Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:36 - ພຣະຄຳພີສັກສິ

36 ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ນາງ​ກຳລັງ​ຈະ​ໄດ້​ລູກຊາຍ​ຜູ້ໜຶ່ງ ເຖິງ​ວ່າ​ນາງ​ເຖົ້າແກ່​ແລ້ວ​ກໍຕາມ ຄົນ​ເວົ້າ​ກັນ​ວ່າ ນາງ​ເປັນ​ໝັນ ແຕ່​ບັດນີ້​ນາງ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

36 ແມ່ນ​ແຕ່​ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ກໍ​ຈະ​ໄດ້​ລູກຊາຍ​ໃນ​ໄວ​ເຖົ້າ ແລະ ຍິງ​ທີ່​ຄົນ​ເວົ້າ​ວ່າ​ເປັນໝັນ​ກໍ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.

Uka jalj uñjjattʼäta Copia luraña




ລູກາ 1:36
10 Jak'a apnaqawi uñst'ayäwi  

ຊາຣາຍ​ບໍ່​ສາມາດ​ມີ​ລູກ​ເພາະ​ນາງ​ເປັນ​ໝັນ.


ນາງ​ຊາຣາຍ ເມຍ​ຂອງ​ອັບຣາມ ບໍ່ມີ​ລູກ​ໃຫ້​ເພິ່ນ​ຈັກ​ຄົນ. ແຕ່​ນາງ​ມີ​ສາວ​ໃຊ້​ຊາວ​ເອຢິບ​ຜູ້ໜຶ່ງ​ຊື່​ວ່າ ຮາກາ.


ອັບຣາຮາມ​ກັບ​ຊາຣາ​ຕ່າງ​ກໍ​ເຖົ້າແກ່​ແລ້ວ ແລະ​ຊາຣາ​ເອງ​ກໍ​ເຊົາ​ເປັນ​ປະຈຳເດືອນ​ແລ້ວ.


ນາງ​ໄດ້​ຕັ້ງ​ທ້ອງ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ແກ່​ອັບຣາຮາມ ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ. ເດັກຊາຍ​ນັ້ນ​ເກີດ​ມາ ຕາມ​ເວລາ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໄວ້.


ແຕ່​ກໍ​ເປັນ​ໄປ​ຕາມ​ທີ່​ເອລີຊາ​ໄດ້​ກ່າວ​ໄວ້. ປີ​ຕໍ່ມາ ໃນ​ເວລາ​ດຽວກັນ​ນັ້ນ ນາງ​ກໍ​ເກີດ​ລູກຊາຍ​ຜູ້ໜຶ່ງ.


ພຣະອົງ​ຕັ້ງ​ໄວ້​ເວລາ​ສຳລັບ​ເກີດ ແລະ​ເວລາ​ສຳລັບ​ຕາຍ ເວລາ​ສຳລັບ​ປູກ ແລະ​ເວລາ​ສຳລັບ​ຫລົກ


ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ບໍ່ມີ​ສິ່ງໃດ​ທີ່​ພຣະເຈົ້າ​ເຮັດ​ບໍ່ໄດ້.”


ໃນ​ຄາວ​ທີ່​ເຮໂຣດ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ມີ​ປະໂຣຫິດ​ຜູ້ໜຶ່ງ ຢູ່​ໃນ​ໝວດ​ຂອງ​ປະໂຣຫິດ​ອາບີຢາ​ຊື່​ວ່າ ເຊກາຣີຢາ. ເມຍ​ຂອງ​ເພິ່ນ​ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ປະໂຣຫິດ​ອາໂຣນ​ເໝືອນກັນ​ຊື່​ວ່າ ເອລີຊາເບັດ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ມີ​ກຳລັງ​ໃຫ້​ບັງເກີດ​ເຊື້ອສາຍ ເມື່ອ​ອາຍຸ​ແກ່​ເກີນ​ແລ້ວ ແລະ​ນາງ​ຊາຣາ​ກໍ​ເປັນ​ໝັນ ແຕ່​ອັບຣາຮາມ​ກໍ​ຖື​ວ່າ ພຣະອົງ​ຜູ້​ຊົງ​ສັນຍາ​ນັ້ນ​ເປັນ​ຜູ້​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka