Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:20 - ພຣະຄຳພີສັກສິ

20 ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ແລະ ບັດນີ້​ເຈົ້າ​ຈະ​ເປັນ​ໃບ້ ແລະ ບໍ່​ສາມາດ​ເວົ້າ​ໄດ້​ຈົນ​ເຖິງ​ວັນ​ທີ່​ເຫດການ​ເຫລົ່ານີ້​ຈະ​ເກີດ​ຂຶ້ນ, ເພາະ​ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງ​ເຮົາ, ເຊິ່ງ​ຈະ​ເປັນຈິງ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້”.

Uka jalj uñjjattʼäta Copia luraña




ລູກາ 1:20
22 Jak'a apnaqawi uñst'ayäwi  

ກ່ຽວກັບ​ເລື່ອງນີ້​ນາຍ​ທະຫານ​ຈຶ່ງ​ຕອບ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ແລ້ວ​ເອລີຊາ​ກໍ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ເຫດການ​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”


ນາຍ​ທະຫານ​ປະຈຳຕົວ​ຂອງ​ກະສັດ​ໄດ້​ເວົ້າ​ຕໍ່​ເອລີຊາ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ເອລີຊາ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”


ພຣະເຈົ້າຢາເວ​ໄດ້​ຖາມ​ໂມເຊ​ວ່າ, “ໃຜ​ສ້າງ​ປາກ​ມະນຸດ? ໃຜ​ເຮັດ​ໃຫ້​ມະນຸດ​ປາກ​ກືກ​ຫູ​ໜວກ? ໃຜ​ເຮັດ​ໃຫ້​ມະນຸດ​ຕາບອດ​ແລະ​ຕາ​ດີ? ແມ່ນ​ເຮົາເອງ​ຄື​ພຣະເຈົ້າຢາເວ.


ອິດສະຣາເອນ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ນະຄອນ​ຊາມາເຣຍ ເມືອງເອກ​ຂອງ​ປະເທດ ແລະ​ຊາມາເຣຍ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເປກາ. ຖ້າ​ພວກເຈົ້າ​ບໍ່​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່ໄດ້.”’


ໃນ​ວັນ​ດຽວກັນ​ນັ້ນ​ເອງ ເຈົ້າ​ຈະ​ໄດ້​ຣິດ​ແຫ່ງ​ການ​ປາກເວົ້າ​ຊຶ່ງ​ເຈົ້າ​ໄດ້​ເສຍໄປ​ນັ້ນ​ຄືນ​ມາ ແລະ​ເຈົ້າ​ຈະ​ເວົ້າ​ກັບ​ພວກເຂົາ​ດ້ວຍ​ວິທີ​ດັ່ງ​ກ່າວ​ນີ້ ເຈົ້າ​ຈະ​ເປັນ​ໝາຍສຳຄັນ​ໃຫ້​ແກ່​ປະຊາຊົນ ແລະ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເຮົາ​ຈະ​ເຮັດ​ໃຫ້​ລີ້ນ​ຂອງ​ເຈົ້າ​ແຂງ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ສາມາດ​ຕັກເຕືອນ​ຄົນ​ກະບົດ​ເຫຼົ່ານີ້​ໄດ້.


ເມື່ອ​ເພິ່ນ​ກ່າວ​ດັ່ງນີ້​ແລ້ວ ຂ້າພະເຈົ້າ​ກໍ​ກົ້ມ​ໜ້າ​ລົງ​ໂດຍ​ບໍ່​ເວົ້າ​ຫຍັງ.


ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ອາໂຣນ​ວ່າ, “ຍ້ອນ​ພວກເຈົ້າ​ບໍ່ມີ​ຄວາມເຊື່ອ​ພຽງພໍ​ທີ່​ຈະ​ຮັບຮູ້​ຣິດເດດ​ອັນ​ສັກສິດ​ຂອງເຮົາ ຊ້ອງໜ້າ​ປະຊາຊົນ​ອິດສະຣາເອນ, ພວກເຈົ້າ​ຈະ​ບໍ່ໄດ້​ນຳພາ​ພວກເຂົາ​ເຂົ້າ​ໄປ​ຢູ່​ໃນ​ດິນແດນ ບ່ອນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.”


ພາຍ​ຫລັງ​ນັ້ນ ພຣະເຢຊູເຈົ້າ​ກໍໄດ້​ປາກົດ​ແກ່​ສາວົກ​ສິບເອັດ​ຄົນ ໃນ​ຂະນະທີ່​ພວກເພິ່ນ​ກຳລັງ​ກິນ​ເຂົ້າ​ຢູ່ ພຣະອົງ​ໄດ້​ຕຳໜິ​ຕິຕຽນ​ພວກເພິ່ນ​ທີ່​ສົງໄສ ແລະ​ດື້ດ້ານ​ທັງ​ບໍ່​ເຊື່ອ​ພວກ​ຄົນ​ທີ່​ໄດ້​ເຫັນ​ພຣະອົງ​ມີ​ຊີວິດ​ຢູ່.


ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ໂອ ພວກເຈົ້າ​ຄົນ​ທີ່​ຂາດ​ຄວາມເຊື່ອ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ເຫິງ​ປານໃດ? ຈົ່ງ​ພາ​ເດັກນ້ອຍ​ມາ​ຫາ​ເຮົາ​ເບິ່ງດູ.”


ຝ່າຍ​ເທວະດາ​ນັ້ນ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ຊຶ່ງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ, ພຣະອົງ​ຊົງ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ​ນຳ​ເອົາ​ຂ່າວ​ດີ​ນີ້​ມາ​ບອກ​ເຈົ້າ.


ຝ່າຍ​ປະຊາຊົນ​ກໍ​ລໍ​ຖ້າ​ເຊກາຣີຢາ​ດ້ວຍ​ຄວາມ​ປະຫລາດ​ໃຈ ທີ່​ເພິ່ນ​ຢູ່​ໃນ​ພຣະວິຫານ​ຕັ້ງ​ດົນນານ.


ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່ໄດ້ ພວກເຂົາ​ຈຶ່ງ​ສັງເກດ​ຮູ້​ວ່າ ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ພຣະວິຫານ ເພິ່ນ​ໄດ້​ໃຊ້​ມື​ເຮັດ​ເປັນ​ພາສາ​ໃບ້​ກັບ​ພວກເຂົາ ແລະ​ຍັງ​ບໍ່​ສາມາດ​ປາກ​ໄດ້.


ຄວາມສຸກ​ມີ​ແກ່​ນາງ​ທີ່​ໄດ້​ເຊື່ອ​ວ່າ ຈະ​ສຳເລັດ​ຕາມ​ພຣະທຳ​ທີ່​ນາງ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.”


ເວລາ​ດຽວກັນ​ນັ້ນ ເຊກາຣີຢາ​ກໍ​ປາກ​ໄດ້​ອີກ ເພິ່ນ​ຈຶ່ງ​ອອກ​ປາກ​ສັນລະເສີນ​ພຣະເຈົ້າ.


ເຖິງ​ແມ່ນ​ມີ​ບາງຄົນ​ບໍ່​ສັດຊື່ ຄວາມ​ບໍ່​ສັດຊື່​ຂອງ​ພວກເຂົາ​ນັ້ນ ຈະ​ເຮັດ​ໃຫ້​ຄວາມ​ສັດຊື່​ຂອງ​ພຣະເຈົ້າ​ເສຍ​ປະໂຫຍດ​ຫລື?


ຖ້າ​ພວກເຮົາ​ບໍ່​ສັດຊື່ ພຣະອົງ​ກໍ​ຍັງ​ສັດຊື່​ໝັ້ນຄົງ​ຢູ່ ເພາະວ່າ​ພຣະອົງ​ຊົງ​ເປັນ​ຄວາມຈິງ ທີ່​ບໍ່​ສາມາດ​ຈະ​ປະຕິເສດ​ພຣະອົງ​ເອງ​ໄດ້.”


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ,


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka