Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:2 - ພຣະຄຳພີສັກສິ

2 ຕາມ​ທີ່​ພວກເຂົາ ຜູ້​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງ​ຕັ້ງແຕ່​ຕົ້ນ ແລະ​ເປັນ​ຜູ້​ປະກາດ​ຖ້ອຍຄຳ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່ມາ​ໃຫ້​ພວກເຮົາ​ຮູ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.

Uka jalj uñjjattʼäta Copia luraña




ລູກາ 1:2
25 Jak'a apnaqawi uñst'ayäwi  

ນີ້​ແມ່ນ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ


ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]


ຜູ້​ຫວ່ານ​ນັ້ນ ໄດ້​ແກ່​ຜູ້​ຫວ່ານ​ພຣະທຳ​ຂອງ​ພຣະເຈົ້າ.


ພວກເຈົ້າ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ເຫຼົ່ານີ້.


ຝ່າຍ​ພວກເຈົ້າ​ກໍ​ຈະ​ເປັນ​ພະຍານ​ກ່ຽວກັບ​ເຮົາ​ເໝືອນກັນ ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ຕັ້ງແຕ່​ຕົ້ນ​ມາ​ແລ້ວ.”


ແຕ່​ເຮົາ​ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈະ​ສຳນຶກ​ໄດ້​ວ່າ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.” “ເຮົາ​ບໍ່ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


ຫລັງຈາກ​ຄວາມ​ຕາຍ​ຂອງ​ພຣະອົງ​ແລ້ວ ພຣະອົງ​ໄດ້​ປາກົດ​ແກ່​ພວກເພິ່ນ​ຫລາຍ​ເທື່ອ ເປັນ​ເວລາ​ສີ່ສິບ​ວັນ​ໂດຍ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ມີ​ຊີວິດ​ຢູ່ ພວກເພິ່ນ​ໄດ້​ເຫັນ​ພຣະອົງ ແລະ​ພຣະອົງ​ກໍໄດ້​ສົນທະນາ​ກັບ​ພວກເພິ່ນ ເຖິງ​ຣາຊອານາຈັກ​ຂອງ​ພຣະເຈົ້າ.


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ເມື່ອ​ໄດ້​ປະກາດ​ພຣະທຳ​ທີ່​ເມືອງ​ເປກາ​ແລ້ວ ກໍໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັດຕາເລຍ


ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ອະນຸຍາດ​ໃຫ້​ເພິ່ນ​ປະກາດ​ພຣະທຳ​ໃນ​ແຂວງ​ເອເຊຍ ພວກເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ເຂດແດນ​ຂອງ​ເມືອງ​ຟີເຄຍ ແລະ ເມືອງ​ຄາລາເຕຍ.


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ແຕ່​ຈົ່ງ​ລຸກ​ຂຶ້ນ ແລະ​ຢືນ​ຢູ່, ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ເພື່ອ​ແຕ່ງຕັ້ງ​ເຈົ້າ ໃຫ້​ເປັນ​ຜູ້ຮັບໃຊ້​ຂອງເຮົາ, ເຈົ້າ​ຈະ​ເປັນ​ພະຍານ​ຂອງເຮົາ ເພື່ອ​ບອກ​ຄົນອື່ນ​ວ່າ​ໃນວັນນີ້ ເຈົ້າ​ໄດ້​ເຫັນ​ເຮົາ ແລະ​ບອກ​ເຖິງ​ສິ່ງ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ຮູ້​ໃນ​ອະນາຄົດ.


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ຕ່າງ​ກໍໄດ້​ປະກາດ​ຂ່າວປະເສີດ​ຕາມ​ບ່ອນ​ຕ່າງໆ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ໃຫ້​ທຸກຄົນ​ຖື​ວ່າ ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ ທັງ​ເປັນ​ຜູ້​ປ້ອງກັນ​ຮັກສາ​ຄວາມຈິງ​ອັນ​ເລິກລັບ​ຂອງ​ພຣະເຈົ້າ.


ດັ່ງນັ້ນ ຖ້າ​ພວກເຮົາ​ລະເລີຍ​ຕໍ່​ຄວາມ​ພົ້ນ​ອັນ​ໃຫຍ່ຫລວງ​ເຊັ່ນນີ້ ພວກເຮົາ​ຈະ​ຫລົບ​ໜີ​ຈາກ​ການ​ລົງໂທດ​ໄດ້​ຢ່າງ​ໃດ? ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ປະກາດ​ຄວາມ​ພົ້ນ​ນັ້ນ​ໃນ​ເວລາ​ທຳອິດ ແລະ​ພວກ​ທີ່​ໄດ້ຍິນ​ກໍ​ຢືນຢັນ​ແກ່​ພວກເຮົາ​ວ່າ​ເປັນ​ຄວາມຈິງ.


ເຫດສະນັ້ນ ຂ້າພະເຈົ້າ​ໃນ​ຖານະ​ທີ່​ເປັນ​ເຖົ້າແກ່​ຄົນ​ໜຶ່ງ ຜູ້​ເປັນ​ພະຍານ​ເຖິງ​ຄວາມ​ທົນທຸກ​ຂອງ​ພຣະຄຣິດ ແລະ​ມີ​ສ່ວນ​ໃນ​ສະຫງ່າຣາສີ ທີ່​ຈະ​ມາ​ປາກົດ​ພາຍ​ຫຼັງ ຈຶ່ງ​ຂໍ​ເຕືອນ​ພວກ​ເຖົ້າແກ່​ໃນ​ທ່າມກາງ​ພວກເຈົ້າ​ວ່າ,


ເພາະ​ເມື່ອ​ເຮົາ​ໄດ້​ປະກາດ​ໃຫ້​ເຈົ້າ​ທັງຫລາຍ​ຮູ້​ເຖິງ​ຣິດເດດ ແລະ​ການ​ສະເດັດ​ມາ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພວກເຮົາ​ບໍ່ໄດ້​ກ່າວ​ຕາມ​ນິຍາຍ​ທີ່​ເຂົາ​ແຕ່ງ​ຂຶ້ນ​ດ້ວຍ​ຄວາມ​ສະຫລາດ ແຕ່​ພວກເຮົາ​ເປັນ​ພະຍານ​ຜູ້​ຮູ້​ເຫັນ​ເດຊານຸພາບ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka