Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:11 - ພຣະຄຳພີສັກສິ

11 ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ມາ​ປາກົດ​ແກ່​ເພິ່ນ ໂດຍ​ຢືນ​ຢູ່​ເບື້ອງ​ຂວາ​ຂອງ​ແທ່ນບູຊາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ແລ້ວ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ມາ​ປາກົດ​ແກ່​ເພິ່ນ​ໂດຍ​ຢືນ​ຢູ່​ເບື້ອງຂວາ​ຂອງ​ແທ່ນເຜົາ​ເຄື່ອງຫອມ.

Uka jalj uñjjattʼäta Copia luraña




ລູກາ 1:11
15 Jak'a apnaqawi uñst'ayäwi  

ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ເພິ່ນ​ຈະ​ເອົາ​ກຳຍານ​ໂຮຍ​ໃສ່​ໄຟ ແລະ​ຄວັນ​ກຳຍານ​ກໍ​ຈະ​ພຸ່ງ​ຂຶ້ນ​ບັງ​ຝາ​ຫີບ​ພັນທະສັນຍາ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່ໄດ້​ເຫັນ​ສິ່ງ​ນັ້ນ ແລະ​ຖືກ​ຂ້າ.


ຝ່າຍ​ເທວະດາ​ນັ້ນ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ຊຶ່ງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ, ພຣະອົງ​ຊົງ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ​ນຳ​ເອົາ​ຂ່າວ​ດີ​ນີ້​ມາ​ບອກ​ເຈົ້າ.


ເທວະດາ​ຕົນ​ນັ້ນ​ໄດ້​ມາ​ຫາ​ນາງ ແລະ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ.”


ແຕ່​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກເຈົ້າ​ຮູ້ ເປັນ​ຂ່າວ​ທີ່​ນຳ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ມາ​ສູ່​ປະຊາຊົນ​ທັງໝົດ.


ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ມາ​ປາກົດ​ແກ່​ພວກເຂົາ ແລະ​ພຣະ​ຣັດສະໝີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ສ່ອງ​ແຈ້ງ​ອ້ອມຮອບ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕົກໃຈ​ຢ້ານ​ຫລາຍ.


ແຕ່​ໃນ​ຄືນ​ນັ້ນ ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ໄຂ​ປະຕູ​ຄຸກ ແລະ​ນຳ​ພວກ​ອັກຄະສາວົກ​ອອກ​ມາ ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ພວກ​ອັກຄະສາວົກ​ວ່າ,


ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?


ເມື່ອ​ເທວະດາ​ຕົນ​ທີ​ຫົກ​ໄດ້​ເປົ່າແກ​ຂຶ້ນ ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ເຂົາ​ແຫລມ ທີ່​ຢູ່​ແຈ​ທັງ​ສີ່​ຂອງ​ແທ່ນບູຊາ​ຄຳ ທີ່​ຕັ້ງ​ຢູ່​ຕໍ່ໜ້າ​ພຣະເຈົ້າ.


ມື້ໜຶ່ງ ເທວະດາ​ຂອງ​ພຣະເຈົ້າຢາເວ​ມາ​ປາກົດ​ຕໍ່​ນາງ ແລະ​ກ່າວ​ວ່າ, “ເຈົ້າ​ບໍ່ມີ​ລູກ ແຕ່​ອີກ​ບໍ່​ດົນ​ເຈົ້າ​ຈະ​ຖືພາ​ແລະ​ໄດ້​ລູກຊາຍ​ຜູ້ໜຶ່ງ.


ພຣະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ມາໂນອາ​ຂໍຮ້ອງ ແລະ​ເທວະດາ​ຂອງ​ພຣະເຈົ້າ​ໄດ້​ກັບ​ມາ​ຫາ​ຍິງ​ນັ້ນ ໃນ​ຂະນະທີ່​ນາງ​ນັ່ງ​ຢູ່​ທີ່​ທົ່ງນາ. ແຕ່​ໃນ​ເວລາ​ນັ້ນ ມາໂນອາ​ຜົວ​ຂອງ​ນາງ​ບໍ່ໄດ້​ຢູ່​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka