Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:17 - ພຣະຄຳພີສັກສິ

17 ເພິ່ນ​ຈະ​ອອກ​ໜ້າ​ກ່ອນ ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ເຂັ້ມແຂງ​ແລະ​ອົງ​ອາດ ເໝືອນ​ດັ່ງ​ຜູ້ທຳນວາຍ​ເອລີຢາ ເພິ່ນ​ຈະ​ນຳ​ພໍ່​ກັບ​ລູກ​ໃຫ້​ຄືນ​ດີ​ກັນ ເພິ່ນ​ຈະ​ນຳ​ຄົນ​ດື້ດ້ານ​ກັບ​ໃຫ້​ມີ​ປັນຍາ​ຢ່າງ​ຄົນ​ສິນທຳ​ ເພິ່ນ​ຈະ​ຕຽມ​ປະຊາຊົນ​ໄວ້​ພ້ອມ​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ແລະ ເພິ່ນ​ຈະ​ອອກໜ້າ​ກ່ອນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຈິດວິນຍານ ແລະ ລິດອຳນາດ​ຂອງ​ເອລີຢາ, ເພື່ອ​ໃຫ້​ຈິດໃຈ​ຂອງ​ພໍ່​ຫັນ​ມາ​ຫາ​ລູກ ແລະ ນຳ​ຄົນບໍ່ເຊື່ອຟັງ​ຫັນ​ມາ​ສູ່​ປັນຍາ​ຂອງ​ຄົນຊອບທຳ ເພື່ອ​ຈັດຕຽມ​ຊົນຊາດ​ໜຶ່ງ​ໄວ້​ສຳລັບ​ອົງພຣະຜູ້ເປັນເຈົ້າ”.

Uka jalj uñjjattʼäta Copia luraña




ລູກາ 1:17
38 Jak'a apnaqawi uñst'ayäwi  

ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


ເອລີຢາ​ຕອບ​ວ່າ, “ຂ້ານ້ອຍ​ບໍ່ແມ່ນ​ຜູ້​ສ້າງ​ຄວາມ​ເດືອດຮ້ອນ​ແກ່​ອິດສະຣາເອນ ແຕ່​ແມ່ນ​ທ່ານ​ແລະ​ພໍ່​ຂອງທ່ານ​ເອງ​ຕ່າງຫາກ ເພາະ​ທ່ານ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ຂອງ​ພະບາອານ.


ເມື່ອ​ກະສັດ​ອາຮາບ​ເຫັນ​ເອລີຢາ ເພິ່ນ​ກໍ​ເວົ້າ​ວ່າ, “ເຈົ້າ​ໄລ່​ທັນ​ເຮົາ​ແລ້ວ​ຊັ້ນບໍ ສັດຕູ​ຂອງເຮົາ​ເອີຍ?” ເອລີຢາ​ຕອບ​ວ່າ, “ແມ່ນແລ້ວ ທ່ານ​ໄດ້​ອຸທິດຕົວ​ຢ່າງ​ໝົດສິ້ນ ກະທຳ​ໃນ​ສິ່ງ​ທີ່​ຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ.


ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: ‘ຍ້ອນ​ທ່ານ​ໄດ້​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ ທ່ານ​ຈະ​ບໍ່​ຫາຍ​ດີ​ດອກ; ທ່ານ​ຈະ​ຕາຍ. ການກະທຳ​ຂອງທ່ານ​ເປັນ​ເໝືອນ​ດັ່ງ​ວ່າ, ຢູ່​ໃນ​ຊາດ​ອິດສະຣາເອນ​ນີ້​ບໍ່ມີ​ພຣະເຈົ້າ​ທີ່​ຈະ​ປຶກສາ​ນຳ​ເລີຍ.”’


ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ຮັກສາ​ການ​ອຸທິດຕົວ​ຢ່າງ​ນີ້ ໄວ້​ໃຫ້​ເຂັ້ມແຂງ​ຢູ່​ໃນ​ຈິດໃຈ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ຮັກສາ​ພວກເຂົາ​ໃຫ້​ສັດຊື່​ຕໍ່​ພຣະອົງ​ສືບໆໄປ​ດ້ວຍ​ເທີ້ນ.


ກະສັດ​ເຮເຊກີຢາ​ແລະ​ປະຊາຊົນ​ພາກັນ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າ​ໄດ້​ຊ່ວຍ​ໃຫ້​ເຮັດ​ສິ່ງ​ທັງໝົດ​ນີ້​ສຳເລັດຜົນ​ຢ່າງ​ວ່ອງໄວ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຜູ້​ຕໍ່າຕ້ອຍ ພຣະອົງ​ຊົງ​ປະທານ​ຄວາມ​ກ້າຫານ​ໃຫ້​ແກ່​ເຂົາເຈົ້າ.


ຄວາມ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່​ເກີດ​ແຫ່ງ​ສະຕິປັນຍາ ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄຳ​ຍ້ອງຍໍ​ສັນລະເສີນ​ຈົ່ງ​ມີ​ແດ່​ພຣະອົງ​ຕະຫລອດໄປ.


ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.


ຄົນໂງ່ຈ້າ​ຈະ​ຮຽນຮູ້​ເພື່ອ​ເຂົ້າໃຈ ແລະ​ຄົນ​ມັກ​ຈົ່ມ​ກໍ​ຈະ​ຍິນດີ​ຮັບ​ຟັງ​ຄຳ​ບອກສອນ.”


“ເພາະສະນັ້ນ ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ຈະ​ລົງໂທດ​ພວກເຈົ້າ. ເພາະ​ເຮົາ​ຈະ​ເຮັດ​ດັ່ງນີ້​ຕໍ່​ເຈົ້າ; ສະນັ້ນ ຈົ່ງ​ຕຽມພ້ອມ​ປະເຊີນ​ກັບ​ພຣະເຈົ້າ​ຂອງເຈົ້າ​ສາ.”


ແລະ ຖ້າ​ພວກເຈົ້າ​ຍອມ​ຮັບ​ເອົາ​ຖ້ອຍຄຳ​ນີ້ ກໍ​ແມ່ນ​ໂຢຮັນ​ຜູ້​ນີ້​ແຫຼະ ທີ່​ເປັນ​ເອລີຢາ​ຜູ້​ທີ່​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ​ຈະ​ມາ.


ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ບອກ​ເຮໂຣດ​ຢູ່​ສະເໝີ​ວ່າ, “ບໍ່​ເປັນ​ການ​ຖືກຕ້ອງ​ທີ່​ທ່ານ​ເອົາ​ນາງ​ເຮໂຣເດຍ​ເປັນ​ເມຍ.”


ແມ່ນ​ໂຢຮັນ​ຄົນ​ນີ້​ແຫຼະ ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ເຖິງ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ.”’


ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ດ້ວຍ​ຂົນ​ອູດ ແລະ ເພິ່ນ​ໃຊ້​ສາຍ​ໜັງ​ຮັດ​ແອວ ສ່ວນ​ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ​ແລະ​ນໍ້າເຜິ້ງ​ປ່າ


ເພິ່ນ​ຈະ​ນຳ​ຊາວ​ອິດສະຣາເອນ​ຢ່າງ​ຫລວງຫລາຍ ກັບຄືນ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ.


ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ


ຊຶ່ງ​ບໍ່ໄດ້​ເກີດ​ຈາກ​ເລືອດເນື້ອ ຫລື​ກາມ ຫລື​ຄວາມ​ຕ້ອງການ​ຂອງ​ມະນຸດ ແຕ່​ເກີດ​ຈາກ​ພຣະເຈົ້າ.


ແລະ​ເຮົາ​ກໍໄດ້​ເຫັນ​ແລ້ວ​ຈຶ່ງ​ຂໍ​ເປັນ​ພະຍານ​ວ່າ ທ່ານ​ຜູ້​ນີ້​ແຫຼະ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.”


ພວກເຈົ້າ​ເປັນ​ພະຍານ​ໄດ້ ໃນ​ຄຳ​ເວົ້າ​ຂອງເຮົາ​ທີ່​ວ່າ, ‘ເຮົາ​ບໍ່ແມ່ນ​ພຣະຄຣິດ ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນ​ໜ້າ​ພຣະອົງ.’


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ໃຊ້​ຄົນ​ໄປ​ຫາ​ທ່ານ​ໂດຍ​ທັນທີ ແລະ​ທ່ານ​ກໍດີ​ແທ້ໆ ທີ່​ໄດ້​ກະລຸນາ​ມາ, ບັດນີ້ ພວກ​ຂ້ານ້ອຍ​ທັງໝົດ ກໍ​ພ້ອມ​ກັນ​ຢູ່​ຊ້ອງໜ້າ​ພຣະເຈົ້າ​ທີ່​ນີ້​ແລ້ວ ເພື່ອ​ຈະ​ຟັງ​ທຸກ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ໄວ້​ກັບ​ທ່ານ.”


ແລະ​ເພື່ອ​ສຳແດງ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ ແກ່​ບັນດາ​ຜູ້​ທີ່​ເປັນ​ພາຊະນະ​ແຫ່ງ​ຄວາມ​ເມດຕາ ຄື​ຄົນ​ເຫຼົ່ານັ້ນ ທີ່​ພຣະອົງ​ໄດ້​ຊົງ​ຈັດຕຽມ​ໄວ້​ກ່ອນ ເພື່ອ​ຮັບ​ສະຫງ່າຣາສີ​ນັ້ນ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຊຳລະ​ຕົວ​ໃຫ້​ພົ້ນ​ຈາກ​ສິ່ງ​ຊົ່ວ​ເຫຼົ່ານັ້ນ ກໍ​ຈະ​ເປັນ​ເໝືອນ​ພາຊະນະ​ອັນ​ມີ​ກຽດ ທີ່​ໄດ້​ຕັ້ງ​ໄວ້​ຕ່າງຫາກ ຊຶ່ງ​ເປັນ​ປະໂຫຍດ​ແກ່​ເຈົ້າ​ຂອງ​ເຮືອນ ທີ່​ຈັດ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ດີ​ທຸກຢ່າງ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ແລະ​ບັດນີ້ ລູກ​ນ້ອຍ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ເພື່ອ​ວ່າ, ເມື່ອ​ພຣະອົງ​ຊົງ​ສະເດັດ​ມາ​ປາກົດ ເຮົາ​ທັງຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ໜ້າ​ຈາກ​ພຣະອົງ​ດ້ວຍ​ຄວາມ​ອັບອາຍ ເມື່ອ​ພຣະອົງ​ສະເດັດ​ມາ​ນັ້ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຫລາຍ​ອັນ ແລະ​ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ ເປັນ​ຜູ້​ທີ່​ໄດ້​ຮັບ​ພຣະຣາຊທານ​ອຳນາດ​ພິພາກສາ ແລະ​ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ດວງ​ວິນຍານ​ຂອງ​ຄົນ​ທັງປວງ​ທີ່​ຖືກ​ຕັດ​ຄໍ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ແລະ​ເພາະ​ພຣະທຳ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ບໍ່ໄດ້​ບູຊາ​ສັດຮ້າຍ ຫລື​ຮູບ​ຂອງ​ມັນ ແລະ​ບໍ່ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ຕິດ​ໄວ້​ທີ່​ໜ້າຜາກ ຫລື​ທີ່​ມື​ຂອງຕົນ. ຄົນ​ເຫຼົ່ານັ້ນ​ກັບຄືນ​ມີ​ຊີວິດ​ໃໝ່ ແລະ​ໄດ້​ຄຸ້ມຄອງ​ຮ່ວມ​ກັບ​ພຣະຄຣິດ​ໃນ​ລະຫວ່າງ​ພັນ​ປີ. (


ຕໍ່ມາ ຊາມູເອນ​ໄດ້​ເອີ້ນ​ເອົາ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ໄປ​ໂຮມກັນ​ຢູ່​ທີ່​ເມືອງ​ມີຊະປາ ໂດຍ​ບອກ​ວ່າ, “ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຈົ້າ​ຢູ່​ໃນ​ທີ່ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka