Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:22 - ພຣະຄຳພີສັກສິ

22 ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່ໄດ້ ພວກເຂົາ​ຈຶ່ງ​ສັງເກດ​ຮູ້​ວ່າ ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ພຣະວິຫານ ເພິ່ນ​ໄດ້​ໃຊ້​ມື​ເຮັດ​ເປັນ​ພາສາ​ໃບ້​ກັບ​ພວກເຂົາ ແລະ​ຍັງ​ບໍ່​ສາມາດ​ປາກ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່​ໄດ້. ພວກເຂົາ​ຈຶ່ງ​ເຂົ້າໃຈ​ວ່າ​ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ວິຫານ, ເພາະ​ເພິ່ນ​ໄດ້​ພະຍາຍາມ​ໃຊ້​ມື​ສື່ສານ​ກັບ​ພວກເຂົາ ແຕ່​ກໍ​ຍັງ​ບໍ່​ສາມາດ​ເວົ້າ​ໄດ້.

Uka jalj uñjjattʼäta Copia luraña




ລູກາ 1:22
8 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເຮັດ​ໃຫ້​ລີ້ນ​ຂອງ​ເຈົ້າ​ແຂງ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ສາມາດ​ຕັກເຕືອນ​ຄົນ​ກະບົດ​ເຫຼົ່ານີ້​ໄດ້.


ຝ່າຍ​ປະຊາຊົນ​ກໍ​ລໍ​ຖ້າ​ເຊກາຣີຢາ​ດ້ວຍ​ຄວາມ​ປະຫລາດ​ໃຈ ທີ່​ເພິ່ນ​ຢູ່​ໃນ​ພຣະວິຫານ​ຕັ້ງ​ດົນນານ.


ເມື່ອ​ໝົດ​ກຳນົດ​ຮັບໃຊ້​ໃນ​ພຣະວິຫານ​ແລ້ວ ເຊກາຣີຢາ​ກໍ​ກັບຄືນ​ບ້ານ.


ແລ້ວ​ພວກເຂົາ​ກໍ​ໃຊ້​ພາສາ​ໃບ້​ຖາມ​ພໍ່​ຂອງ​ເດັກ​ວ່າ ເພິ່ນ​ຕ້ອງການ​ໃສ່​ຊື່​ຫຍັງ​ໃຫ້​ລູກຊາຍ.


ຊີໂມນ​ເປໂຕ​ຍິກ​ໜ້າ​ໃສ່​ລາວ ແລ້ວ​ເວົ້າ​ວ່າ, “ຖາມ​ເພິ່ນ​ເບິ່ງດູ​ວ່າ ເພິ່ນ​ກ່າວ​ເຖິງ​ຜູ້ໃດ?”


ເປໂຕ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ພວກເຂົາ​ມິດ ແລະ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ ເຖິງ​ເລື່ອງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ນຳ​ຕົນ​ອອກ​ມາ​ຈາກ​ຄຸກ​ຢ່າງ​ໃດ ແລ້ວ​ເປໂຕ​ໄດ້​ສັ່ງ​ວ່າ, “ຈົ່ງ​ບອກ​ເລື່ອງ​ນີ້​ໃຫ້​ຢາໂກໂບ ແລະ​ພວກ​ພີ່ນ້ອງ​ທີ່​ເຊື່ອ​ທັງຫລາຍ​ໃຫ້​ຮູ້​ດ້ວຍ.” ເມື່ອ​ເພິ່ນ​ສັ່ງ​ແລ້ວ​ກໍ​ອອກ​ໄປ​ທີ່​ອື່ນ.


ບາງຄົນ​ໃນ​ປະຊາຊົນ​ໄດ້​ອະທິບາຍ​ເລື່ອງ​ສູ່​ອາເລັກຊັນເດີ ຜູ້​ທີ່​ພວກ​ຢິວ​ຊຸກ​ໃຫ້​ອອກ​ໄປ​ຂ້າງ​ໜ້າ ແລ້ວ​ອາເລັກຊັນເດີ​ກໍ​ໃຊ້​ມື​ເປັນ​ສັນຍານ​ໃຫ້​ປະຊາຊົນ​ງຽບ ແລະ​ພະຍາຍາມ​ທີ່​ຈະ​ກ່າວ​ແກ້​ແທນ​ເປັນ​ການ​ປ້ອງກັນ.


ເມື່ອ​ນາຍພັນ​ອະນຸຍາດ​ແລ້ວ ໂປໂລ​ກໍ​ຢືນ​ຂຶ້ນ​ທີ່​ຂັ້ນໄດ ແລະ​ໃຊ້​ມື​ເຮັດ​ສັນຍານ​ໃຫ້​ປະຊາຊົນ​ງຽບ ເມື່ອ​ພວກເຂົາ​ງຽບ​ແລ້ວ​ໂປໂລ​ກໍ​ກ່າວ​ແກ່​ພວກເຂົາ​ເປັນ​ພາສາ​ເຮັບເຣີ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka