Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:27 - ພຣະຄຳພີສັກສິ

27 ມາ​ບອກ​ຍິງ​ສາວ​ພົມມະຈາຣີ​ຄົນ​ໜຶ່ງ ຜູ້​ທີ່​ເປັນ​ຄູ່ໝັ້ນ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ໂຢເຊັບ ຜູ້​ທີ່​ເປັນ​ເຊື້ອສາຍ​ມາ​ຈາກ​ກະສັດ​ດາວິດ ສ່ວນ​ຍິງ​ສາວ​ນັ້ນ​ຊື່​ວ່າ ມາຣີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

27 ໃຫ້​ມາ​ຫາ​ສາວບໍລິສຸດ​ຄົນ​ໜຶ່ງ​ທີ່​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ດາວິດ. ສາວບໍລິສຸດ​ຄົນ​ນັ້ນ​ມີ​ຊື່​ວ່າ​ມາຣີ.

Uka jalj uñjjattʼäta Copia luraña




ລູກາ 1:27
9 Jak'a apnaqawi uñst'ayäwi  

ກູ​ຈະ​ໃຫ້​ມຶງ​ກັບ​ຍິງ​ນັ້ນ​ກຽດຊັງ​ກັນ, ເຊື້ອສາຍ​ຂອງ​ມຶງ ແລະ​ເຊື້ອສາຍ​ຂອງ​ຍິງ​ຈະ​ເປັນ​ສັດຕູ​ກັນ. ເຊື້ອສາຍ​ຂອງ​ຍິງ​ນັ້ນ​ຈະ​ຢຽບ​ຫົວ​ມຶງ​ໃຫ້​ແຕກໝຸ່ນ; ແລະ​ມຶງ​ກໍ​ຈະ​ກັດ​ສົ້ນໜ່ອງ​ເຂົາ ໃຫ້​ບວບຊໍ້າ.”


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ພວກເຈົ້າ​ຍັງ​ຈະ​ລັ່ງເລ​ໃຈ​ຢູ່​ອີກ​ດົນ​ປານໃດ​ນໍ? ຜູ້ຍິງ​ທີ່​ບໍ່​ສັດຊື່​ເອີຍ ເວລາ​ຕັດສິນໃຈ​ມາຮອດ​ແລ້ວ. ພຣະເຈົ້າຢາເວ​ໄດ້​ສ້າງ​ບາງ​ສິ່ງ​ໃໝ່ໆ​ໃຫ້​ແຕກຕ່າງ​ອອກ​ໄປ ຄື​ແມ່ຍິງ​ສາມາດ​ປ້ອງກັນ​ຜູ້ຊາຍ​ໄດ້.”


ເລື່ອງ​ລາວ​ການ​ເກີດ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ດັ່ງນີ້: ມາຣີ​ແມ່​ຂອງ​ພຣະອົງ​ເປັນ​ຄູ່ໝັ້ນ​ຂອງ​ໂຢເຊັບ, ກ່ອນ​ທີ່​ທັງສອງ​ໄດ້​ຢູ່ກິນ​ຮ່ວມ​ກັນ ນາງ​ໄດ້​ຕັ້ງທ້ອງ​ແລ້ວ ດ້ວຍ​ຣິດເດດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


“ຍິງ​ພົມມະຈາຣີ​ຜູ້​ໜຶ່ງ​ຈະ​ຖື​ພາ ແລະ​ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ ເຂົາ​ຈະ​ເອີ້ນ​ຊື່​ລູກ​ນັ້ນ​ວ່າ, ເອມານູເອນ.” (ໝາຍຄວາມ​ວ່າ, “ພຣະເຈົ້າ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ.”)


ເທວະດາ​ຕົນ​ນັ້ນ​ໄດ້​ມາ​ຫາ​ນາງ ແລະ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka