Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:19 - ພຣະຄຳພີສັກສິ

19 ຝ່າຍ​ເທວະດາ​ນັ້ນ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ຊຶ່ງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ, ພຣະອົງ​ຊົງ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ​ນຳ​ເອົາ​ຂ່າວ​ດີ​ນີ້​ມາ​ບອກ​ເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ເຮົາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ, ພຣະອົງ​ສົ່ງ​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ໃຫ້​ມາ​ບອກ​ຂ່າວດີ​ນີ້​ແກ່​ເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 1:19
8 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ຮ້ອງ​ມາ​ແຕ່​ທາງ​ແມ່ນໍ້າ​ອູລາຍ​ວ່າ, “ຄັບຣີເອນ​ເອີຍ ຈົ່ງ​ອະທິບາຍ​ຄວາມໝາຍ​ຂອງ​ສິ່ງ​ທີ່​ລາວ​ໄດ້​ເຫັນ​ນັ້ນ ໃຫ້​ລາວ​ຮູ້​ແດ່.”


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [


ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”


ໃນ​ເດືອນ​ທີ​ຫົກ ທີ່​ນາງ​ເອລີຊາເບັດ​ຖືພາ​ຢູ່​ນັ້ນ ພຣະເຈົ້າ​ກໍໄດ້​ໃຊ້​ເທວະດາ​ຄັບຣີເອນ ມາ​ທີ່​ແຂວງ​ຄາລີເລ​ໃນ​ເມືອງ​ໜຶ່ງ​ທີ່​ຊື່​ວ່າ ນາຊາເຣັດ.


ແຕ່​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກເຈົ້າ​ຮູ້ ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ມາ​ສູ່​ປະຊາຊົນ​ທັງໝົດ.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka