Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 1:10 - ພຣະຄຳພີສັກສິ

10 ສ່ວນ​ປະຊາຊົນ​ຢູ່​ຂ້າງ​ນອກ ກໍ​ພາກັນ​ພາວັນນາ​ອະທິຖານ ໃນ​ເວລາ​ທີ່​ເຜົາ​ເຄື່ອງຫອມ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ເມື່ອ​ເຖິງ​ເວລາ​ເຜົາ​ເຄື່ອງຫອມ ຜູ້​ນະມັດສະການ​ທຸກຄົນ​ທີ່​ເຕົ້າໂຮມ​ກັນ​ກໍ​ອະທິຖານ​ຢູ່​ຂ້າງນອກ.

Uka jalj uñjjattʼäta Copia luraña




ລູກາ 1:10
7 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ແຕ່ລະ​ວັນ​ຊະບາໂຕ​ກັບ​ແຕ່ລະວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ປະຊາຊົນ​ທັງໝົດ​ຈະ​ຕ້ອງ​ກົ້ມຂາບ​ນ້ອມ​ນະມັດສະການ​ພຣະເຈົ້າຢາເວ ຕໍ່ໜ້າ​ປະຕູ​ໃຫຍ່​ຄືກັນ.


ເວລາ​ທີ່​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຈົນ​ຮອດ​ເວລາ​ເພິ່ນ​ອອກ​ມາ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ. ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນເອງ, ຄົນ​ໃນ​ຄອບຄົວ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ແລ້ວ


ດ້ວຍເຫດນັ້ນ ຖ້າ​ພວກເຮົາ​ມີ​ພຣະ​ມະຫາ​ປະໂຣຫິດ​ຜູ້​ຍິ່ງໃຫຍ່ ທີ່​ຜ່ານ​ຟ້າ​ສະຫວັນ​ມາ​ແລ້ວ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ. ຈົ່ງ​ໃຫ້​ພວກເຮົາ​ຢຶດຖື​ຄວາມເຊື່ອ ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ.


ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.


ມີ​ເທວະດາ​ອີກ​ຕົນ​ໜຶ່ງ ຖື​ໝໍ້​ຄຳ​ໃສ່​ເຄື່ອງຫອມ​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ. ເພິ່ນ​ໄດ້​ຮັບ​ເຄື່ອງຫອມ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງໝົດ​ຂອງ​ພຣະເຈົ້າ ເທິງ​ແທ່ນບູຊາ​ຄຳ​ທີ່​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka