12 ເມື່ອເຊກາຣີຢາໄດ້ເຫັນເທວະດາຕົນນັ້ນແລ້ວ ເພິ່ນກໍສະທ້ານຕົກໃຈ ແລະມີຄວາມຢ້ານ.
12 ເມື່ອເຊກາຣີຢາເຫັນເທວະດານັ້ນກໍຕື່ນຕົກໃຈ ແລະ ມີຄວາມຢ້ານກົວ.
ຂ້າພະເຈົ້າຜູ້ດຽວເທົ່ານັ້ນທີ່ໄດ້ເຫັນນິມິດນີ້. ຄົນທັງຫລາຍທີ່ຢູ່ກັບຂ້າພະເຈົ້າບໍ່ໄດ້ເຫັນຫຍັງເລີຍ; ແຕ່ພວກເຂົາຢ້ານກົວແລະແລ່ນໜີໄປລີ້.
ເມື່ອພວກນາງເຂົ້າໄປໃນອຸບມຸງແລ້ວ ກໍໄດ້ເຫັນຊາຍໜຸ່ມຜູ້ໜຶ່ງ ນຸ່ງເສື້ອລ່າມສີຂາວນັ່ງຢູ່ເບື້ອງຂວາ ພວກນາງກໍມີຄວາມສະທ້ານຢ້ານກົວ ຕົກໃຈຫລາຍ.
ຝ່າຍມາຣີກໍຕົກໃຈຫລາຍໃນຖ້ອຍຄຳເຫຼົ່ານີ້ ນາງຈຶ່ງຄິດພິຈາລະນາວ່າ ຄຳທັກທາຍຂອງເພິ່ນນັ້ນໝາຍຄວາມວ່າຢ່າງໃດ.
ເມື່ອເພິ່ນເພັ່ງຕາເບິ່ງເທວະດາຕົນນັ້ນ ດ້ວຍຄວາມສະດຸ້ງຕົກໃຈ ຈຶ່ງຖາມວ່າ, “ແມ່ນເລື່ອງຫຍັງນໍ ພຣະອົງເຈົ້າເອີຍ?” ເທວະດາຕອບວ່າ, “ພຣະເຈົ້າພໍໃຈນຳຄຳພາວັນນາອະທິຖານ ແລະການໃຫ້ທານຂອງເຈົ້າ ທີ່ໄດ້ຂຶ້ນໄປເຖິງພຣະອົງ ຈຶ່ງເປັນເຫດໃຫ້ພຣະອົງລະນຶກເຖິງເຈົ້າ.
ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າກໍລົ້ມລົງໃກ້ຕີນຂອງພຣະອົງ ເໝືອນກັບຄົນທີ່ຕາຍແລ້ວ, ແຕ່ພຣະອົງເດ່ມືຂວາມາຈັບຂ້າພະເຈົ້າ ແລະກ່າວວ່າ, “ຢ່າສູ່ຢ້ານ ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ.
ແລ້ວມາໂນອາກໍໄດ້ເວົ້າກັບເມຍຂອງຕົນວ່າ, “ພວກເຮົາຕ້ອງຕາຍເປັນແນ່ ເພາະພວກເຮົາໄດ້ເຫັນພຣະເຈົ້າ.”
ກີເດໂອນຈຶ່ງໄດ້ຮູ້ວ່າ ເພິ່ນເປັນເທວະດາຂອງພຣະເຈົ້າຢາເວແທ້. ດັ່ງນັ້ນ ລາວຈຶ່ງຮ້ອງຂຶ້ນດ້ວຍຄວາມຕົກໃຈຢ້ານກົວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍໄດ້ເຫັນເທວະດາຂອງພຣະເຈົ້າຢາເວໜ້າຕໍ່ໜ້າແລ້ວ.”