາຍ​ຢ່າງນີ້? ແລະ​ເປັນຫຍັງ​ທ່ານ​ຈຶ່ງ​ເມດຕາ​ຄົນຕ່າງດ້າວ​ດັ່ງ​ຂ້ານ້ອຍ​ນີ້​ນໍ?”


ນາງ​ອາບີກາຍ​ກົ້ມ​ຂາບລົງ ແລະ​ຕອບ​ວ່າ, “ຂ້ອຍ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ເພິ່ນ ແລະ​ພ້ອມແລ້ວ​ທີ່​ຈະ​ລ້າງ​ຕີນ​ໃຫ້​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka