Biblia Todo Logo
Internet tuqin Biblia

- Anuncios ukanaka -




ລະບຽບ^ພວກເລວີ 9:6 - ພຣະຄຳພີສັກສິ

6 ໂມເຊ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ວ່າ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ປາກົດ​ແກ່​ພວກເຈົ້າ.”

Uka jalj uñjjattʼäta Copia luraña




ລະບຽບ^ພວກເລວີ 9:6
9 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ.


ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ລົງ​ມາ​ທີ່​ເທິງ​ພູເຂົາ​ຊີນາຍ. ໃນ​ສາຍ​ຕາ​ຂອງ​ຊາວ​ອິດສະຣາເອນ​ແລ້ວ ແສງ​ນັ້ນ​ເບິ່ງ​ຄື​ໄຟ​ທີ່​ກຳລັງ​ໄໝ້​ເທິງ​ພູເຂົາ. ເມກ​ໄດ້​ປົກຄຸມ​ພູ​ຢູ່​ເປັນ​ເວລາ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເມກ​ທີ່​ປົກຄຸມ​ນັ້ນ.


ໃນ​ທີ່ນັ້ນ ເຮົາ​ຈະ​ພົບ​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ສະຫງ່າຣາສີ​ອັນ​ສຸກໃສ​ຂອງເຮົາ​ຈາກ​ທີ່​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ບ່ອນ​ນັ້ນ​ສັກສິດ.


ແລະ​ໃນ​ທີ່ນັ້ນ ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ກໍ​ປາກົດ​ໃຫ້​ຂ້າພະເຈົ້າ​ເຫັນ​ທາງທິດ​ຕາເວັນອອກ. ສຽງ​ຂອງ​ພຣະເຈົ້າ​ດັງ​ກ້ອງ​ເໝືອນ​ສຽງ​ນໍ້າ​ທະເລ ແລະ​ແຜ່ນດິນ​ໂລກ​ກໍ​ສະຫວ່າງ​ສະໄຫວ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະອົງ.


ໂມເຊ​ແລະ​ອາໂຣນ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ເມື່ອ​ອອກ​ມາ​ແລ້ວ ພວກເພິ່ນ​ທັງສອງ​ໄດ້​ອວຍພອນ​ປະຊາຊົນ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ປາກົດ​ໃຫ້​ປະຊາຊົນ​ທັງໝົດ​ໄດ້​ເຫັນ.


ພວກເຂົາ​ໄດ້​ນຳ​ທຸກໆ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ນັ້ນ​ມາ​ທາງໜ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຊຸມຊົນ​ທັງປວງ​ເຕົ້າໂຮມ​ກັນ​ຫຍັບ​ເຂົ້າມາ​ໃກ້ ແລະ​ໄດ້ຢືນ​ຕໍ່ໜ້າ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka