Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:18 - ພຣະຄຳພີສັກສິ

18 ເຊກາຣີຢາ​ເວົ້າ​ກັບ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ຮູ້​ເຫດການ​ນີ້​ໄດ້​ຢ່າງ​ໃດ? ເພາະ​ຂ້ານ້ອຍ​ກໍ​ເຖົ້າແກ່​ແລ້ວ ແລະ​ເມຍ​ຂອງ​ຂ້ານ້ອຍ​ກໍ​ເໝືອນກັນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເຊກາຣີຢາ​ຖາມ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ແນ່ໃຈ​ໃນ​ເລື່ອງ​ນີ້​ໄດ້​ແນວໃດ? ຂ້ານ້ອຍ​ເປັນ​ຊາຍ​ທີ່​ເຖົ້າແກ່ ແລະ ເມຍ​ຂອງ​ຂ້ານ້ອຍ​ກໍ​ມີ​ອາຍຸ​ຫລາຍ​ແລ້ວ”.

Uka jalj uñjjattʼäta Copia luraña




ລູກາ 1:18
10 Jak'a apnaqawi uñst'ayäwi  

ແຕ່​ອັບຣາມ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຮູ້​ວ່າ​ດິນແດນ​ນີ້​ເປັນ​ຂອງ​ຂ້ານ້ອຍ​ໄດ້​ຢ່າງໃດ?”


ອັບຣາຮາມ​ກົ້ມຂາບ​ລົງ​ຍິ້ມ​ຢູ່​ໃນ​ໃຈ ແລະ​ເວົ້າ​ວ່າ, “ຄົນ​ອາຍຸ​ໜຶ່ງຮ້ອຍ​ປີ​ແລ້ວ ຈະ​ມີ​ລູກ​ໄດ້​ຈັ່ງ​ໃດ? ແລະ​ຊາຣາ​ກໍ​ອາຍຸ​ເກົ້າສິບ​ປີ​ແລ້ວ ນາງ​ຍັງ​ຈະ​ມີ​ລູກ​ໄດ້​ຢູ່​ບໍ?”


ດັ່ງນັ້ນ ນາງ​ຈຶ່ງ​ຫົວຂວັນ​ໃນ​ໃຈ ແລະ​ເວົ້າ​ວ່າ, “ດຽວນີ້ ຂ້ອຍ​ແກ່​ເກີນ​ທີ່​ຈະ​ມີ​ລູກ​ແລ້ວ; ຂ້ອຍ​ຍັງ​ຈະ​ມີ​ຄວາມ​ຕ້ອງການ​ທາງ​ເພດ​ຢູ່​ອີກ​ບໍ? ແລະ​ນອກ​ນີ້​ອີກ ຜົວ​ຂອງຂ້ອຍ​ກໍ​ແກ່ຕົວ​ແລ້ວ​ດ້ວຍ.”


ນາຍ​ທະຫານ​ປະຈຳຕົວ​ຂອງ​ກະສັດ​ໄດ້​ເວົ້າ​ຕໍ່​ເອລີຊາ​ວ່າ, “ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ຈະ​ເປີດ​ປ່ອງຢ້ຽມ​ແຫ່ງ​ຟ້າ​ສະຫວັນ​ໃຫ້ ສິ່ງນີ້​ຈະ​ເປັນ​ໄປໄດ້​ບໍ່?” ເອລີຊາ​ຕອບ​ວ່າ, “ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ນີ້​ເກີດຂຶ້ນ​ກັບຕາ​ຂອງທ່ານ​ເປັນແນ່ ແຕ່​ທ່ານ​ເອງ​ຈະ​ບໍ່ໄດ້​ກິນ.”


ແລ້ວ​ກະສັດ​ເຮເຊກີຢາ​ກໍ​ຖາມ​ວ່າ, “ແມ່ນຫຍັງ​ຈະ​ເປັນ​ໝາຍສຳຄັນ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ເຮົາ​ຈະ​ສາມາດ​ຂຶ້ນໄປ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້?”


ຝ່າຍ​ມາຣີ​ຈຶ່ງ​ເວົ້າ​ກັບ​ເທວະດາ​ວ່າ, “ຂ້ານ້ອຍ​ຍັງ​ບໍ່​ທັນ​ໄດ້​ຮ່ວມ​ເພດ​ສຳພັນ​ກັບ​ຜູ້ຊາຍ​ຈັກເທື່ອ ເຫດການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ?”


ແຕ່​ພວກເພິ່ນ​ບໍ່ມີ​ລູກ ເພາະ​ນາງ​ເອລີຊາເບັດ​ເປັນ​ໝັນ ແລະ​ທັງສອງ​ກໍ​ເຖົ້າແກ່​ແລ້ວ.


ເຖິງ​ແມ່ນ​ວ່າ ອັບຣາຮາມ​ມີ​ອາຍຸ​ສັງຂານ​ປະມານ​ຮ້ອຍ​ປີ​ແລ້ວ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ບໍ່ໄດ້​ລົດນ້ອຍ​ຖອຍລົງ​ເລີຍ ເມື່ອ​ຄິດເຖິງ​ຮ່າງກາຍ​ຂອງຕົນ ທີ່​ປຽບ​ເໝືອນ​ຄື​ຕາຍ​ແລ້ວ ແລະ​ຄິດເຖິງ​ຊາຣາ​ເມຍ​ຂອງ​ເພິ່ນ​ທີ່​ເປັນ​ໝັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka