Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:30 - ພຣະຄຳພີສັກສິ

30 ແລ້ວ​ເທວະດາ​ກໍໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ຊົງ​ໂຜດ​ເມດຕາ​ກະລຸນາ​ເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

30 ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ, ຢ່າ​ຢ້ານ​ເລີຍ ເຈົ້າ​ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 1:30
13 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າຢາເວ​ຊົງ​ພໍໃຈ​ນຳ​ໂນອາ.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ພຣະເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ຢ່າ​ຢ້ານ. ເຖິງ​ແມ່ນ​ພວກເຈົ້າ​ໜ້ອຍ​ທັງ​ອ່ອນແຮງ​ເຮົາ​ກໍ​ຈະ​ຊ່ວຍ​ເຈົ້າ. ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຄື​ຜູ້​ທີ່​ຊົງໄຖ່​ພວກເຈົ້າ​ໃຫ້​ພົ້ນ.


ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ເຈົ້າ​ມາ ຕັ້ງແຕ່​ເຈົ້າ​ເກີດ​ມາ​ຜູ້​ທີ່​ຊ່ວຍເຫລືອ​ເຈົ້າ​ໄວ້. ເຈົ້າ​ຢ່າ​ສູ່ຢ້ານ ຜູ້ຮັບໃຊ້​ຂອງເຮົາ​ເອີຍ ເຈົ້າ​ຄື​ປະຊາຊົນ​ທີ່​ເຮົາ​ຮັກ ພວກ​ທີ່​ເຮົາ​ເລືອກໄວ້.


ແຕ່​ພຣະເຢຊູເຈົ້າ​ກ່າວ​ໂດຍ​ທັນທີ “ຈົ່ງ​ດີ​ໃຈ​ເຖີດ ແມ່ນ​ເຮົາ​ເອງ​ຢ່າສູ່ຢ້ານ.”


ເທວະດາ​ຕົນ​ນັ້ນ ໄດ້​ກ່າວ​ແກ່​ພວກ​ແມ່ຍິງ​ວ່າ, “ຢ່າ​ສູ່​ຢ້ານ​ເລີຍ ເຮົາ​ຮູ້​ແລ້ວ​ວ່າ ພວກເຈົ້າ​ມາ​ຊອກ​ຫາ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.


ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ເພິ່ນ​ວ່າ, “ເຊກາຣີຢາ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ ເອລີຊາເບັດ​ເມຍ​ຂອງ​ເຈົ້າ ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເຈົ້າ ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ໂຢຮັນ.


“ແກະ​ຝູງ​ນ້ອຍ​ເອີຍ ຢ່າ​ສູ່​ຢ້ານ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຊົງ​ພໍພຣະໄທ​ຈະ​ປະທານ​ຣາຊອານາຈັກ​ໃຫ້​ແກ່​ພວກເຈົ້າ.


ແລ້ວ​ກ່າວ​ວ່າ, ‘ໂປໂລ​ເອີຍ ຢ່າ​ສູ່​ຢ້ານ ເຈົ້າ​ຈະ​ຕ້ອງ​ໄດ້​ຢືນຢູ່​ຕໍ່ໜ້າ​ຈັກກະພັດ, ສ່ວນ​ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ເຮືອ​ນຳ​ເຈົ້າ​ນັ້ນ ພຣະເຈົ້າ​ຈະ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຕາຍ​ເພາະ​ເຫັນ​ແກ່​ເຈົ້າ.’


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ມີ​ໃຈ​ກ້າ ແລະ​ກ່າວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ເປັນ​ພຣະ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ບໍ່​ຢ້ານກົວ. ມີ​ຜູ້ໃດ​ແດ່​ຈະ​ເຮັດ​ຫຍັງ ໃຫ້​ຂ້າພະເຈົ້າ​ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka